吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ADB ສ້າງຕັ້ງກອງທຶນການຊ່ວຍເຫຼືອດ້ານເຕັກນິກອັນໃໝ່ ເພື່ອຊ່ວຍເຫຼືອການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ພັດທະນາການທ່ອງທ່ຽວໃຫ້ຈະເລີນຄືນໃໝ່

2021-12-18 15:35:23 CRI

ADB ສ້າງຕັ້ງກອງທຶນການຊ່ວຍເຫຼືອດ້ານເຕັກນິກອັນໃໝ່ ເພື່ອຊ່ວຍເຫຼືອການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ພັດທະນາການທ່ອງທ່ຽວໃຫ້ຈະເລີນຄືນໃໝ່_fororder_东南亚风光1

 

    ວັນທີ 17 ທັນວານີ້, ທະນາຄານພັດທະນາອາຊີ ຫຼື ADB ປະກາດວ່າ,ADB ໄດສ້າງຕັ້ງກອງທຶນການຊ່ວຍເຫຼືອດ້ານເຕັກນິກທີ່ມີມູນຄ່າ 1 ລ້ານ 7 ແສນໂດລາ ເພື່ອເລັ່ງໃຫ້ການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ຟື້ນຟູຈາກການແຜ່ລະ່ບາດຂອງພະຍາດໂຄວິດ-19 ແລະ ຊ່ວຍເຫຼືອນັກທຸລະກິດການທ່ອງທ່ຽວທ້ອງຖິ່ນ ໂດຍສະເພາະແມ່ນຜູ້ຍິງ ແລະ ຊາວໜຸ່ມ ນຳໃຊ້ເວທີດີຈີຕອນພັດທະນາການທ່ອງທ່ຽວ.

 

    ກອງທຶນດັ່ງກ່າວມີຊື່ວ່າ: ກອງທຶນການທ່ອງທ່ຽວແບບຍືນຍົງອາຊີຕາເວັນອອກສຽງໃຕ້ ໂດຍຈະຊ່ວຍເຫຼືອບັນດາປະເທດສ້າງໂຄງການທ່ອງທ່ຽວແບບຍືນຍົງດ້ານສິ່ງແວດລ້ອມ ແລະ ຊຸກຍູ້ເອກະຊົນລະດົມທຶນເພື່ອສະໜັບສະໜູນໂຄງການເຫຼົ່ານີ້.


    ທ່ານສະເດເວີນ ສີບານີ ຫົວໜ້າຜູ້ຊ່ຽວຊານການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ຂອງ ADB ກ່າວວ່າ, ກອງທຶນນີ້ມີຈຸດປະສົງເພື່ອຊ່ວຍເຫຼືອສະມາຊິກທີ່ພວມພັດທະນາຢູ່ອາຊີຕາເວັນອອກສຽງໃຕ້ຂອງ ADB ໃຫ້ພັດທະນາການທ່ອງທ່ຽວໃຫ້ຈະເລີນຄືນໃໝ່,ເຮັດໃຫ້ການທ່ອງທ່ຽວທີ່ໄດ້ຣັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຫນັກຫນ່ວງນັ້ນຟື້ນຟູຊີວິດຊີວາ.

ຄຳ​ເຫັນ

0