尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນຮ້າຍຢ້ອນຫຼັງຈາກພື້ນຖານວັດທະນະທຳຂອງອາເມຣິກາທີ່ບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາ

2021-12-26 00:11:51 cri

ຜົນຮ້າຍຢ້ອນຫຼັງຈາກພື້ນຖານວັດທະນະທຳຂອງອາເມຣິກາທີ່ບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາ_fororder_631640447789_.pic

      ໃນວັດທະນະທຳຂອງອາເມຣິກາມີຄວາມຂັດແຍ້ງໂດຍທຳມະຊາດ ຄື: ດ້ານໜຶ່ງ, ໄດ້ຍຶດໝັ້ນໃນລັດທິອາເມຣິກາເໜືອກວ່າໝູ່, ຖືອາເມຣິກາເປັນເທພີແຫ່ງເສລີພາບ, ຖືວ່າການໄດ້ຮັບຜົນສຳເລັດຂອງອາເມຣິກາແມ່ນຍ້ອນຈິດໃຈອາເມຣິກາທີ່ເປັນໜຶ່ງບໍ່ມີສອງໃນໂລກ; ອີກດ້ານໜຶ່ງ, ຍຶດໝັ້ນປະຊາທິປະໄຕແບບອາເມຣິກາມີຄວາມເປັນສາກົນ, ບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາໃນນາມ “ເສລີພາບ ແລະ ເອກະລາດ” ແລະອື່ນໆ, ຖ້າວ່າປະເທດ ແລະ ຮູບແບບອາລະຍະທຳອື່ນໆ ທີ່ມີຄວາມແຕກຕ່າງກັນກັບອາເມຣິກາໃນດ້ານຮູບຖານຈິດສຳນຶກ, ຄ່ານິຍົມ, ວິຖີຊີວິດ ແລະອື່ນໆ ກໍ່ຖືວ່າເປັນ “ສັດຕູຂອງອາເມຣິກາ” ແລະ “ຕ້ອງຖືກອາເມຣິກາທຳລາຍ”, ຫຼືວ່າຖືກອາເມຣິກາຖືເປັນ “ປະເທດຫຼ້າຫຼັງ” ທີ່ຕ້ອງໄດ້ຮັບການປ່ຽນແປງໃຫ້ຄືກັນກັບອາເມຣິກາ.

     ເຖິງວ່າຢູ່ພາຍໃນອາເມຣິກາບໍ່ມີຄວາມເປັນເອກະພາບກັນທາງດ້ານຈິດໃຈ ແລະມີທ່ວງທ່າເພີ່ມຂຶ້ນແນວໃດກໍຕາມ, ແຕ່ໃນບັນຫາທີ່ມີຕໍ່ກັບປະເທດອື່ນໂດຍສະເພາະແມ່ນ “ສັດຕູຂອງອາເມຣິກາ” ນັ້ນ, ພັດມີຄວາມເປັນເອກະພາບກັນໃນລະດັບສູງ, “ການບໍ່ອະນຸຍາດໃຫ້ມີຄູ່ແຂ່ງ ຫຼື ໄພຂົ່ມຂູ່ໃດໆທີ່ມີຕໍ່ອາເມຣິກາ” ແມ່ນຄວາມຮັບຮູ້ພື້ນຖານທາງສັງຄົມນັບແຕ່ອາເມຣິກາໄດ້ເປັນມະຫາອຳນາດເບີໜຶ່ງຂອງໂລກເປັນຕົ້ນມາ. ບົນພື້ນຖານຄວາມຮັບຮູ້ທີ່ເປັນເອກະພາບດັ່ງກ່າວ, ການກໍ່ສົງຄາມກັບຕ່າງປະເທດ ຫຼື ບີບບັງຄັບໃຫ້ຕ່າງປະເທດຮັບເອົາປະຊາທິປະໄຕແບບອາເມຣິການັ້ນແມ່ນມີພື້ນຖານທາງຈິດໃຈປະຊາຊົນຢ່າງກວ້າງຂວາງຢູ່ອາເມຣິກາ.
ຜົນຮ້າຍຢ້ອນຫຼັງຈາກພື້ນຖານວັດທະນະທຳຂອງອາເມຣິກາທີ່ບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາ_fororder_621640447789_.pic

