蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເຮັດ​ໃຫ້​ປະ​ເທດ​ລາວເຊື່ອມ​ຕໍ່ກັບ​ໂລກ​ຢ່າງ​ໃກ້​ຊິດກວ່າ​ເກົ່າ

2021-12-22 15:22:24 CRI

     ຫວ່າງ​ກ່ອນນີ້ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ, ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສ​ປ​ປ ລາວໄດ້​ກ່າວຕອບ​ໂຕ້ການ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ຜູ້ບໍ່​ຫວັງ​ດີໂດຍແນ່​ໃສ່ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ທ່ານ​ກ່າວ​ເນັ້ນ​ວ່າ, ຖ້ອຍ​ຄວາມ​ທີ່​ວ່າ“ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເຮັດ​ໃຫ້​ ສ​ປ​ປ ລາວ​ຕົກ​ຢູ່​ໃນ​ຂຸມ​ພາງ​ໜີ້​ສິນ​”ເປັນ​ການ​ໃສ່​ຮ້າຍ​ປ້າຍ​ສີ​ທັງ​ນັ້ນ. ທ່ານ​ຍັງ​ກ່າວ​​ຕື່ມວ່າ: ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ລາວ, ຈະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ແລະ​ການ​ຄ້າ ແລະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນຫຼາຍກວ່າ​ເກົ່າ.

     ວັນ​ທີ 21 ທັນ​ວານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວວ່າ: ເມື່ອເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ນຳ​ໃຊ້​ຫຼາຍກວ່າເຄິ່ງ​ເດືອນ​ມານີ້, ຫຼາຍ​ແຫ່ງ​ໃນ​ປະ​ເທດຈີນ​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ເຄື່ອງ​ຂອງສາ​ກົນ​ໂດຍ​ນຳ​ໃຊ້​ເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ, ນັບ​ມາ​ຮອດ​ວັນ​ທີ 15 ທັນ​ວານີ້, ຍອດ​ມູນ​ຄ່າ​ສິນ​ຄ້າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ໄດ້​ບັນ​ລຸຫຼາຍກວ່າ 100 ລ້ານຢວນ. ມາ​ຮອດ​ວັນ​ທີ 20 ທັນ​ວານີ້, ຈຳ​ນວນການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນຢູ່​ປະ​ເທດ​ລາວ​ໄດ້ມີ​ເຖິງ 22 ພັນ​ເທື່ອ​ຄົນແລ້ວ. ໃນ​ອະ​ນາ​ຄົດ, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ຈະ​ເຊື່ອມ​ຈອດ​ກັບເສັ້ນ​ທາງ​ລົດ​ໄຟ​ຂອງ​ປະ​ເທດຕ່າງໆທີ່​ຢູ່​ທາງ​ເໜືອ​ແລະ​ທາງ​ໃຕ້​ຫຼາຍກວ່າ​ເກົ່າ, ເຊື່ອ​ວ່າ​ເສັ້ນ​ທາງ​ລົດ​ໄຟ​ສາຍນີ້​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນແລະ​ສ້າງ​​ຜົນ​ປະ​ໂຫຍດ​ໂດຍລວມໄດ້​ຫຼາຍກວ່າ​ເກົ່າ ແລະ​ສ້າງ​ຄວາມ​ສຸກ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນລາວ​ແລະ​ຈີນ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດໃນ​ພາກ​ພື້ນ.

ຄຳ​ເຫັນ

0