吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິລິບປິນປາກົດເຫັນຜູ້ຕິດເຊື້ອໂອມິຄຣອນ 2 ກໍລະນີ

2021-12-16 12:11:31 CRI

ຟິລິບປິນປາກົດເຫັນຜູ້ຕິດເຊື້ອໂອມິຄຣອນ 2 ກໍລະນີ_fororder_20211215133453332


ວັນທີ 15 ທັນວານີ້, ກະຊວງສາທາລະນະສຸກຟິລິບປິນກ່າວວ່າ, ຟິລິບປິນໄດ້ປາກົດເຫັນຜູ້ຕິດເຊື້ອໂຄວິດ-19ສາຍພັນໂອມິຄຣອນທີ່ກາຍພັນໃໝ່ 2 ກໍລະນີ.

 

ກະຊວງສາທາລະນະສຸກຟິລິບປິນກ່າວວ່າ, ຜູ້ຕິດເຊື້ອ 2 ກໍລະນີເປັນນັກທ່ອງທ່ຽວທີ່ເດີນທາງເຂົ້າມາຟິລິບປິນ, ປັດຈຸບັນ ພວມກັກບໍລິເວນຢູ່. ໃນນັ້ນ ຜູ້ໜຶ່ງເປັນຊາວຟິລິບປິນ, ລາວເດີນທາງກັບຄືນຟິລິບປິນຈາກປະເທດຍີ່ປຸ່ນໃນວັນທີ 1 ທັນວານີ້, ອີກຜູ້ໜຶ່ງເປັນຊາວນີເຊຣີ, ລາວຂີ່ຍົນເດີນທາງຮອດຟິລິບປິນໃນວັນທີ 30 ພະຈິກແລ້ວນີ້.

 

ປັດຈຸບັນ, ກະຊວງສາທາລະນະສຸກຟິລິບປິນພວມຕິດຕາມຜູ້ໂດຍສານທີ່ໄດ້ຂີ່ເຮືອບິນລຳດຽວກັບຜູ້ຕິດເຊື້ອຢູ່.ໂດຍຜະເຊີນໜ້າກັບໄພຂົ່ມຂູ່ຈາກເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ລັດຖະບານໄດ້ຮຽກຮ້ອງໃຫ້ປະຊາຊົນທັງຫຼາຍຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດ ແລະ ສັກວັກຊິນໂຄວິດ-19 ຕາມຄວາມຮຽກຮ້ອງຂອງລັດຖະບານ.

ຄຳ​ເຫັນ

0