蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຈຸດ​ປະ​ສົງ​ທີ່ແທ້​ຈິງ​ຂອງ​ທ່ານບ​ລິນ​ເກນ​ໃນ​ການ​ຢ້ຽ​ມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

2021-12-17 15:49:15 CRI

ຈຸດ​ປະ​ສົງ​ທີ່ແທ້​ຈິງ​ຂອງ​ທ່ານບ​ລິນ​ເກນ​ໃນ​ການ​ຢ້ຽ​ມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້_fororder_20211217154709


ອາ​ທິດ​ນີ້, ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ໄດ້​ເດີນ​ທາງ​ຢ້​ຽມ​ຢາມ​ອິນ​ໂດ​ເນ​ເຊຍ ແລະ​ມາ​ເລ​ເຊຍ ເຊິ່ງ​ເປັນຄັ້ງ​ທຳ​ອິດ​ທີ່​ທ່ານ​ໄດ້​ເດີນ​ທາງ​​ຢ້ຽມ​ຢາມ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ພາຍຫຼັງ​ທ່ານດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ. ການ​ເດີນ​ທາງ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ມີ​​ຈຸດ​ປະ​ສົງ​ຢາກ​ດຶງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເຂົ້າ​ຮ່ວມ​ຝ່າຍອ​າ​ເມ​ຣິ​ກາ, ​ຫວັງທຳ​ລາຍ​ສາຍ​ພົວ​ພັນຈີນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເພື່ອ​ຜົນ​ປ​ະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິກາ.

 

ພາຍຫຼັງ​ໄດ້​ສ້າງຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເປັນ​ເວ​ລາ 30 ປີ​ມາ​ນີ້, ຈີນ ແລະ​ອາ​ຊຽນ​ໄດ້​ເຄົາ​ລົບ ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ​ສອງ​ຝ່າຍ​ໄດ້ເດີນ​ຕາມ​ເສັ້ນ​ທາງ​​ທີ່ສະ​ຫວ່າງ​ສະ​ໄຫວ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ​ທີ່​ດີ ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ. ສ່ວນ​ສຽງລົບກວນ​ຈາກ​ປະ​ເທດ​ນອກ​ພາກ​ພື້ນ​ນັ້ນ, ພວກ​ເຮົາ​​ຖື​​ວ່າເປັນ​ສຽງ​ແມງ​ວັນ​ແມງ​ມີ່​ເທົ່າ​ນັ້ນ, ບໍ່​ຕ້ອ​ງ​​ໄປສົນ​ໃຈ​ດ​ອກ!

ຄຳ​ເຫັນ

0