ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງກ່ອນນີ້, ງານສິລະປະງິ້ວສາກົນຕ້າລຽງຊ່ານຄັ້ງທີ 3 ໄດ້ຈັດຂຶ້ນຢູ່ເມືອງຊີ່ຊ່າງ ກິ່ງແຂວງປົກຄອງຕົນເອງເຜົ່າອີລຽງຊ່ານ ແຂວງເສສວນຈີນ. ໃນ 3 ປີທີ່ຜ່ານມາ, ງານສິລະປະງິ້ວສາກົນຕ້າລຽງຊ່ານໄດ້ນຳເອົາງິ້ວທີ່ດີເດັ່ນຈຳນວນຫຼວງຫຼາຍມາໃຫ້ກິ່ງແຂວງລຽງຊ່ານ, ພ້ອມກັນນັ້ນ, ກໍໄດ້ແນະນຳວັດທະນະທຳ ຮີດຄອງປະເພນີຊົນເຜົ່າ ແລະທິວທັດທຳມະຊາດຂອງລຽງຊ່ານໃຫ້ທົ່ວໂລກຮູ້.
ງານສິລະປະງິ້ວສາກົນຕ້າລຽງຊ່ານຄັ້ງນີ້ໄດ້ວາງສະແດງງິ້ວແລະລະຄອນທີ່ດີເດັ່ນຂອງຈີນແລະຕ່າງປະເທດທັງໝົດ 30 ກວ່າເລື່ອງຜ່ານທາງອອນລາຍແລະອອຟລາຍ, ໄດ້ມີ 10 ກວ່າປະເທດເລີ່ມດຳເນີນການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳກັບລຽງຊ່ານຜ່ານງານຄັ້ງນີ້.
ໃນອະນາຄົດ, ພາກສ່ວນທີ່ກ່ຽວຂ້ອງຂອງລຽງຊ່ານຈະຕັ້ງໜ້າສົ່ງເສີມການຮ່ວມມືລະດັບສາກົນ, ຕັ້ງໜ້າອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານການເຜີຍແຜ່ວັດທະນະທຳຂອງຕົນ ແລະຈັດຕັ້ງປະຕິບັດກິດຈະກຳແລກປ່ຽນວັດທະນະທຳລະດັບສາກົນ.
ຄຳເຫັນ
0