      ແຕ່ວ່າ, ຄວາມປະລາໄຊຂອງອາເມຣິກາໃນການບີບບັງຄັບໃຫ້ຕ່າງປະເທດຮັບເອົາປະຊາທິປະໄຕແບບອາເມຣິການັ້ນພັດມີຫຼາຍກວ່າຜົນສຳເລັດ. ປະເທດລີບີທີ່ຕັ້ງຢູ່ໃນອາຟຣິກາຕາເວັນຕົກ ເຊິ່ງເປັນປະເທດທີ່ເປັນແບບຢ່າງທີ່ອາເມຣິກາບີບບັງຄັບໃຫ້ຮັບເອົາປະຊາທິປະໄຕແບບອາເມຣິການັ້ນ ນັບຈາກສະຖາປະນາປະເທດຂຶ້ນຈົນຮອດປີ 2003 ໄດ້ປະສົບກັບສົງຄາມກາງເມືອງນັບເປັນເວລາຮ້ອຍ, ສັງຄົມມີຄວາມຂັດແຍ້ງກັນຕະຫລອດ, ປັດຈຸບັນໄດ້ກາຍເປັນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນໂລກ. ອາເມຣິກາແຊກແຊງ ແລະ ບີບບັງຄັບປະເທດອື່ນດ້ວຍກຳລັງທາງທະຫານ ແລະ ດຳເນີນການປ່ຽນແປງການເມືອງໃຫ້ກັບປະເທດເຫຼົ່ານີ້ນັ້ນ ກໍໄດ້ເກີດຂຶ້ນເລື້ອຍໆ ແລະໄດ້ປະສົບກັບຄວາມຫຼົ້ມເຫຼວຢ່າງບໍ່ຢຸດຢັ້ງ ເຊັ່ນ: ຢູ່ຫວຽດນາມ, ອີຣັກ, ອັຟການິສະຖານ ແລະ ປະເທດອື່ນໆ, ແລະຍິ່ງມີຄຳເວົ້າທີ່ວ່າ ອາເມຣິກາຖອຍໜີອອກຈາກນະຄອນຫຼວງກາບູນ ປະເທດອັຟການິສະຖານນັ້ນ ເໝືອນດັ່ງມັນໄດ້ປົບໜີອອກຈາກໄຊງ່ອນປະເທດຫວຽດນາມໃນປະຫວັດສາດ.

