黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ດ້ານມະ​ນຸດ​ສະ​ທຳ​​ແກ່​ຟີ​ລີບ​ປີນ

2021-12-21 14:58:28 cri

ວັນ​ທີ 20 ທັນ​ວາ​ນີ້, ໂຄ​ສົກ​ອົງ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຟີ​ລິບ​ປີນ​ໄດ້​ປະ​ສົບ​ໄພ​ຈາກ​ລົມ​ພາ​ຍຸ “​ຣາ​ອີ”, ​ໄດ້ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຟີ​ລິບ​ປີນ​ເສຍ​ຊີ​ວິດ​ຫຼາຍ​ຄົນ​ແລະ​ປະ​ສົບ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ. ຈີນ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ແລະ​ເຫັນ​ໃຈ​ເຖິງ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ທັງ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ໄປ​ເຖິງ​ປະ​ຊາ​ຊົນ​ຟີ​ລິບ​ປີນ​ຜູ້​ປະ​ສົບ​ໄພ. ລັດ​ຖະ​ບານ​ຈີນ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ​ກັບ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຟີ​ລິບ​ປີນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ດ່ວນ​ຂອງ​ຟີ​ລິບ​ປີນ.

ຕາມ​ຂໍ້​ມູນ​ຫຼ້າ​ສຸດ​ທີ່​​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຟີ​ລິບ​ປີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ລົມ​ພາ​ຍຸ “ຣາ​ອີ” ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຟີ​ລິບ​ປີນ​ເສຍ​ຊີ​ວິດ 375 ຄົນ, ບາດ​ເຈັບ 500 ຄົນ, ນອກ​ນີ້​ຍັງ​ມີ 56 ຄົນ​ຫາຍ​ສາບ​ສູນ. ຕາມ​ການ​ຄາດ​ຄະ​ເນ​ເບື້ອງ​ຕົ້ນ, ລົມ​ພາ​ຍຸ “ຣາ​ອີ” ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ກະ​ສິ​ກຳ​​ຟີ​ລິບ​ປີນ​ມີ 2,4 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ 4,5 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0