吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດກວາງ​ຊີ ສ​ປ ຈີນຈະສ້າງ​​ສຳ​ເລັດສູນ​ຈັດ​ສັນ​ສິນ​ຄ້າ ແລະຖານ​ປຸງ​ແຕ່ງ​ເຂົ້າ​ສານ​ທີ່​ໃຫຍ່​ທີ່​ສຸດເພື່ອ​ສົ່ງ​ອອກສູ່​ອາຊຽນ

2021-12-17 15:04:25 CRI

ເຂດກວາງ​ຊີ ສ​ປ ຈີນຈະສ້າງ​​ສຳ​ເລັດສູນ​ຈັດ​ສັນ​ສິນ​ຄ້າ ແລະຖານ​ປຸງ​ແຕ່ງ​ເຂົ້າ​ສານ​ທີ່​ໃຫຍ່​ທີ່​ສຸດເພື່ອ​ສົ່ງ​ອອກສູ່​ອາຊຽນ_fororder_NANING

    ວັນ​ທີ 16 ທັນ​ວາ​ນີ້, ​​ເຂດ​ສະ​ເພາະ​ສອງ​ແຫ່ງ​ໃນເຂດ​ສະ​ຖາ​ນີ​ລົດ​ໄຟ​ສາ​ກົນ​ນະ​ຄອນ​ນານ​ນີງ​ເຂດກວາງ​ຊີ ສ​ປ ຈີນ ເຊິ່ງ​ເປັນ​ສູນ​ກາງ​ເຊື່ອມ​ຕໍ່ທາງທະ​ເລ ແລະ​ທາງ​ບົກ​ທີ່​ສຳ​ຄັນ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຈີນ​ນັ້ນ ໄດ້​ສຳ​ເລັດ​ການ​​ປະ​ມູນ ແລະ​ຈັດ​ພິ​ທີມອບ-ຮັບ​ແລ້ວຕາມ​ລຳ​ດັບ​. ໂດຍ​ມີ​ບໍ​ລິ​ສັດ​ຈໍ​ລະ​ຈອ​ນ​ສິນ​ຄ້າ 1 ແຫ່ງ ແລະ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ​ເຂົ້າ​ສານ 12 ແຫ່ງ​ເຂົ້າ​ມາ​ຕັ້ງ​ບໍ​ລິ​ສັດ​ຂອ​ງ​ຕົນ​ຢູ່​ໃນ​ເຂດ​ສະ​ຖາ​ນີລົ​ດ​ໄຟ​ສາ​ກົນ​ນານ​ນີງ, ເຊິ່ງ​ຈະ​ສ້າງ​ເປັນສູນ​ຈັດ​ສັນ​ສິນ​ຄ້າ ແລະ​​ຖານ​ປຸງ​ແຕ່ງ​ເຂົ້າ​ສານ​ທີ່​ໃຫຍ່​ທີ່​ສຸດ​ເພື່ອ​ສົ່ງ​ອອກ​ສູ່ອາຊຽນ.

    ມາ​ຮອດ​ປັດ​ຈຸ​ບັນ, ​ໃນເຂດ​ສະ​ຖາ​ນີ​ລົດ​ໄຟ​ສາ​ກົນ​ນານ​ນີງ​ໄດ້​ມີ​ເສັ້ນ​ທາງ​ຂົນ​ສົ່ງ10 ສາຍ, ​ໂດຍ​ໄດ້ກ​ວມ​ເອົາປະ​ເທດ ແລະ​ເຂດ​ແຄວ້ນ​ໃນອາ​ຊີ​​ຕາ​ເວັນ​ອອກ​ສຽງໃຕ້ ແລະ​ເອີ​ຣົບ​ເປັນ​ຕົ້ນ, ປະ​​ລິມານ​ສິນ​ຄ້າ​ທີ່​ໄດ້​ຂົນ​ສົ່ງ​ມີທັງ​ໝົດ 10 ລ້ານ​ໂຕນ,  ລົດ​ໄຟ​ຈີນ-ຫວຽດ​ນາມ​ໄດ້​ແລ່ນ​ແລ້ວ 600 ​ຖ້ຽວ. ໃນ11ເດືອນ​ຂອງ​ປີ​ນີ້,  ​ລົດ​ໄຟ​ຈີນ-ຫວຽດ​ນາມ​ໄດ້​ແລ່ນແລ້ວ 307 ​ຖ້ຽວ, ເຊິ່ງ​​ເທົ່າ​ກັບຈຳ​ນວນ​ທັງ​ໝົດ​​ຂອງ 3 ປີ​ທີ່​ຜ່ານ​ມາ,ຄື​​ແຕ່ ປີ2018-2020,  ​ເຊິ່ງໄດ້​ເພີ່ມ​ຂຶ້ນ 111,7% ເມື່ອ​ທຽບ​​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຄຳ​ເຫັນ

0