      ອາເມຣິກາບໍ່ພຽງແຕ່ໄດ້ປະສົບຄວາມຫຼົ້ມເຫຼວເລື້ອຍໆໃນການບີບບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາເທົ່ານັ້ນ, ຢູ່ກະໂຕພາຍໃນປະເທດອາເມຣິກາເອງ, ເທວະສາດທາງການເມືອງທີ່ຖືອາເມຣິກາເໜືອກວ່າໝູ່ ກໍໄດ້ຮັບການທ້າທາຍຈາກລັດທິເສລີ ແລະວັດທະນະທຳຝ່າຍຊ້າຍມາເປັນເວລາດົນນານ. ໃນຊຸມປີຜ່ານມາ, ພາຍໃຕ້ຜົນກະທົບຈາກເສດຖະກິດໂລກາພິວັດ, ການຍ້າຍອຸດສາຫະກຳການຜະລິດໄປພັດທະນາຢູ່ຕ່າງປະເທດ, ໂຄງປະກອບປະຊາກອນຂອງອາເມຣິກາມີການປ່ຽນແປງ ແລະປັດໄຈອື່ນໆ, ເຮັດໃຫ້ສິ່ງທ້າທາຍເຫລົ່ານີ້ໄດ້ເພີ່ມຂຶ້ນຢ່າງຮຸນແຮງ. ເຫດການກໍ່ຄວາມວຸ້ນວາຍຢູ່ນະຄອນຊາໂລດເທສວິວທີ່ເກີດຂຶ້ນໃນປີ 2017, ເຫດການທ້າວໂຈສ ຟລໍຢິດຖືກເຈົ້າໜ້າທີ່ຕຳຫຼວດໃຊ້ຄວາມຮຸນແຮງແລະເສຍຊີວິດ ແລະເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍໃນປີ 2020 ແລະອື່ນໆ, ການປະທະກັນດ້ວຍຄວາມຮຸນແຮງລະຫວ່າງເຊື້ອຊາດພາຍໃນປະເທດອາເມຣິກາໄດ້ເກີດຂຶ້ນເລື້ອຍໆ ເຊິ່ງບໍ່ພຽງແຕ່ໄດ້ເຮັດໃຫ້ເກີດມີການປະທ້ວງ ແລະ ເກີດມີຄວາມວຸ້ນວາຍຢູ່ຫຼາຍແຫ່ງພາຍໃນອາເມຣິກາເທົ່ານັ້ນ, ຫາກຍັງໄດ້ເຮັດໃຫ້ເກີດ “ສົງຄາມວັດທະນະທຳ” ຫຼື “ສົງຄາມກາງເມືອງແນວອື່ນ” ຢູ່ອາເມຣິກາອີກດ້ວຍ. ການເປັນປໍລະປັກກັນລະຫວ່າງການເມືອງໃນແບບຄົນຜິວຂາວກັບການເມືອງໃນແບບຫຼາຍເຄົ້າຢູ່ແຫ່ງຕ່າງໆຂອງອາເມຣິກາກໍ່ນັບມື້ນັບມີຄວາມຮ້າຍແຮງຂຶ້ນ, ຂະນະດຽວກັນ, ການເປັນປໍລະປັກກັນທີ່ກ່ຽວພັນເຖິງບັນຫາຫຼັກການພື້ນຖານຂອງລັດແລະຊົນຊາດອາເມຣິກາ ເຊັ່ນ: “ພວກເຮົາແມ່ນໃຜ”, “ອາເມຣິກາເປັນຫຍັງເປັນແບບອາເມຣິກາ” ແລະອື່ນໆ ກໍນັບມື້ນັບພົ້ນເດັ່ນຂຶ້ນ.
ຜົນຮ້າຍຢ້ອນຫຼັງຈາກພື້ນຖານວັດທະນະທຳຂອງອາເມຣິກາທີ່ບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາ_fororder_671640447791_.pic

      ເມື່ອສອງຄ້າຍໃຫຍ່ຄື: ລັດທິອະນຸລັກນິຍົມ ແລະ ລັດທິເສລີລ້ວນແຕ່ໄດ້ຖືເອົາການເມືອງໃນແບບຕົນເປັນເຄື່ອງມືໃນການຍຶດອຳນາດການເມືອງແລະຍາດສິດເປັນແກນນຳທາງດ້ານວັດທະນະທຳ, ຄວາມຂັດແຍ້ງກັນທາງດ້ານວັດທະນະທຳແລະອາລະຍະທຳຢູ່ພາຍໃນປະເທດອາເມຣິກາກໍ່ຈະສືບໄປໜ້າຢ່າງແນ່ນອນ, ແລະກໍ່ຈະມີສ່ວນພົວພັນເຖິງການປະທະກັນລະຫວ່າງເຊື້ອຊາດແລະຄວາມຂັດແຍ້ງກັນລະຫວ່າງຊົນຊັ້ນຕ່າງໆຢ່າງສັບສົນແນ່ນອນ, ເຊິ່ງຈະສ້າງຄວາມຂັດແຍ້ງກັນຕໍ່ການຮັບຮູ້ດ້ານວັດທະນະທຳຂອງອາເມຣິກາ. ເວົ້າໃນລະດັບໃດໜຶ່ງແລ້ວ, ອາເມຣິກາພວມປະສົບກັບຜົນຮ້າຍຢ້ອນຫຼັງຈາກ “ການບັງຄັບໃຫ້ປະເທດອື່ນຮັບເອົາປະຊາທິປະໄຕແບບອາເມຣິກາ”.

ຄຳ​ເຫັນ

0