吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ອະນຸຍາດ​ໃຫ້​ຈັດ​ກິດຈະກຳສະຫຼອງ​ປີ​ໃໝ່ ​ແຕ່​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ

2021-12-25 12:21:16 CRI

ໄທ​ອະນຸຍາດ​ໃຫ້​ຈັດ​ກິດຈະກຳສະຫຼອງ​ປີ​ໃໝ່ ​ແຕ່​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ_fororder_20211224154807938


    ວັນ​ທີ 24 ທັນວາ​ນີ້, ພົນ​ເອກປະ​ຢຸດ ຈັນ​ໂອຊາ ນາຍົກລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ​ເຖິງ​ວ່າສະພາບ​ການ​ແຜ່​ລະບາດ​ຂອງໄວຣັດໂຄ​ວິດ-19 ກາຍພັນ​ໂອ​ມິຄຣອນ ​ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນກໍຕາມ, ​ແຕ່​ລັດຖະ​ບານ​ຈະ​ບໍ່​ຍົກ​ເລີກ​ຂໍ້​ຕົກລົງ​ທີ່​ໄດ້​ປະກາດໃນກ່ອນໜ້ານີ້ ທີ່​ອະນຸຍາດ​ໃຫ້​ແຫ່ງ​ຕ່າງໆທົ່ວປະເທດ​ຈັດ​ກິດຈະກຳ​​ສະ​ຫຼອງວັນຂຶ້ນ​ປີ​ໃໝ່, ​ແຕ່​ປະຖົມ​ປັດ​ໄຈ​ແມ່ນ ​ຕ້ອງ​ປະຕິບັດ​ຕາມ​ຂໍ້ກຳນົດເພື່ອປ້ອງ​ກັນພະຍາດ​ຂອງ​ລັດຖະບານ​ຢ່າງ​ເຂັ້ມ​ງວດ.


    ທ່ານ​ປະ​ຢຸດ ຈັນ​ໂອຊາ​ ຮຽກຮ້ອງ​ໃຫ້​ເຈົ້າ​ແຂວງໆ​ຕ່າງໆ ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ຜິດ​ຊອບ​​ການ​ປ້ອງ​ກັນ​ພະຍາດ ຕ້ອງ​ກວດກາ​ຢ່າງ​ເຂັ້ມ​ງວດ​ວ່າ ກິດຈະກຳ​ຕ່າງໆ​ສອດຄ່ອງ​ກັບ​ຂໍ້​ກຳນົດ​ເພື່ອ​ປ້ອງ​ກັນ​ພະຍາດ​ທີ່ກຳນົດ​ດ້ວຍ​ກະຊວງ​ສາທາ​ລະນະ​ສຸກ​ໄດ້​ຫຼື​ບໍ່​, ຕົວຢ່າງຄື: ຜູ້​ເຂົ້າ​ຮ່ວມ​ກິດຈະກຳທັງ​ໝົດ​ຕ້ອງ​ໄດ້​ສັກ​ວັກ​ຊິນ 2 ເຂັມ, ກ່ອນ​ເຂົ້າ​ບ່ອນ​ຈັດ​ກິ​ດຈະ​ກຳ ຜູ້​ຊົມ​ຕ້ອງໄດ້ຮັບການກວດ​ເຊື້ອ​ໂຄ​ວິດ-19 ແບບໄວ ​​ແລະ ຕ້ອງ​ຈຳກັດ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ກິດຈະກຳ​ເປັນ​ຕົ້ນ.


    ​ເພື່ອ​ປ້ອງ​ກັນການແຜ່​ລະບາດ​​ຂອງເຊື້ອ​ໂອ​ມິຄຣອນ​, ອົງການ​ປົກຄອງ​ນະຄອນຫຼວງ​ບາງກອກ ​ໄດ້​ປະກາດ​ຍົກ​ເລີກ​ກິດ​ຈຳ​ກຳ​ສະຫຼອງ​ປີ​ໃໝ່​ຂອງ​ຝ່າຍ​ທາງ​ການ​ໃນ​ວັນ​ທີ 23 ທັນວາ​ນີ້, ​ສ່ວນ​ວິ​ສາ​ຫະກິດ​ເອກະ​ຊົນ​ຍັງ​ຈັດ​ໄດ້​ ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ຢ່າ​ງ​ເຂັ້ມ​ງວດ.

ຄຳ​ເຫັນ

0