尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ພົບ​ປະ​ກັນ​​ໄດ້ຢ່າງ​ມ່ວນ​ຊື່ນ​ອີກຫຼື​ບໍ່​ຫຼັງອາ​ເມ​ຣິ​ກ​າ​ປຸ້ນ​​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ

2021-12-23 17:21:46 cri

ຜູ້​ນຳຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ພົບ​ປະ​ກັນ​​ໄດ້ຢ່າງ​ມ່ວນ​ຊື່ນ​ອີກຫຼື​ບໍ່​ຫຼັງອາ​ເມ​ຣິ​ກ​າ​ປຸ້ນ​​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ_fororder_a8773912b31bb051ebe1d16c26fb4abd4bede033

      ​ວັນ​ທີ 10 ທັນ​ວາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ໃຫ້​ໂລກ​ຮູ້​ວ່າ: ຈະ​ອະ​ນຸ​ມັດ​ຂາຍອາ​ວຸດ​ຍຸດ​ໂທ​ປະ​ກອນ​ເຊັ່ນ: ​ກຳ​ປັ່ນ​ຮົບ 4 ລຳ, ລະ​ບົບ​​ການ​ຈັດ​ການ​ໃນການ​ສູ້​ຮົບ​ແລະຂີ​ປະ​ນາ​ວຸດ​ປ້ອງ​ກັນ​ທາງ​ອາ​ກາດ​ໄລ​ຍະ​ໃກ້​​ເປັນ​ຕົ້ນ​ທີ່​ມີ​ມູນ​ຄ່າ​ປະ​ມານ 7 ຕື້​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ເກຼັກ. ​ຖ້າການ​ຊື້-ຂາຍ​ທີ່​ມີ​ມູນ​ຄ່າ​ມະ​ຫາ​ສານງວດ​ດັ່ງ​ກ່າວ​ປະ​ສົບ​ຜົນ​ສຳ​ເລັດ​,ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ທາງ​ການ​ທະ​ຫານ​ຂອງ​ອາ​ເມ​ຣິ​ກາ​ກໍ່​ຈະ​ໄດ້​ກຳ​ໄລ​ຢ່າງ​ຫຼວງ​ຫຼາຍ.
ຜູ້​ນຳຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ພົບ​ປະ​ກັນ​​ໄດ້ຢ່າງ​ມ່ວນ​ຊື່ນ​ອີກຫຼື​ບໍ່​ຫຼັງອາ​ເມ​ຣິ​ກ​າ​ປຸ້ນ​​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ_fororder_8b82b9014a90f603d7cf2b3f8f709a12b051ed33

      10 ອາ​ທິດ​ກ່ອນ, ຝ​ຣັ່ງ​ຫາ​ກໍ່​ໄດ້​ປະ​ກາດ​​ວ່າໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​​ຂາຍ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ທີ່​ມີ​ມູນ​ຄ່າ​ປະ​ມານ 3 ຕື້ເອີ​ໂຣ​​ໃຫ້​ກັບ​ເກຼັກ, ກຸ່ມ​ບໍ​ລິ​ສັດ NAVAL ຂອງ​ຝ​ຣັ່ງ​ຈະ​ມອບ​ກຳ​ປັ່ນຄຸ້ມ​ກັນ 4 ລຳ​ໃຫ້​ແກ່​ເກຼັກ​ໃນ​ປີ 2025 ຫາ​ປີ 2026,ພ້ອມ​ທັງ​ສະ​ໜອງ​ການ​ບໍ​ລິ​ການ​ຫຼັງ​ການ​​ຂາຍ​ຕາມ​ຄວນ​. ການ​ຄ້າ​ຂາຍ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ເກຼັກ​ເປັນ​ການ​ທ້າ​ທາຍ​ໂດຍ​ກົງ​ຕໍ່​ສັນ​ຍາ​ຂາຍອາ​ວຸດ​ຍຸດ​ໂທ​ປະ​ກອນ​ລະ​ຫວ່າງ​ຝ​ຣັ່ງ-ເກຼັກ, ເວົ້າ​ອີກ​ດ້ານ​ໜຶ່ງ​ກໍ່​ແມ່ນ: ອາ​ເມ​ຣິ​ກາ​​ກຳ​ລັງ​ຈະ​ປຸ້ນ​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ​​ອີກແລ້ວ.
ຜູ້​ນຳຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ພົບ​ປະ​ກັນ​​ໄດ້ຢ່າງ​ມ່ວນ​ຊື່ນ​ອີກຫຼື​ບໍ່​ຫຼັງອາ​ເມ​ຣິ​ກ​າ​ປຸ້ນ​​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ_fororder_342ac65c103853436b024b4423719977cb808876

