蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ສົ່ງ​ທ່ານ​ຈູ​ລຽນ ພອນ ອັ​ສ​ຊັນໄປ​ຂຶ້ນ​ສານ​ຢູ່​ປະ​ເທດ​ຕົນ ໄດ້​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້ການ​ມັກ​ໃຊ້ອຳ​ນາດຂອງ​ແທ້​ແລະ​ປະ​ຊາ​ທິ​ປະ​ໄຕ​ຈອມ​ປອມ

2021-12-21 18:08:57 CRI

ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ສົ່ງ​ທ່ານ​ຈູ​ລຽນ ພອນ ອັ​ສ​ຊັນໄປ​ຂຶ້ນ​ສານ​ຢູ່​ປະ​ເທດ​ຕົນ ໄດ້​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້ການ​ມັກ​ໃຊ້ອຳ​ນາດຂອງ​ແທ້​ແລະ​ປະ​ຊາ​ທິ​ປະ​ໄຕ​ຈອມ​ປອມ_fororder_baideng

     ວັນ​ທີ 9 ທັນ​ວານີ້, ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ​ທີ່​ເປັນ​ເວ​ທີການ​ເມືອງ​ທີ່​ກຳ​ກັບ​ໂດຍ​ລັດ​ຖະ​ບານ​ໂຈ ໄບ​ເດັນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ໄຂ​ຂຶ້ນໃນ​ຮູບ​ແບບ​ອອນ​ລາຍ. ອາ​ເມ​ຣິ​ກາ​ໄດ້​​ຖື“ປະ​ຊາ​ທິ​ປະ​ໄຕ”ຂອງ​ຕົນ​ເປັນ​ມາດ​ຕະ​ຖານ​ແລະ​ເວົ້າ​ກັບປະ​ເທດ​ທີ່ເຂົ້າ​ຮ່ວມ​ປະ​ຊຸມ​ວ່າ ຕ້ອງ​ຕໍ່​ຕ້ານລັດ​ທິ​ມະ​ຫາ​ອຳ​ນາດ, ປະ​ເທດ​ຕ່າງໆ​ຕ້ອງປົກ​ປ້ອງປະ​ຊາ​ທິ​ປະ​ໄຕຮ່ວມ​ກັນ.

     ໃນ​ມື້​ດຽວ​ກັນ, ສານ​ສູງ​ລອນດອນ​ໄດ້​ຕັດ​ສິນ​ວ່າ​ສາ​ມາດ​ນຳ​ຕົວ​ທ່ານ​ຈູ​ລຽນ ພອນ ອັ​ສ​ຊັນ ຜູ້ສ້າງ​ເວັບ​ໄຊ“ວິ​ກິ​ລີ​ກ​ສ໌”(Wikileaks)ໄປ​ຂຶ້ນ​ສານ​ຢູ່ອາ​ເມ​ຣິ​ກາ​ໄດ້.

