覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນຄ່າການຄ້າລະຫວ່າງຈີນ-ກຳປູເຈຍແຕ່ເດືອນມັງກອນຫາເດືອນຕຸລາປີ2021ນີ້ໄດ້ລື່ນກາຍ10ຕື້ໂດລາສະຫະລັດ

2021-12-18 14:55:04 cri

ມູນຄ່າການຄ້າລະຫວ່າງຈີນ-ກຳປູເຈຍແຕ່ເດືອນມັງກອນຫາເດືອນຕຸລາປີ2021ນີ້ໄດ້ລື່ນກາຍ10ຕື້ໂດລາສະຫະລັດ_fororder_中柬
 

ກະຊວງການຄ້າຈີນໄດ້ແຈ້ງຂ່າວໃນວັນທີ 17 ທັນວານີ້ວ່າ: ແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ມູນຄ່າການຄ້າລະຫວ່າງຈີນກັບກຳປູເຈຍໄດ້ບັນລຸເຖິງ 10,98 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 45,9% ເມື່ີອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ມູນຄ່າ ການຄ້າລະຫວ່າງສອງຝ່າຍບັນລຸ 10 ຕື້ໂດລາສະຫະລັດໃນປີ 2023 ຕາມທີ່ຜູ້ນຳສອງປະເທດກຳນົດໄວ້ນັ້ນກ່ອນເວລາກຳນົດ.  ການພົວພັນດ້ານ ເສດຖະກິດການຄ້າລະຫວ່າງສອງປະເທດໄດ້ມີການພັດທະນາຢ່າງຫລວງຫລາຍ, ການຮ່ວມມືໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບ ໝາກຜົນທີ່ອຸດົມສົມບູນ, ການກໍ່ສ້າງໂຄງການສຳຄັນທີ່ກ່ຽວຂ້ອງດ້ານພື້ນຖານໂຄງລ່າງຂອງສອງ ຝ່າຍໄດ້ຮັບການຊຸກຍູ້ປະຕິບັດຢ່າງໜັກແໜ້ນ.

 

   ໃນກອງປະຊຸມຄະນະກຳມະການຮ່ວມມືດ້ານເສດຖະກິດການຄ້າຈີນ-ກຳ ປູເຈຍຄັ້ງທີ 6 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 16 ທັນວານີ້, ເຈົ້າໜ້າທີ່ກະຊວງ ການຄ້າຈີນກ່າວວ່າ: ຈີນຍິນດີຮ່ວມກັບກຳປູເຈຍປະຕິບັດສັນຍາການຄ້າເສ ລີຈີນ-ກຳປູເຈຍແລະສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫລື RCEP ໃຫ້ມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ພື້ນຖານໂຄງລ່າງ, ຄວາມສາມາດການຜະລິດ, ເສດຖະກິດດິຈີຕອນ, ຂົງເຂດ ທິດສີຂຽວແລະກາກບອນຕ່ຳເປັນຕົ້ນ. ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ເປີດກວ້າງການນຳເຂົ້າສິນຄ້າຈາກກຳປູເຈຍ, ສົ່ງເສີມ ວິສາຫະກິດຈີນໄປລົງທຶນຢູ່ກຳປູເຈຍ, ຊຸກຍູ້ການຮ່ວມມືດ້ານການຄ້າເອເລັກ ໂຕຣນິກ, ລົງເລິກການຮ່ວມມືໃນພາກພື້ນແລະອະນຸພາກພື້ນ, ຮ່ວມກັນຊຸກຍູ້ສາຍພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ກຳປູເຈຍແລະລະຫວ່າງຈີນ-ອາຊຽນໃຫ້ຂະຫຍາຍຕົວກ້າວຂຶ້ນສູ່ລະດັບໃໝ່。 

ຄຳ​ເຫັນ

0