蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ານ​ພາ​ສີ​ປະ​ເທດ​ໄທ​ຢຶດຢາ​ເສບ​ຕິດທີ່​ກຽມ​ຈະ​ຂົນ​ສົ່ງ​ໄປ​ສູ່​ອົ​ສ​ຕຼາ​ລີ​ເກືອບ 200 ກີ​ໂລ

2021-12-24 15:54:18 CRI

     ວັນ​ທີ 23 ທັນ​ວານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກົມ​ພາ​ສີ ສຳ​ນັກ​ງານຕຳ​ຫຼວດ​ແຫ່ງ​ຊາດ​ໄທ ແລະ​ສະ​ຖານ​ທູດ​ອົ​ສ​ຕຼາ​ລີ​ປະ​ຈຳ​ປະ​ເທດ​ໄທໄດ້​ຈັດ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ຮ່ວມ ໂດຍ​ແຈ້ງ​ໃຫ້​ຮູ້​ວ່າ: ຫວ່າງ​ກ່ອນນີ້, ໄດ້​ຢຶດ​ຢາ​ເສບ​ຕິ​ດ​ປະ​ເພດ​ຢາ​ໄອ​ສທີ່​ກຽມ​ຈະ​ຂົນ​ສົ່ງ​ໄປ​ສູ່ປະ​ເທດອົ​ສ​ຕຼາ​ລີມີທັງ​ໝົດ 193,5 ກີ​ໂລ ເຊິ່ງ​ມີ​ມູນ​ຄ່າ​ທັງ​ໝົດປະ​ມານ 116 ລ້ານ​ບາດ.

     ຫົວ​ໜ້າ​ກົມ​ພາ​ສີ​ໄທ​ໄດ້ແນະ​ນຳ​ໃຫ້​ຮູ້​ວ່າ, ຢາ​ເສບ​ຕິດເຫຼົ່າ​ນີ້​ໄດ້ຖືກຊຸກເຊື່ອງ​ໄວ້​ໃນ​ກະ​ສອບ​ຊາຍ​ຝຶກ​ຊ້ອມມວຍ 15 ອັນ​ແລະ​ກຽມ​ຈະ​ຂົນ​ສົ່ງ​ຜ່ານ​ທ່າດ່ານ​ບາງກອກ​ປະ​ເທດ​ໄທ​ໄປ​ສູ່​ປະ​ເທດອົ​ສ​ຕຼາ​ລີ​ດ້ວຍ​ກຳ​ປັ່ນ. ໃນ​ເວ​ລາກວດ​ກາ, ພະ​ນັກ​ງານ​ດ່ານ​ພາ​ສີ​ໄດ້​ກວດ​ພົບ​ເມັດຢາ​ສີ​ຂາວ​ທີ່​ໜ້າ​ສົງ​ໄສ​ທີ່​ຊຸກ​ເຊື່ອງ​ໄວ້​ໃນ​ກະ​ສອບ​ຊາຍ​ຝຶກ​ຊ້ອມມວຍ, ເມື່ອ​ໄດ້​ວິ​ເຄາະຢ່າງ​ລະ​ອຽດ​ແລ້ວຈຶ່ງຢືນ​ຢັນ​ວ່າ​ເປັນ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ໄອ​ສ. ປະ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ກຳ​ລັງ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອົ​ສ​ຕຼ​າ​ລີ​​ສືບ​ສວນຄະ​ດີ​ຢາ​ເສບ​ຕິດ​ດັ່ງ​ກ່າວ.

     ນັບ​ແຕ່​ເດືອນ​ຕຸ​ລາ​ປີນີ້​ເປັນ​ຕົ້ນ​ມາ, ດ່ານ​ພາ​ສີ​ປະ​ເທດ​ໄທ​ສາ​ມາດຢຶດ​ຢາເສບ​ຕິດໄດ້ 19 ງວດ​ທີ່​ກຽມ​ຈະ​ຂົນ​ສົ່ງ​ໄປ​ສູ່​ຕ່າງປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ ເຊິ່ງ​ມີ​ມູນ​ຄ່າ​ທັງ​ໝົດປະ​ມານ 1,77 ຕື້​ບາດ.

ຄຳ​ເຫັນ

0