     ປີ 2010, ເວັບ​ໄຊ“ວິ​ກິ​ລີ​ກ​ສ໌”ທີ່​​ສ້າງ​ຂຶ້ນ​ໂດຍ​ທ່ານຈູ​ລຽນ ພອນ ​ອັ​ສ​ຊັນໄດ້​ຮ່ວມມື​ກັບ​ໜັງ​ສື​ພິມ​“ເດີ ກາ​ດຽນ”(The Guardian)ຂອງ​ອັງ​ກິດ​ແລະ​ສື່ມວນ​ຊົນ​ອື່ນໆ ເປີດ​ເຜີຍ​ເອ​ກະ​ສານ​ລັບຈຳ​ນວນ​ຫຼວງຫຼາຍ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາທີ່​ມີ​ເນື້ອ​ໃນກ່ຽວ​ຂ້ອງ​ກັບສົງ​ຄາມໃນ​ອັ​ຟ​ກາ​ນິ​ສະ​ຖານ​ແລະ​ສົງ​ຄາມ​ອີ​ຣັກ. ເອ​ກະ​ສານ​ເຫຼົ່າ​ນີ້​ໄດ້​ລະ​ບຸ​ວ່າ: ເຈົ້າ​ໜ້າ​ທີ່ທະ​ຫານ​ອາ​ເມ​ຣິ​ກາ​ໄດ້​ຕັ້ງ​ໃຈ​ເບິ່ງ​ຂ້າມ​ເລື່ອງ​ທີ່ທະ​ຫານ​ອາ​ເມ​ຣິ​ກາທໍ​ລະ​ມານ​ແລະ​ເຄັ່ນ​ຂ້າ​ຜູ້​ທີ່​ຖືກ​ສົງ​ໄສ​ເປັນ​ກຸ່ມປະ​ກອບ​ອາ​ວຸດ​ອີ​ຣັກ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ. ເອ​ກະ​ສານ​ຍັງໄດ້​ລະ​ບຸ​ວ່າ: ນັບ​ແຕ່​ໄດ້​ກໍ່​ສົງ​ຄາມ​ອີ​ຣັກ​ໃນ​ເດືອນ​ມີ​ນາ​ປີ 2003 ຫາ​ທ້າຍ​ປີ 2009, ມີ​ປະ​ຊາ​ຊົນ​ອີ​ຣັກ ກຸ່ມປະ​ກອບ​ອາ​ວຸດ​ອີ​ຣັກ ແລະ​ທະ​ຫານ​ອາ​ເມ​ຣິ​ກາເສຍ​ຊີ​ວິດ​ຍ້ອນ​ສົງ​ຄາມ​ດັ່ງ​ກ່າວ​ລວມ​ທັງ​ໝົດ 1 ແສນ 9 ພັນ​ຄົນ, ທຳ​ມະ​ດາ​ແລ້ວ, ເນື້ອ​ໃນເອ​ກະ​ສານ​ລັບ​ເຫຼົ່າ​ນີ້​​ບໍ່ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ຖືກ​ເປີດ​ເຜີຍ.

     ວັນ​ທີ 11 ເມ​ສາ​ປີ 2019, ທ່ານຈູ​ລຽນ ພອນ ອັ​ສ​ຊັນໄດ້​ຖືກ​ຕຳ​ຫຼວດ​ອັງ​ກິດ​ຈັບ​ຕົວ​ຢູ່​ສະ​ຖານ​ທູດ​ເອກວາ​ດໍ​ປະ​ຈຳ​ອັງ​ກິດ​ເຊິ່ງ​ທ່ານ​ໄດ້​ຂໍ​ລີ້​ໄພ​ຢູ່ສະ​ຖານ​ທູດນີ້​ເປັນ​ເວ​ລາ 7 ປີມາ​ແລ້ວ, ອີງ​ຕາມ​ຄວາມ​ເວົ້າ​ຂອງ​ກະ​ຊວງ​ພາຍ​ໃນ​ອັງ​ກິດ, ການ​ຈັບ​ຕົວ​ທ່ານ​ຈູ​ລຽນ ພອນ ອັ​ສ​ຊັນແມ່ນ​ເພື່ອ​ຕອບ​ສະ​ໜອງຕາມ​ຄວາມ​ຕ້ອງ​ການ​ຂອງ​ອາ​ເມ​ຣິ​ກາ.

     ທ່ານ​ຈວນ ກາ​ເດ​ນັ​ສ ສະ​ມາ​ຊິກ​ສະ​ພາ​ເອກວາ​ດໍ​ໃນ​ຄາວນັ້ນ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: “ເປັນ​ຫຍັງ​ອາ​ເມ​ຣິ​ກາ​ຕ້ອງ​ຈັບ​ທ່ານຈູ​ລຽນ ພອນ ອັ​ສ​ຊັນ? ກໍ່ເພື່ອປິດ​ປາກທ່ານ, ເພາະ​ວ່າ​ຢູ່​ອາ​ເມ​ຣິ​ກາໃນ​ຄະ​ດີ​ແບບນີ້ກໍ່​ຕ້ອງ​ຖືກ​ລົງ​ໂທດ​ປະ​ຫານ​ຊີ​ວິດ.”

