吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ສິນ​ຄ້​າ​ທີ່​ຂົນ​ສົ່ງ​ຜ່ານ​ລົດ​ໄຟ​ຈີນ-ລາວ​​ມີຫລາຍກວ່າ 100 ລ້ານຢວນ

2021-12-16 14:20:44 cri

ຍອດ​ມູນ​ຄ່າ​ສິນ​ຄ້​າ​ທີ່​ຂົນ​ສົ່ງ​ຜ່ານ​ລົດ​ໄຟ​ຈີນ-ລາວ​​ມີຫລາຍກວ່າ 100 ລ້ານຢວນ_fororder_1

    ວັນ​ທີ 15 ທັນ​ວາ​ນີ້, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຂະ​ບວນ​ໜຶ່ງ​ທີ່​ບັນ​ຈຸ​ຕູ້​ຄອນ​ເທັນ​ເນີ 11 ​ຕູ້​ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ມິງ ແຂວງ​ຢູນ​ນານ ສ​ປ​ ຈີນ, ​ແລ້ວອອກ​ຈາກ​ດ່າ​ນບໍ່​ຫານ​ຂອງ​ແຂວງ​ຢູນ​ນານ ສ​ປ ຈີນ ​ເຂົ້າ​ສູ່ ສ​ປ​ປ ລາວ, ເຊິ່ງ​ຍອດ​ມູນ​ຄ່າສິນ​ຄ້າທີ່​ຂົນ​ສົ່ງ​ໂດຍ​ລົດ​ໄຟ​ຈີນ-ລາວໃນ​ຫລາຍ​ຖ້ຽວ​ທີ່​ຜ່ານ​ມາ​ມີ​​ມູນ​ຄ່າທັງ​ໝົດຫລາຍກວ່າ 100 ລ້ານຢວນ.

    ວັນ​ທີ 4 ທັນ​ວາ​ນີ້, ລົດ​ໄຟ​ຂົ​ນ​ສົ່ງ​ສິນ​ຄ້າ​ຂາ​ອອກ​ຂະ​ບວນ​ທຳ​ອິດຂອງລົດ​ໄຟ​ຈີນ-ລາວ​ໄດ້​ແລ່ນ​ເອ​ກະ​ສານ​ຜ່ານ​ດ່ານ​ສຳ​ເລັດ​ເປັນ​ຄັ້ງ​ທຳ​ອິດ​, ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ປະ​ເທດ​​ທີ່​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ສຳ​ເລັດ​ຜົນ. ມາ​ຮອດ​ວັນ​ທີ 15 ທັນ​ວາ​ນີ້, ດ່ານ​ນະ​ຄອ​ນ​ຄຸນ​​ມິງ​ໄດ້​ຄຸ້ມ​ຄອງກວດ​ກາ​ ແລະອະ​ນຸ​​ຍາດໃຫ້ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວ 31 ຂະ​ບວນ​ເດີນ​ທາງ​ໄດ້ ​ເຊິ່ງ​ມີປະ​ລິ​ມານ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ທັງ​ໝົດ​ເຖິງ 1,71 ໝື່ນ​ໂຕນ, ມີ​ມູນ​ຄ່າທັງ​ໝົດປະ​ມານ 107 ລ້ານຢວນ.  ໃນ​ນັ້ນ, ຍັງ​ມີ​ລົດ​ໄຟ​ທີ່​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ເຊີ່ນ​ເຈີ້ນ, ກວ​າງ​ໂຈ​ວ່, ​ຈຸ່ງ​ກິ່ງ, ນານ​ກິ່ງ ແລະ​ນະ​ຄອນ​ຊິ່ງ​ຕາວ​ເປັນ​ຕົ້ນ​ໄດ້​ຜ່ານ​ດ່ານ​ຢ່າງວ່ອງ​ໄວ​​.

ຄຳ​ເຫັນ

0