何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົມ​ພາ​ຍຸ​ຣາ​ອີ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຟິ​ລິບ​ປິນຫຼາຍກວ່າ 4ລ້ານ​ 2 ແສນ​ຄົນ​ປະ​ສົບ​ໄພ

2021-12-27 17:32:47 CRI

ລົມ​ພາ​ຍຸ​ຣາ​ອີ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຟິ​ລິບ​ປິນຫຼາຍກວ່າ 4ລ້ານ​ 2 ແສນ​ຄົນ​ປະ​ສົບ​ໄພ_fororder_微信图片_20211227162110

 

ວັນ​ທີ 27 ທັນ​ວາ​ນີ້, ຄະ​ນະ​ກຳ​ມະ​ການ​ບັນ​ເທົາ​ໄພພິ​ບັດ​ແຫ່ງ​ຊາດ​ຟິ​ລິບ​ປິນ​ໄດ້​ອອກ​ບົດ​ລາຍ​ງານ​ໂດຍ​ກ່າວ​ວ່າ, ລົມ​ພາ​ຍຸ​​ຣາ​ອີ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຟິ​ລິບ​ປິນ​ຢ່າງ​ໜ້ອຍ​ 389 ຄົນ​ເສຍ​ຊີ​ວິດ, ນອກ​ນີ້ຍັງມີ 64 ຄົນ​ຫາຍ​ສາ​ບ​ສູນ, ມີ 1146 ຄົນ​ໄດ້​ຮັບ​ບາດ​ເຈັບ.

 

ລົມ​ພາ​ຍຸ​ຣາ​ອີ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຟິ​ລິບ​ປິນຫຼາຍກວ່າ 4ລ້ານ​ 2 ແສນ​ຄົນ​ປະ​ສົບ​ໄພ_fororder_微信图片_20211227162116

ຂໍ້​ມູນ​ຂອງ​ຄະ​ນະ​ກຳ​ມະ​ການ​ບັນ​ເທົາ​ໄພ​ແຫ່ງ​ຊາດ​ຟິ​ລິ​ປິນ​ສະ​ແດງ​ໃຫ້​ເຫັນ​ວ່າ, ລົມ​ພາ​ຍຸ​ຣາ​ອີ​ເຮັດ​ໃຫ້​ມີ​ຜູ້​ປະ​ສົບ​ໄພ​ຢູ່ຟິ​ລິບ​ປິນຫຼາຍກວ່າ 4 ລ້ານ 2 ແສນ​ຄົນ, ປະ​ຈຸ​ບັນ​ຍັງ​ມີ 5 ແສນ 7 ໝື່ນ​ຄົນ​ຄ້າງ​ຢູ່ສະ​ຖານ​ທີ່​ລີ້​ໄພ 1179 ​ແຫ່ງ. ຢູ່​ບໍ​ລິ​ເວນ​ທົ່ວ​ປະ​ເທດ​ຟິ​ລິນ​ປິນ​ມີ​ເຮືອນຫຼາຍກວ່າ 5 ແສນ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍໃນ​ລະ​ດັບ​ທີ່​ຕ່າງ​ກັນ, ມີ​ພື້ນ​ຖານ​ໂຄງ​ລ່າງ 276 ແຫ່ງ​ຖືກ​ທຳ​ລາຍ, ແລະ​ມີ​ເຄື່ອງ​ປູກ​ຂອງ​ຝັງ​ເກືອບ 8 ໝື່ນ​ເຮັກ​ຕາ​ຖືກ​ທຳ​ລາຍ.

ຄຳ​ເຫັນ

0