蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານການ​ຂົນ​ສົ່ງເຄື່ອງ​ຂອງ​ຕາມເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

2021-12-23 12:45:05 CRI

ປະ​ລິ​ມານການ​ຂົນ​ສົ່ງເຄື່ອງ​ຂອງ​ຕາມເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ_fororder_11

ປະ​ລິ​ມານການ​ຂົນ​ສົ່ງເຄື່ອງ​ຂອງ​ຕາມເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ_fororder_12

     ຕາມ​ຂ່າວ​ຈາກກຸ່ມ​ບໍ​ລິ​ສັດທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝີງ​ໄດ້​ລາຍ​ງານ​ວ່າ: ນັບ​ມາ​ຮອດ​ວັນ​ທີ 21 ທັນ​ວານີ້, ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ເຄື່ອງ​ຂອງ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ມີ​ທັງ​ໝົດ 203 ຖ້ຽວ​ແລ້ວ ແລະໄດ້​ຂົນ​ສົ່ງ​ເຄື່ອງ​ຂອງຫຼາຍກວ່າ 5 ໝື່ນ​ໂຕນ ເຊິ່ງມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

     ພາຍ​ຫຼັງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ການ​ຂົນ​ສົ່ງ​ເຄື່ອງ​ຂອງລະ​ຫວ່າງ​ຈີນ​ກັບ​ລາວແລະໄທ​ໄດ້​ດຳ​ເນີນ​ໄປ​ຢ່າງສະ​ດວກກວ່າ​ເກົ່າ. ນັບ​ມາ​ຮອດ​ວັນ​ທີ 21 ທັນ​ວານີ້, ເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ປະ​ເທດ​ຈີນ​ໄດ້​ຂົນສົ່ງ​ເຄື່ອງ​ຂອງທັງ​ໝົດ​ຫຼາຍກວ່າ 28 ພັນ​ໂຕນ; ຕອນ​ຢູ່​ປະ​ເທດ​ລາວ​ໄດ້​ຂົນ​ສົ່ງ​ເຄື່ອງ​ຂອງ​ທັງ​ໝົດ​ຫຼາຍກວ່າ 22 ພັນ​ໂຕນ.

 

     ພ້ອມ​ດຽວ​ກັນ​ນີ້, ຈຳ​ນວນການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕາມ​ເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ​ກໍ່​ໄດ້​ເພີ່ມ​ຂຶ້ນ​ເປັນ​ກ້າວໆ. ເພື່ອ​ຕອບ​ສະ​ໜອງຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໂດຍ​ສານ, ກຸ່ມ​ບໍ​ລິ​ສັດທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝີງໄດ້​ເພີ່ມ​ຖ້ຽວ​ລົດ​ໄຟ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ປະ​ເທດ​ຈີນ​ເລື້ອຍໆ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ​ຈາກ 17,5 ຖ້ຽວ​ໄປ​-ກັບໃນ​ໄລ​ຍະ​ເບື້ອງ​ຕົ້ນ​ເປັນ 31,5 ຖ້ຽວ​ໄປ​-ກັບໃນ​ອາ​ທິດ​ແລ້ວນີ້, ມື້​ທີ່​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍ​ທີ່​ສຸດຢູ່ສະ​ຖາ​ນີ​ສິບ​ສອງ​​ພັ່ນ​ນາ​ມີຫຼາຍກວ່າ 6000 ເທື່ອຄົນ.

ຄຳ​ເຫັນ

0