黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອ​ບິນ​ໂດຍ​ສານ​ລຳ​ໜຶ່ງ​ຂອງ​ມຽນ​ມາ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລອກແກັດ​ຈາກ​ກຸ່ມ​ປະ​ກອບ​ອາ​ວຸດທ້ອງຖິ່ນ, ບໍ່​ມີ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ

2021-12-25 12:58:15 cri

ເຮືອ​ບິນ​ໂດຍ​ສານ​ລຳ​ໜຶ່ງ​ຂອງ​ມຽນ​ມາ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລອກແກັດ​ຈາກ​ກຸ່ມ​ປະ​ກອບ​ອາ​ວຸດທ້ອງຖິ່ນ, ບໍ່​ມີ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ_fororder_微信图片_20211225125537

ກະ​ຊວງ​ໂຄ​ສະ​ນາ​ມຽນ​ມາ​ລາຍ​ງານ​ວ່າ, ​ໃນເວ​ລາ​ປະ​ມານ 8 ໂມງ 30 ນາ​ທີ​ຂອງວັນ​ທີ 24 ທັນ​ວາ​ນີ້, ເຮືອ​ບິນ​ໂດຍ​ສານ​ມຽນ​ມາ​ລຳ​ໜຶ່ງ ​ທີ່​ຈາກ​ນະ​ຄອນ​ຢາງ​ກຸ້ງ​ບິນ​ໄປ​ສະ​ໜາມ​ບິນ LoiKaw ລັດ​ຄະ​ເຣັນ​ນິ​ ຖືກ​ຫຼອນ​ໂຈມ​ຕີ​ດ້ວຍລອກແກັດ​ຈາກ​ກຸ່ມ​ປະ​ກອບ​ອາ​ວຸດທ້ອງຖິ່ນ. ໃນ​ເວ​ລາ​ຖືກ​ຫຼອນ​ໂຈມ​ຕີ, ເຮືອ​ບິນ​ດັ່ງ​ກ່າວ​ພວມ​ກຽມ​ລົງ​ຈອດ​ຢູ່ສະໜາມບິນ, ໂຊກ​ດີ​ຫຼາຍ​ ລອກແກັດ​ດັ່ງ​ກ່າວ​ບໍ່​ໄດ້​ຍິງ​ຖືກ​ເປົ້າ​ໝາຍ, ບໍ່​ມີ​ຄົນ​ເສຍ​ຊີ​ວິດ​ ແລະ​ ບາດ​ເຈັບ, ທັງ​ບໍ່​ໄດ້​ທຳ​ລາຍ​ສິ່ງ​ກໍ່​ສ້າງ​ແລະ ເລນ​ຂອງ​ເຮືອ​ບິນ.

​ຜູ້​ສັນທັດກໍລະນີຂອງທ້ອງຖິ່ນ​ກ່າວ​ວ່າ: ຜູ້​ກໍ່​ການ​ໂຈມ​ຕີ​ໄດ້​ຍິງ​ລອກແກັດ 4 ລູກ, ໄດ້​ລະ​ເບີດ​ຢູ່​ບ່ອນທີ່​ຫ່າງ​ຈາກ​ສະ​ໜາ​ມ​ບິນ​​ໄປທາງທິດ​ຕາ​ເວັນ​ອອກ​ ແລະ​ ທາງທິດຕາ​ເວັນ​ອອກ​ສຽງ​ໃຕ້ປະ​ມານ 2000 ແມັດ. ໃນ​ເຮືອ​ບິນ​ໂດຍ​ສານ​ດັ່ງ​ກ່າວ​ມີ​ຜູ້​ໂດຍ​ສານ 64 ຄົນ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ກຸ່ມ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນຂອງມຽນມາ ​ໄດ້​ເຕືອນ​ວ່າ​ຈະ​ກໍ່​ການ​ໂຈມ​ຕີ​ໃນເວລາ 1 ເດືອນກ່ອນ​. ​ເຂົາ​ເຈົ້າ​ເຫັນ​ວ່າ​ ເຮືອ​ບິນ​ຂອງ​ບໍ​ລິ​ສັດ​ການ​ບິນ​ມຽນ​ມາ ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ກາ​ນ​ຂົນ​ສົ່ງ​ອາ​ວຸດຍຸດໂທປະກອນ​ໃຫ້​ແກ່​ຝ່າຍ​ທະ​ຫານ​ມຽນ​ມາ.

ຄຳ​ເຫັນ

0