蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ມຽນ​ມາ​ເລື່ອນ​ເວ​ລາ​ຕັດ​ສິນຄະ​ດີຄັ້ງ​ທີ 2 ຂອງທ່ານ​ນາງ​ອອງ​ຊານ​ຊູ​ຈີ

2021-12-21 15:38:34 CRI

ສານ​ມຽນ​ມາ​ເລື່ອນ​ເວ​ລາ​ຕັດ​ສິນຄະ​ດີຄັ້ງ​ທີ 2 ຂອງທ່ານ​ນາງ​ອອງ​ຊານ​ຊູ​ຈີ_fororder_angshansuji

     ວັນ​ທີ 20 ທັນ​ວານີ້​ ຕາມ​ເວ​ລາ​ທ້ອງ​ຖິ່ນ, ສານ​ພິ​ເສດ​ເນ​ປີ​ດໍ​ຂອງ​ມຽນ​ມາ​ໄດ້ປະ​ກາດ​ວ່າ: ​ຈະ​ເລື່ອນ​ເວ​ລາ​ການ​ຕັດ​ສິນ​ຄະ​ດີທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶ​ກ​ສາ​ແຫ່ງ​ລັດ​ມຽນ​ມາ​ກ່ຽວ​ກັບ“ການນຳ​ເຂົ້າ​ເຄື່ອງໂຟ​ນີແລະ​ເຄື່ອງ​ລົບ​ກວນ​ສັນ​ຍານທັງ​ຖື​ຄອງ​ຢ່າງ​ຜິດ​ກົດ​ໝາຍ”​ ເຊິ່ງ​ຕາມ​ແຜນ​​ການ​ເດີມຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນ​ວານີ້​ ໄດ້​ເລື່ອນອອກໄປ​ເປັນ​ວັນ​ທີ 27 ທັນ​ວານີ້.

     ນີ້​ຈະ​ເປັນການ​ຕັດ​ສິນຄະ​ດີ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ເປັນ​ຄັ້ງ​ທີ 2 ຂອງ​ສານ​ມຽນ​ມາ. ໃນ​ການ​ຕັດ​ສິນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 6 ທັນ​ວານີ້, ທ່ານ​ນາງ​ອອງ​ຊານ​ຊູ​ຈີຖືກ​ຕັດ​ສິນ​ລົງ​ໂທດ​ໃຫ້​ຕິດ​ຄຸກ​ເປັນ​ເວ​ລາ 4 ປີ​ດ້ວຍ​ຂໍ້​ຫາ​ທີ່​ວ່າ​ ໄດ້​ປຸກລະ​ດົມ​ຂົນ​ຂວາຍໃຫ້​ຜູ້​ອື່ນ​​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ລະ​ເມີດ“ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ”, ຫຼັງ​ຈາກນັ້ນ, ໄດ້​ຕັດ​ສິນ​ຫຼຸດໂທດເປັນ​ 2 ປີ.

     ນັບ​ແຕ່​ຖືກ​ກັກ​ໂຕ​ໃນ​ວັນ​ທີ 1 ກຸມ​ພາ​ປີນີ້​ມາ​ຮອດ​ປະ​ຈຸ​ບັນ​ນີ້, ທ່ານ​ນາງ​ອອງ​ຊານ​ຊູ​ຈີໄດ້​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ 10 ກວ່າ​ຂໍ້ ເຊິ່ງ​ລວມ​ທັງການ​ຍຸ​ຍົງ​ສົ່ງ​ເສີມຜູ້​ອື່ນ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ, ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ, ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ລັບ​ແຫ່ງ​ຊາດ, ການ​ສໍ້​ລາດ​ບັງ​ຫຼວງ ແລະ​ໂກງ​ເລືອກ​ຕັ້ງ.

ຄຳ​ເຫັນ

0