      ວັນ​ທີ 15 ກັນ​ຍາ​ປີນີ້, ອາ​ເມ​ຣິ​ກາ,ອັງ​ກິດ​ແລະ​ອົ​ສ​ຕ​ຣາ​ລີ​ໄດ້​ປະ​ກາດ​ສ້າງ​ຕັ້ງ​​ພັນ​ທະ​ມິດ​ທາງການ​ທະ​ຫານ AUKUS ​ຂຶ້ນໃໝ່, ພ້ອມ​ທັງ​ກ່າວ​ວ່າ​ຈະ​ຊ່ວຍ​ອົ​ສ​ຕ​ຣາ​ລີ​ສ້າງ​ກຳ​ປັ່ນ​ດຳ​​ນ້ຳ​ດ້ວຍ​ພະ​ລັງງານ​ນິວ​ເຄ​ລຍ ເຊິ່ງ​ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ສົ່​ງ​ເສີມ​ໃຫ້​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ຈີກ​ສັນ​ຍາ​ຊື້​ກຳ​ປັ່ນ​ດຳນ້ຳພະ​ລັງ​​ນິວ​ເຄ​ລຍ​ຈາກ​ປະ​ເທດ​ຝ​ຣັ່ງ​ທີ່​ມີ​ມູນ​ຄ່າ​ເຖິງ 56 ຕື້​ໂດ​ລາ​ສະ​ຫະ​ລັດ. ພາຍ​ໃຕ້​ສະ​ພາບ​ທີ່​ຝ​ຣັ່ງ​ບໍ່​ຮູ້​​ເຖິງ​ເຫດ​ຜົນ​ແລະລາຍ​ລະ​ອຽດ​ຫຍັງ​ເລີຍ, ອາ​ເມ​ຣິ​ກາ​ໄດ້​ຫຼັກ​ຫຼັງ​ຝ​ຣັ່ງ​ຢ່າງຮ້າຍ​ແຮງ. ການ​ປຸ້ນ​ຈີ້​ໃບ​ສັ່ງ​ຊື້​ກຳ​ປັ່ນ​ດຳ​ນ້ຳ​ມູນ​ຄ່າ​ມະ​ຫາ​ສານ​ໄປ​ຈາກຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ​ກໍ່​ຊ່ຳ​ກັບ​ວ່າ​ໄດ້​ເອົາ​ເກືອ​ຍັດ​ໃສ່​ປາກ​ບາດ​ແຜຂອງ​ຝ​ຣັ່ງ​ທີ່​ຍັງ​ບໍ່​ທັນ​ຫາຍ​ດີ​ເປັນ​ການ​ຊ້ຳ​ເຕີມ​ບາດ​ແຜ​ເກົ່າ​. ພາຍ​ຫຼັງສັນ​ຍາ​ຊື້-ຂາຍ​ກຳ​ປັ່ນ​ດຳ​ນ້ຳ​​ພະ​ລັງ​ນິວ​ເຄ​ລຍ​ຂອງ​ຝ​ຣັ່ງ​ຖືກ​ປຸ້ນ​ຈີ້ເອົາ​ໄປ​ແລ້ວ,​ ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຝ​ຣັ່ງ​ກໍ່​ມີ​ຄວາມ​ເຄັ່ງ​ຕຶງ​ຮ້າຍ​ແຮງ​ຂຶ້ນ​ຊົ່ວ​ໄລ​ຍະ​ໜຶ່ງ. ເພື່ອສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຂອງ​ຕົນ,ຝ​ຣັ່ງ​ໄດ້​ປະ​ກາດ​ຮຽກ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ​ປະ​ຈຳ​ອາ​ເມ​ຣິ​ກາກັບ​ຄືນ​ປະ​ເທດ. ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ,ທ່ານ ໂຈ​ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ໂທ​ລະ​ສັບ​ໄປ​​ຫາ​ທ່ານ ​ເອັມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ເຖິງສອງ​ຄັ້ງ, ທ່ານ ອັນ​ໂຕ​ນີ ​ລ​ລິນ​ເຄັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກໍ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຝ​ຣັ່ງ​ໃນ​ຕົ້ນ​ເດືອນຕຸ​ລາ​ປີ​ນີ້,ເພື່ອ​ສະ​ແດງ​​ໃຫ້​ເຫັນ​ວ່າ​ອາ​ເມ​ຣິ​ກາ​ໄດ້​ເອົາ​ໃຈ​ໃສ່​ປະ​ເທດ​ພັນ​ທະ​ມິດ​ຄື​ເກົ່າ. ​ຈາກ​ນັ້ນ,ໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ຕຸ​ລາ​ປີ​ນີ້,​ຈຶ່ງ​ເຫັນ​ພາບ​ທີ່​ທ່ານ ເອັມ​ມາ​ນູ​ແອນ ມາ​ຄ​ຣົງ​ແລະ​ທ່ານ ໂຈ ໄບ​ເດັນໄດ້​​ໂອ້ລົມ​ກັນ​​ແບບ​ມ່ວນ​ຊື່ນ,ຕົບ​ບ່າ​​​ຕົບ​ໄຫຼ່ແລະຈັບ​ມື​ກັນ.
ຜູ້​ນຳຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ພົບ​ປະ​ກັນ​​ໄດ້ຢ່າງ​ມ່ວນ​ຊື່ນ​ອີກຫຼື​ບໍ່​ຫຼັງອາ​ເມ​ຣິ​ກ​າ​ປຸ້ນ​​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ_fororder_902397dda144ad34295eacb266c025fd30ad8589

