覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າກຳປັ່ນສິງກະໂປເກີດມີບັນຫາກຳປັ່ນແອອັດຫຼາຍຂຶ້ນ

2021-12-27 12:27:03 cri

ທ່າກຳປັ່ນສິງກະໂປເກີດມີບັນຫາກຳປັ່ນແອອັດຫຼາຍຂຶ້ນ_fororder_微信图片_20211227094526
 

    ໄປຄຽງຄູ່ກັບພະຍາດໂຄວິດ-19 ໄດ້ແຜ່ລະບາດຫຼາຍຮອບຢ່າງຕໍ່ເນື່ອງ, ປີນີ້, ທ່າກຳປັ່ນຢູ່ຫຼາຍປະເທດໃນໂລກໄດ້ເກີດມີບັນຫາກຳປັ່ນແອອັດ.
 

ທ່າກຳປັ່ນສິງກະໂປເປັນໜຶ່ງໃນບັນດາທ່າກຳປັ່ນຂົນສົ່ງສິນຄ້າທີ່ໃຫຍ່ທີ່ສຸດໃນ ໂລກ, ປີນີ້, ທ່າກຳປັ່ນແຫ່ງນີ້ໄດ້ເກີດມີບັນຫາກຳປັ່ນແອອັດໜັກໜ່ວງທີ່ສຸດ, ເວລາທີ່ກຳປັ່ນຂົນສົ່ງສິນຄ້າທາງທະເລລໍຖ້າຢູ່ທ່າກຳປັ່ນໄດ້ແກ່ຍາວເວລາຈາກ 2 ຫາ 3 ວັນໃນໄລຍະຜ່ານມາເປັນ 7ຫາ10ວັນ. ລາຄາຂອງຕູ້ຄອນເທນເນີໄດ້ຖີບໂຕສູງຂຶ້ນ 3 ຫາ 5 ເທົ່າ, ບາງເສັ້ນທາງການຂົນສົ່ງໄດ້ຖີບໂຕສູງຂຶ້ນຮອດ 10 ເທົ່າ.
 

 ເພື່ອຫຼຸດເວລາການລໍຖ້າຢູ່ທ່າກຳປັ່ນໃຫ້ໜ້ອຍລົງ, ກຳປັ່ນຂົນສົ່ງ ສິນຄ້າທີ່ມີຕູ້ຄອນເທນເນີຈຳນວນຫຼາຍລຳໄດ້ຫັນໄປຂົນສົ່ງສິນຄ້າຜ່ານດ່ານທ່າບົກ ແລ້ວ ຜ່ານຈາກທາງລົດໄຟແລະທາງຫຼວງເພື່ອຂົນສົ່ງສິນຄ້າໄປ ເຖິງຈຸດໝາຍປາຍທາງ.

ຄຳ​ເຫັນ

0