吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດນາມ​​ໄດ້​ປະກາດ​ວ່າ:ນັບ​ແຕ່​ວັນ​ທີ 1 ມັງກອນ​ປີ 2022 ​ເປັນ​ຕົ້ນ​ໄປຫວຽດນາມ​ຈະ​ປະຕິບັດມາດ​ຕະການ​ໃໝ່​ສຳລັບ​ກັກ​ບໍລິ​ເວນ​ເມື່ອ​ເຂົ້າ​ເມືອງ

2021-12-17 11:15:22 CRI

ຫວຽດນາມ​​ໄດ້​ປະກາດ​ວ່າ:ນັບ​ແຕ່​ວັນ​ທີ 1 ມັງກອນ​ປີ 2022 ​ເປັນ​ຕົ້ນ​ໄປຫວຽດນາມ​ຈະ​ປະຕິບັດມາດ​ຕະການ​ໃໝ່​ສຳລັບ​ກັກ​ບໍລິ​ເວນ​ເມື່ອ​ເຂົ້າ​ເມືອງ_fororder_疫情护照


    ວັນ​ທີ 16 ທັນວາ​ນີ້,​ກະຊວງສາທາລະນະ​ສຸກ​ຫວຽດນາມ​​ໄດ້​ປະກາດ​ວ່າ, ບຸກຄົນ​ທີ່​ເດີນທາງເຂົ້າປະ​ເທດ​ຫວຽດນາມ​ທີ່​ໄດ້​ສັກ​ວັກ​ຊິນ​ຢ່າງ​ພຽງພໍ​​ແລ້ວ ຫຼື ​​ເຄີຍ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ແຕ່ປົວ​ຫາຍ​ແລ້ວ ກໍ່ຕ້ອງກັກ​ບໍລິ​ເວນ​ຢູ່​ບ່ອນ​ພັກ​ຂອງ​ຕົນ​ເປັນ​ເວລາ 3 ວັນ, ​ແລ້ວຕ້ອງ​ກວດ​ນິວຄລີ​ອິກພະຍາດ​ໂຄ​ວິດ-19 ກ່ອນ, ຖ້າ​ເປັນ​ຜົນລົບ, ຕິດຕາມ​ສະພາບ​ຮ່າງກາຍ​ຂອງ​ຕົນເປັນ​ເວລາ 14 ວັນ​ແລ້ວ​ຈິ່ງ​ສາມາດ​ເຄື່ອນ​ໄຫວ​ໄດ້​ຢ່າງ​ເສລີ​. ຂໍ້​ກຳນົດ​ໃໝ່​ດັ່ງກ່າວ​ຈະ​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ມັງກອນ​ປີ 2022 ​ເປັນ​ຕົ້ນ​ໄປ.


    ສຳລັບ​ບຸກຄົນ​ທີ່​ບໍ່​​ໄດ້​ສັກ​ວັກ​ຊິນຢ່າງ​ພຽງພໍ​ຕ້ອງ​ກັກ​ບໍລິ​ເວນ​ຢູ່​ບ່ອນ​ພັກ​ເປັນ​ເວລາ 7 ວັນ, ພ້ອມ​ທັງ​ກວດ​ນິວຄລີອິກ 2 ​ເທື່ອ ຄື ​ໃນ​ວັນ​ທີ 3 ​ແລະ ວັນ​ທີ 7 ຂອງ​ການ​ກັກ​ບໍ​ລິ​ເວນ.


    ສຳລັບ​ພົນລະ​ເມືອງ​ຫວຽດນາມ ​ແລະ ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ພ້ອມ​ທັງ​ຍາດ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າທີ່​ຍັງ​ບໍ່​ໄດ້​ສັກ​ວັກ​ຊິນ​ຢ່າງພຽງພໍ​​ເທື່ອ, ​ໃນ​ເວລາ​ເດີນທາງ​ເຂົ້າ​ປະ​ເທດຫວຽດນາມ​ຈະສາມາດ​ສັກ​ວັກ​ຊິນ​ໂຄ​ວິດ-19 ​ໂດຍ​ບໍ່​ຕ້ອງ​​ເສຍ​ຄ່າ​ໄດ້.

 

ຄຳ​ເຫັນ

0