      ສິ່ງ​ທີ່​ຕະ​ຫຼົກ​​ກໍ່​ຄື:ໃນ​ມື້​ທີ​ສອງ​ທີ່​ອາ​ເມ​ຣິ​ກາ​ປະ​ກາດ​ສັນ​ຍາ​ຂາຍອາ​ວຸດ​ຍຸດ​ໂທ​ປະ​ກອນ​​ໃຫ້​ກັບເກຼັກ, ຝ​ຣັ່ງ​ກໍ່​ໄດ້​ກ່າວ​ຕອບ​ໂຕ້​ທັນ​ທີ​ວ່າ​ສັນ​ຍາການ​ຄ້າ​ລະ​ຫວ່າງ​ຝ​ຣັ່ງ-ເກຼັກ​ໄດ້​ສຳ​ເລັດ​ແລ້ວ. ອັນ​ທີ່​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື: ຫຼັງ​ຈາກ​ເຄີຍ​ເສຍ​ປຽບ​ໃຫ້​ອາ​ເມ​ຣິ​ກາ​ແລ້ວ​ເທື່ອ​ໜຶ່ງ,ຝ​ຣັ່ງ​ກໍ່​ກຽມ​ພ້ອມ​ປ້ອງ​ກັນ​ຕົນ​ເອງ​ຈາກ​ອາ​ເມ​ຣິ​ກາ. ເຖິງວ່າ​​ອາ​ເມ​ຣິ​ກາ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປຸ້ນ​ຈີ້​ໃບ​​ຊື້ຂາຍອາ​ວຸດ​ຍຸດ​ໂທ​ປະ​ກອນ​ໄປ​ຈາກ​ຝ​ຣັ່ງ​ໃນ​ຄັ້ງ​ນີ້ກໍ່​ຕາມ,ແຕ່​​ນິ​ໄສ​ຂອງອາ​ເມ​ຣິ​ກາ​ທີ່​​ມັກລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ກັບ​ປະ​ເທດ​ພັນ​ທະ​ມິດ​ເລື້ອຍໆ​ນັ້ນ,​ບໍ່​ມື້​ໃດ​ມື້​ໜຶ່ງກໍ່​ຈະ​ເຮັດ​ເລື່ອງ​ເກົ່າ​ແບບ​ເຈັບ​ແສບ​ໃຫ້​ກັບ​ປະ​ເທດ​ພັນ​ທະ​ມິດ​ເປັນ​ຄັ້ງ​ທີ 3 ແນ່ນອນ. ​ເມື່ອ​ເຖິງ​ເວ​ລາ​ນັ້ນ,ຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຍັງ​ຈະ​ສາ​ມາດ​ພົບ​ປະ​ກັນ​ໄດ້​ຢ່າງມ່ວນ​ຊື່ນ​ອີກ​ເທື່ອ​ໜຶ່ງ​ຫຼື​ບໍ່?
ຜູ້​ນຳຝ​ຣັ່ງ​ແລະ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ພົບ​ປະ​ກັນ​​ໄດ້ຢ່າງ​ມ່ວນ​ຊື່ນ​ອີກຫຼື​ບໍ່​ຫຼັງອາ​ເມ​ຣິ​ກ​າ​ປຸ້ນ​​ຈີ້​ໃບ​ສັ່ງ​ຊື້​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ​ໄປ​ຈາກ​ຝ​ຣັ່ງ​ອີກ​ເທື່ອ​ໜຶ່ງ_fororder_b151f8198618367a226d7c329811a2ddb11ce5e1

ຄຳ​ເຫັນ

0