蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເປີດນຳໃຊ້ລົດໄຟຈີນ-ລາວຈະຊ່ວຍເຊື່ອມຈອດພາກພື້ນໃນບໍລິເວນກວ້າງຂວາງກວ່າເກົ່າ

2021-12-20 16:59:20 CRI

ທາງລົດໄຟຄວາມໄວສູງຈີນ-ລາວທີ່ເຊື່ອມຕໍນະຄອນຄຸນມິງ ສປ ຈີນ-ນະຄອນຫລວງວຽງຈັນແຫ່ງ ສປປ ລາວ ແລະນຳໃຊ້ມາດຕະຖານຈີນທັງໝົດໃນການກໍ່ສ້າງ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວານ້ີ ແລະ ມາຮອດປັດຈຸບັນນີ້, ຂະບວນລົດໄຟຂົນສົ່ງເຄື່ອງ ຂອງສາກົນຕາມເສັ້ນທາງລົດໄຟດັ່ງກ່າວ ໄດ້ບັນລຸເຖິງ 100 ກວ່າລ້ານຢວນແລ້ວ.
ຫວ່າງມໍ່ໆມານີ້, ທ່ານດາວິດ ລາມຕັນ ນັກຄົ້ນຄວ້າຂັ້ນສູງຂອງສະຖາບັນຄົ້ນຄວ້ານະໂຍບາຍການ ຕ່າງປະເທດ ຂອງສະຖາບັນຄົ້ນຄວ້າບັນຫາສາກົນຂັ້ນສູງ ຂອງມະຫາວິທະຍາໄລຈອນ ຮອບກິນສ໌ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາກັບຄັງປັນຍາສູນຈີນແລະໂລກາພິວັດ ຫລື CCG, ທ່ານກ່າວວ່າ: ‘‘ການເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງຈີນ-ລາວ ຈະເປັນການຊ່ວຍເຊື່ອມຈອດ ກໍຄືສ້າງຄວາມສະດວກດ້ານການຂົນສົ່ງໃຫ້ແກ່ປະເທດອາຊີຕາເວັນອອກ ສຽງໃຕ້ໄດ້ເປັນບໍລິເວນກວ້າງຂວາງກວ່າເກົ່າ ໂດຍສະເພາະຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ລຽບຕາມເສັ້ນທາງລົດໄຟ.
ທ່ານດາວິດ ລາມຕັນ ກ່າວເນັ້ນໜັກວ່າ: ຈີນຊຸກຍູ້ການເຊື່ອມຈອດກັບປະເທດອາຊີຕາເວັນອອກສຽງໃຕ້ນັ້ນ ບໍ່ໄດ້ໝາຍຄວາມວ່າຈີນຈະແຜ່ຂະຫຍາຍອຳນາດຂອງຕົນຢູ່ພາກພື້ນແຫ່ງນີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການ ເຊື່ອມຈອດພາກພື້ນດັ່ງກ່າວໃນທີ່ສຸດກໍແມ່ນປະຊາຊົນຢູ່ລຽບຕາມເສັ້ນທາງລົດໄຟສາຍນີ້.

ຄຳ​ເຫັນ

0