吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ຟ້ອນ​ໂນ​ຣາ​ຂອງ​ປະ​ເທດ​ໄທຖືກ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ອົງ​ການ UNESCO

2021-12-16 14:18:11 cri

ບົດ​ຟ້ອນ​ໂນ​ຣາ​ຂອງ​ປະ​ເທດ​ໄທຖືກ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ອົງ​ການ UNESCO_fororder_泰国1

ບົດ​ຟ້ອນ​ໂນ​ຣາ​ຂອງ​ປະ​ເທດ​ໄທຖືກ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ອົງ​ການ UNESCO_fororder_泰国3

    ວັນ​ທີ 15 ທັນ​ວາ​ນີ້, ກະ​ຊວງວັດ​ທະ​ນະ​ທຳ​ໄທ​​ໄດ້​ແຈ້ງໃຫ້​ຮູ້​ວ່າ: ອົງ​ການ​ການ​ສຶກ​ສາ​ ວິ​ທະ​ຍາ​ສາດ ແລະ​ວັດ​ທະ​ນະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫລື UNESCOໄດ້​ປະ​ກາດ​ວ່າ: ບົດ​ຟ້ອນ​ໂນ​ຣາ​ໄທໄດ້ຖືກ​ຮັບ​ຮອງ​​ໃຫ້​ເປັນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ອົງ​ການ UNESCO  ຢ່​າງ​ເປັນ​ທາງ​ການ. ກ່ອນ​ໜ້າ​ນີ້, ລະ​ຄອນ​ໂຂນ ແລະ​ການ​ນວດ​​ແຜນ​ໄທ​ຕ່າງ​ກໍ​ໄດ້​ຖືກ​ຮັບ​ຮອງ​ໃຫ້​ຢູ່ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ໃນ​ປີ 2018 ແລະ​ປີ2019 ຕາມ​ລຳ​ດັບ.

    ບົດ​ຟ້ອນ​ໂນ​ຣາ​ເປັນ​ບົດ​ຟ້ອນ​ແບບ​ດັ້ງ​ເດີມ​ຂອງ​ພາກ​ໃຕ້​ປະ​ເທດ​ໄທ, ໂດຍ​ໄດ້​ກວມ​ລວມ​ຮູບ​ແບບ​ສິ​ລະ​ປະ​ຫລາຍ​ປະ​ເພດ, ເຊັ່ນ: ບົດ​ຟ້ອນ, ລະ​ຄອນ, ການ​ຮ້ອງ​ເພງ​ເປັນ​ຕົ້ນ. ຜົນ​ກາ​ນ​ຄົ້ນ​ຄວ້າ​ຂອງ​ນັກ​ວິ​ຊາ​ການ​ສ່ວນ​ໜຶ່ງ​​ໄດ້ຊີ້ໃຫ້​ເຫັນ​ວ່າ: ແຫລ່ງ​ກຳ​ເນີດ​ຂອງ​ບົດ​ຟ້ອນ​ໂນ​ຣາ​ແມ່ນ​ມາ​ຈາ​ກ​ບົດ​ຟ້ອນ​ດັ້ງ​ເດີມ​ຂອງ​ປ​ະ​ເທດ​ອິນ​ເດຍ, ​ໃນລາ​ຊະ​ການ​ສົມ​ເດັດ​ອູ່​ທອງ, ບົດ​ຟ້ອນ​ໂນ​ຣາ​ໄດ້​ຮັບ​ຄວາ​ມ​ນິ​ຍົມ​ຊົມ​ຊອບ​ຈາກ​ສັງ​ຄົມ​ຂຸນ​ນາງ​ໃນ​ພາກ​ໃຕ້​​ປະ​ເທດ​ໄທ. ຍັງ​ມີ​ນັກ​ວິ​ຊາ​ການ​ສ່ວນ​ໜຶ່ງ​ເຫັນ​ວ່າ: ບົດ​ຟ້ອນ​ໂນ​ຣາ​ແມ່ນ​ກຳ​ເນີດ​ຢູ່​ພາຍ​ໃນ​ປະ​ເທດ​ໄທ.

ຄຳ​ເຫັນ

0