尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ກຳ​ປູ​ເຈຍ​ຕົກ​ລົງ​ຈະ​ບໍ່​ຮັບ​ລັດ​ຖະ​ກອນ​ໃໝ່ສຳ​ລັບ​ປີ 2022

2021-12-21 16:57:24 cri

ລັດ​ຖະ​ບານ​ກຳ​ປູ​ເຈຍ​ຕົກ​ລົງ​ຈະ​ບໍ່​ຮັບ​ລັດ​ຖະ​ກອນ​ໃໝ່ສຳ​ລັບ​ປີ 2022_fororder_91ef76c6a7efce1bb0b13227573d6ad7b58f653f

      ເພື່ອ​ຮັບ​ມື​ກັບ​ຄວາມ​ຂາດ​ເຂີນ​ທາງ​ດ້ານ​ງົບ​ປະ​ມານຈາກ​​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​ຕົກ​ລົງ​ຈະ​ບໍ່​ຮັບ​ລັດ​ຖະ​ກອນ​ໃໝ່​ສຳ​ລັບ​ປີ 2022.

      ກະ​ຊວງ​ການ​ເງິນ​ແລະ​ເສດ​ຖະ​ກິດ​ກຳ​ປູ​ເຈຍ​ກ່າວ​ວ່າ: ເພື່ອ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ແລະ​ຮັບ​ມື​ກັບ​ຄ່າ​ໃຊ້​ຈ່າຍ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ແລະ​ສັງ​ຄົມ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ໄດ້​ອະ​ນຸ​ມັດ​​ຂໍ້​ສະ​ເໜີຂອງ​ກະ​ຊວງ​ການ​ເງິນ​ແລະ​ເສດ​ຖະ​ກິດ​ກ່ຽວ​ກັບ​ກາ​ນ​ຢຸດ​ຕິ​ການ​ຮັບ​ລັດ​ຖະ​ກອນ​ໃໝ່​ເປັນ​ການ​ຊົ່ວ​ຄາວແລະ​ຢຸດ​ຕິ​ການ​ເພີ່ມ​ເງິນ​ເດືອນ​ຕາມ​​ຊັ້ນ​ຕຳ​ແໜ່ງ​.

      ກະ​ຊວງ​ການ​ເງິນ​ເສດ​ຖະ​ກິດ​ກຳ​ປູ​ເຈຍ​ກ່າວ​ວ່າ: ໃນ​ຕົ້ນ​ປີ 2021 ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ຊຸມ​ຊົນ​ປະ​ເທດ​ຕົນ​ຢ່າງ​ໜັກ​ໜ່ວງ, ບວກ​ກັບ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ກາຍ​ພັນ,ເຮັດ​ໃຫ້​ລັດ​ຖະ​ບານ​ກຳ​ປູ​ເຈຍ​​ຕ້ອງໄດ້​ໃຊ້​ງົບ​ປະ​ມານ​ປະ​ມານ 1,454 ຕື້​ໂດ​ລາ​ສະ​ຫະ​ລັດເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທັງ​ຊ່ວຍ​ຂະ​ແໜງ​ການ​ແລະ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ໃນ​ນັ້ນ​ງົບ​ປະ​ມານ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ໄດ້​​ນຳໃຊ້​ເຂົ້າ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ​ແລະ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດໂຄວິດ-19.

ຄຳ​ເຫັນ

0