尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ​: ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ກູ້​ໄພ​ສຸກ​ເສີນ​ງວດ​ໜຶ່ງ​ໃຫ້​ແກ່​​ຟີ​ລິບ​ປິນ

2021-12-23 17:12:20 cri

ຈີນ​ກ່າວ​ວ່າ​: ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ກູ້​ໄພ​ສຸກ​ເສີນ​ງວດ​ໜຶ່ງ​ໃຫ້​ແກ່​​ຟີ​ລິບ​ປິນ_fororder_d1a20cf431adcbef35020086e41db3d4a2cc9fb3

      ຫວ່າງ​ມໍ່ໆ​ມາ​ນີ້, ລົມ​ພາ​ຍຸ “ຣາ​ອີ” ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະສ້າງ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ​ທີ່​ໜັກ​ໜ່ວງ​ໃຫ້​ກັບ​ຟີ​ລິບ​ປິນ. ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ເພື່ອ​ຊ່ວຍ​ຟີ​ລິບ​ປິນ​ກູ້​ໄພ​ແລະ​ສ້າງ​ສາ​​ເຂດ​ປະ​ສົບ​ໄພຄືນ​ໃໝ່, ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ​ເພື່ອ​ກູ້​ໄພ​ສຸກ​ເສີນ​​ໃຫ້​ກັບ​ຝ່າຍ​ຟີ​ລິບ​ປິນ.

      ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: “ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ​ໄດ້​ສົ່ງ​ວັດ​ຖຸ​ອຸ​ປະ​ກອນໄປ​ເຂດ​ປະ​ສົບ​ໄພ​ຢ່າງ​ທັນ​ເວ​ລາ,ເພື່ອ​ແກ້​ໄຂ​ສະ​ພາບ​ສຸກ​ເສີນໃຫ້​ກັບປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ. ເຂົ້າ​ຈ້າວງວດ​ໜຶ່ງ​ທີ່​ຈີນ​ບໍ​ລິ​ຈາກ​ໃຫ້​ລັດ​ຖະ​ບານ​ຟີ​ລິບ​ປິນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ກໍ່​ໄດ້​ຖືກ​ສົ່ງ​ໄປ​ຮອດ​ເຂດ​ປະ​ສົບ​ໄພ​ແລ້ວ,ຟີ​ລິບ​ປິນ​ພວມ​ເລັ່ງ​ຂົນ​ສົ່ງ​ແລະ​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫຼືອ​ເຫຼົ່າ​ນີ້​ໃຫ້​ເຂດ​ປະ​ສົບ​ໄພ. ສະ​ພາ​ກາ​ແດງ​ຈີນ,​ແລະແຂວງ​​ຕ່າງ​ຂອງ​ປະ​ເທດ​ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຟີ​ລິບ​ປິນ​ຢ່າງ​ຕັ້ງ​ໜ້າ. ຈີນ​ເຊື່ອ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ ​ໂຣດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ແລະ​ຄະ​ນະລັ​ດ​ຖະ​ບານ​ຟີ​ລິບ​ປິນ​ທ່ານ​ອື່ນໆ, ປະ​ຊາ​ຊົນ​ຟີ​ລິບ​ປິນ​ຈະ​ສາ​ມາດ​ເອົາ​ຊະ​ນະ​ໄພ​ພິ​ບັດ​ໄດ້​ໂດຍ​ໄວ​ ​ຢ່າງ​ແນ່ນອນແລະ​ຈະ​ສາ​ມາດ​ສ້າງ​ສາ​ບ້ານ​ເມືອງ​ຄືນ​ໃໝ່.”

ຄຳ​ເຫັນ

0