黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງອຸດສາຫະກຳມຽນມາແລະກຸ່ມບໍລິສັດການຢາແຫ່ງຊາດຈີນໄດ້ເຊັນສັນຍາສະຫນອງວັກຊີນໂຄວິດ-19 ເຄິ່ງສຳເລັດຮູບ

2021-12-23 10:35:15 CRI

ກະຊວງອຸດສາຫະກຳມຽນມາ ແລະ ບໍລິສັດເຕັກໂນໂລຊີຊີວະພາບຈີນຫຸ້ນສ່ວນ ຈຳກັດ ທີ່ຂຶ້ນກັບກຸ່ມບໍລິສັດການຢາແຫ່ງຊາດຈີນ ຫລືຊີໂນຟາມ ໄດ້ເຊັນສັນຍາສະຫນອງວັກຊີນໂຄວິດ-19 ເຄິ່ງສຳເລັດຮູບ ເຊິ່ງຈັດຂຶ້ນໃນວັນທີ 22 ທັນວານີ້ຢູ່ ນະຄອນຢາງກຸ້ງປະເທດມຽນມາ.

ທ່ານເສີນໄຫ ເອກອັກຄະລັດຖະທູດຈີນປະຈຳມຽນມາ ໄດ້ກ່າວໃນພິທີເຊັນສັນຍາ ວ່າ: ການເຊັນສັນຍາສະຫນອງວັກຊີນໂຄວິດ-19 ເຄິ່ງສຳເລັດຮູບເທື່ອນີ້ ໄດ້ເປັນຂີດຫມາຍສະແດງໃຫ້ເຫັນວ່າ ການຮ່ວມມືດ້ານການບັນຈຸວັກຊີນໃສ່ ຫລອດລະຫວ່າງຈີນ-ມຽນມາ ໄດ້ຮັບຫມາກຜົນເປັນແຕ່ລະໄລຍະ ເຊິ່ງມີຄວາມ ຫມາຍສຳຄັນຕໍ່ການຮ່ວມມືດ້ານການຕ້ານກັບພະຍາດໂຄວິດ-19 ລະຫວ່າງ ສອງປະເທດ. ຈີນຍິນດີຮ່ວມມືກັບມຽນມາ ຊຸກຍູ້ການຮ່ວມມືຕ້ານກັບ ພະຍາດໂຄວິດ-19 ຢ່າງເດັດດ່ຽວຫນຽວແຫນ້ນ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການຮ່ວມມື “ແນວປ້ອງກັນສຸຂະພາບຈີນ-ອາຊຽນ”, ພະຍາຍາມຊຸກຍູ້ການຜະລິດວັກຊີນຊີໂນຟາມຢູ່ມຽນມາງວດທຳອິດໃຫ້ສຳເລັດໂດຍໄວ ເພື່ອເຮັດໃຫ້ປະຊາຊົນມຽນມາໄດ້ນຳໃຊ້ວັກຊີນພະຍາດໂຄວິດ-19 ທີ່ຜະລິດຢູ່ ພາຍໃນປະເທດຕົນໄດ້ຫລາຍກວ່າເກົ່າ.

ມື້ດຽວກັນ, ທ່ານເສີນໄຫ ເອກອັກຄະລັດຖະທູດຈີນ ແລະ ທ່ານເທັດໄຄວິນ ລັດຖະມົນຕີກະຊວງສາທາລະນະສຸກມຽນມາ ຍັງໄດ້ເຂົ້າຮ່ວມພິທີມອບຮັບ ວັກຊີນໂຄວິດ-19 ງວດໃໝ່ທີ່ລັດຖະບານຈີນໃຫ້ການຊ່ວຍເຫລືອລ້າແກ່ມຽນມາ.

ຄຳ​ເຫັນ

0