     ຄື​ທ່ານ​ອັກ​ເນັ​ສ ຄາ​ລາ​ມາດ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ອະ​ໄພຍະ​ໂທດ​ສາ​ກົນ​ເວົ້າ​ວ່າ: “ເກືອບບໍ່​ມີ​ຜູ້​ໃດ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຄະ​ດີອາ​ຊະ​ຍາ​ກຳສົງ​ຄາມ​ທີ່ອາ​ເມ​ຣິ​ກາກໍ່​ຂຶ້ນ​ຢູ່ອັ​ຟ​ກາ​ນິ​ສະ​ຖານ​ແລະ​ອີ​ຣັກ, ຍິ່ງບໍ່​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ກ່າວ​ຟ້ອງ. ແຕ່​ວ່າ, ສື່ມວນ​ຊົນ​ຄົນໜຶ່ງ​ທີ່​ໄດ້​ເປີດ​ເຜີຍ​​ຄວາມ​ຈິງ​ກ່ຽວ​ກັບອາ​ຊະ​ຍາ​ກຳ​ເຫຼົ່າ​ນີ້​ພັດ​ອາດ​​ຖືກ​ຕັດ​ສິນ​ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ.”

     ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ຖື​ຕົນເອງວ່າ​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ຊ້ຳ​ພັດ​ໄປ​ກີດ​ຂວາງ​ສື່ມວນ​ຊົນທີ່​ເຮັດ​ໜ້າ​ທີ່​ເປີດ​ເຜີຍຄວາມ​ຈິງ​ກ່ຽວ​ກັບ​ຄະ​ດີ​ອາ​ຊະ​ຍາ​ກຳ​ຂອງອາ​ເມ​ຣິ​ກາ​ດ້ວຍ​ຄວາມ​ເປັນມະ​ຫາ​ອຳ​ນາດ​ຂອງ​ຕົນ, ເມື່ອ​ມີ​ສື່ມວນ​ຊົນເປີດ​ເຜີຍ​ຄວາມ​ລັບ​ຂອງ​ອາ​ເມ​ຣິ​ກາ, ທ່ານຈູ​ລຽນ ພອນ ອັ​ສ​ຊັນ ຊາວ​ອົ​ສ​ຕຼາ​ລີ​ຊ້ຳ​ພັດ​ບໍ່ມີ​ສິ່ງ​ຄ້ຳປະ​ກັນໃດໆ​ຈາກເສ​ລີພາບ​ໃນ​ດ້ານ​ການ​ປາກ​ເວົ້າ.

ເຫດ​ການ​ທີ່​ອາ​ເມ​ຣິ​ກາ​​ຂໍໃຫ້​ສົ່ງ​ທ່ານຈູ​ລຽນ ພອນ ອັ​ສ​ຊັນໄປ​ຂຶ້ນ​ສານ​ຢູ່​ປະ​ເທດ​ຕົນ​ນັ້ນ ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ເຫັນໄດ້​ຢ່າງ​ຈະ​ແຈ້ງວ່າ: ອາ​ເມ​ຣິ​ກາ​ຍັງ​ຢາກ​ເປັນ“ຕຳ​ຫຼວດ​​ໂລກ”ແລະ​ຢາກ​ຄອບ​ງຳ​ປະ​ເທດ​ອື່ນ, ແຕ່​ຈະ​ຫ້າມ​ຜູ້​ອື່ນ​ເຂົ້າ​ມາ​ກ້າວ​ກ່າຍ​ເລື່ອງ​ຂອງ​ຕົນ​ເອງຢ່າງ​ເດັດ​ຂາດ. ເມື່ອມີ​ຜູ້​ໃດແຕະ​ຕ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ​, ​ກໍ່​ຈະ​ຖືກ​ຈັບ​ຕົວ​ໄປ​ຂຶ້ນ​ສານ​ຄືທ່ານ​ຈູ​ລຽນ ພອນ ອັ​ສ​ຊັນນັ້ນ​ເອງ.

ອາ​ເມ​ຣິ​ກາ​ຖື​ຕົນ​​ເອງວ່າເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ, ແຕ່ບໍ່​ສາ​ມາດ​ປິດ​ບັງ​ທາດ​ແທ້​ຂອງ​ຕົນທີ່​ມັກ​ໃຊ້​ຄວາມເປັນ​ມະ​ຫາ​ອຳ​ນາດຂອງ​ແທ້​ແລະ​ປະ​ຊາ​ທິ​ປະ​ໄຕຈອມ​ປອມໄດ້.

ຄຳ​ເຫັນ

0