蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ໄທ​ໄດ້ປະ​ກາດໂຈະຮັບ​ໃບ​ຮ້ອງ​ຂໍ​ເຂົ້າ​ເມືອງ​ທີ່ບໍ່​ຕ້ອ​ງ​ກັກ​ບໍ​ລິ​ເວນ​ເປັນ​ການ​ຊົ່ວ​ຄາວ

2021-12-22 17:00:10 CRI

     ຕອນ​ບ່າຍ​ວັນ​ທີ 21 ທັນ​ວານີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ປະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທກ່າວ​ຫຼັງ​ກອງ​ປະ​ຊຸມຄະ​ນະ​ລັດ​ຖະ​ບານວ່າ: ເນື່ອງ​ຈາກວ່າ​ເຊື້ອ​ໄວ​ຣັດ​ກາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ໃນ​ທົ່ວ​ໂລກ, ຄະ​ນະ​ລັດ​ຖະ​ບານ​ໄດ້​ຕົກ​ລົງ​ຢ່າງ​ຮີບ​ດ່ວນ​ວ່າ: ນັບ​ແຕ່​ວັນ​ທີ 21 ທັນ​ວານີ້​ເປັນ​ຕົ້ນ​ໄປ​ຈະ​ໂຈະຮັບ​ໃບ​ຮ້ອງ​ຂໍ​ເຂົ້າ​ປະ​ເທດ​ໄທ​ໂດຍບໍ່​ຕ້ອງ​ກັກ​ບໍ​ລິ​ເວນເປັນ​ການ​ຊົ່ວ​ຄາວ. ທ່ານ​ກ່າວ​ເນັ້ນ​ວ່າ: ນີ້​ເປັນພຽງມາດ​ຕະ​ການ​ຊົ່ວ​ຄາວ​ເທົ່າ​ນັ້ນ, ບໍ່​ໝາຍ​ຄວາມ​ວ່າ​ຈະ​ປິດ​ປະ​ເທດ​ຄືນ​ໃໝ່.

     ທ່ານ​ປະ​ຢຸດ ຈັນ​ໂອ​ຊາ​ຍັງ​ກ່າວ​ວ່າ: ສ່ວນຜູ້​ໂດຍ​ສານ​ສາ​ກົນ 9 ໝື່ນ​ຄົນ​ທີ່​ໄດ້​ຮ້ອງ​ຂໍ​ເຂົ້າ​ປະ​ເທດ​ໄທ​ໂດຍ​ຜ່ານ​ຂັ້ນ​ຕອນ​ຕ່າງໆ​ສຳ​ເລັດ​ແລ້ວນັ້ນ​ແລະ​ກຽມ​ຈະ​ເດີນ​ທາງ​ເຂົ້າ​ປະ​ເທດ​ໄທ​ຍັງ​ສາ​ມາດ​ເຂົ້າ​ເມືອງ​ໄດ້, ແຕ່​ຕ້ອງກວດນີວ​ຄ​ຣິ​ອິກ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ມື້​ທຳ​ອິດ​ແລະ​ມື້​ທີ 7 ພາຍ​ຫຼັງ​ເຂົ້າ​ປະ​ເທດ​ໄທແລ້ວ. ສຳ​ລັບ​ຜູ້​ໂດຍ​ສານ​ທີ່​ຮ້ອງ​ຂໍເຂົ້າປະ​ເທດ​ໄທຫຼັງ​ວັນ​ທີ 21 ທັນ​ວານີ້ ຈະ​ບໍ່​ສາ​ມາດ​ນຳໃຊ້​ນະ​ໂຍ​ບາຍເຂົ້າ​ປະ​ເທດ​ໄທໂດຍບໍ່​ຕ້ອງ​ກັກ​ບໍ​ລິ​ເວນ, ພາຍ​ຫຼັງ​ໄດ້​ເຂົ້າ​ປະ​ເທດ​ໄທ​ແລ້ວ​, ຕ້ອງກັກ​ບໍ​ລິ​ເວນເປັນ​ເວ​ລາ 7 ຫາ 10 ວັນ​ຢູ່​ໂຮງ​ແຮມ.

     ພ້ອມ​ກັນ​ນັ້ນ, ທ່ານ​ປະ​ຢຸດ ຈັນ​ໂອ​ຊາ​ຍັງ​ກ່າວ​ເນັ້ນ​ວ່າ: ເທດ​ສະ​ການເພື່ອ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່​ສາ​ກົນ​ພາຍ​ໃນ​ປະ​ເທດໄທ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ, ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມຂໍ້​ກຳ​ນົດຂອງ​ການປ້ອງ​ກັນແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ເຂັ້ມ​ງວດ.

ຄຳ​ເຫັນ

0