何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ຊາດ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ

2021-12-28 17:25:17 CRI

ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ຊາດ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ_fororder_LIANGSHI

ຫວ່າງມໍ່ໆ​ມາ​ນີ້, ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງ​ຂອງ​ຈີນ​ໄດ້​ໄຂ​ຂຶ້ນ. ກ່ອນກອງ​ປະ​ຊຸມ, ທ່າ​ນ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ຄົ້ນ​ຄວ້າ​ວຽກ​ງານ “ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”ໂດຍ​ສະ​ເພາະ ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ການ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ຊະ​ນິດ​ຕ່າງ​ໆ, ຕ້ອງ​ສຸມ​ໃສ່​ຄວາມ​ຕ້ອງ​ການ​ດ້ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ຮັກ​ສາ​ພື້ນ​ຖານ​ກະ​ສິ​ກຳ​ໃຫ້​ໜັກ​ແໜ້ນ, ປະ​ຕິ​ບັດ​ວຽກ​ງານ“ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”​ໃຫ້​ດີ, ​ນຳໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ, ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ໃຫ້​ການ​ຜະ​ລິດ ແລະ ການ​ສະ​ໜອງ​ຢ່າງ​ໝັ້ນ​ຄົງ, ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຢ່າງ​ໝັ້ນ​ທ່ຽງ.

ເນື່ອງ​ຈາກ​ຜົນ​ກະ​ທົບ​ທີ່​ຮຸນ​ແຮງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາ​​ກ່ອນໃນ​ຮອບ​ຮ້ອຍ​ປີ​ໄດ້​ວິ​ວັດທະ​ນາ​ການ​ໄວ​ຂຶ້ນ, ສະ​ພາບ​ແວດ​ລ້ອມ​ພາຍນອກ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຂ້ຽວ​ຂາດ ແລະ ຄວາມ​ບໍ່​ແນ່ນອນ​ຍິ່ງ​ຂຶ້ນ. ຕາມ​ສຸ​ພາ​ສິດ​ຈີນ​ລະ​ບຸ​ໄວ້​ວ່າ: “ປະ​ຊາ​ຊົນ​ຖື​ອາ​ຫານ​ການ​ກິນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ” ປະ​ຊາ​ກອນ 1,4 ຕື້ກວ່າ​ຄົນ​ຂອງ​ຈີນ​ຕ້ອງ​ການ​ມີ​ສະ​ບຽງ​ອາ​ຫານ​ຢ່າງຫຼວງຫຼາຍ, ສະ​ນັ້ນ, ການຮັກ​ສາ​ພື້ນ​ຖານ​ກະ​ສິ​ກຳ​ໃຫ້​ໜັກ​ແໜ້ນ, ປະ​ຕິ​ບັດ​ວຽກ​ງານ“ກະ​ສິ​ກຳ ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”​ໃຫ້​ດີ​ຈຶ່ງ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ເມື່ອ​ກະ​ສິ​ກຳ​ມີ​ພື້ນ​ຖານ​ອັນ​ໜັກ​ແໜ້ນ, ຊົນ​ນະ​ບົດ​ມີ​ຄວາມ​ປອງດອງ ແລະ ​ມີສະ​ຖຽນ​ລະ​ພາບ, ຊາວ​ກະ​ສິ​ກອນ​ຢູ່​ເຢັນ​ເປັນ​ສຸກ, ສະ​ພາບ​ລວມ​ຂອງ​ຊາດ​ກໍ​ມີ​ສິ່ງ​ຮັບ​ປະ​ກັນ, ວຽກ​ງານ​ດ້ານ​ຕ່າງໆ​ກໍ​ຈະ​ສາ​ມາດ​ດຳ​ເນີນ​ໄປ​ໄດ້​ຢ່າງ​ສະ​ດວກ.

ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ກ່າວ​ເນັ້ນ​​ໜັກມາຫຼາຍ​ເທື່ອ​ແລ້ວ​ວ່າ, ການ​ຮັບ​ປະ​ກັນ​ການ​ສະ​ໜອງ​ຜະ​ລິ​ດ​ຕະ​ພັນ​ຂັ້ນ​ຕົ້ນ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ. ເຊິ່ງ​ໝາຍ​ຄວາມ​ວ່າ, ການ​ສັງ​ເກດ​ເບິ່ງ​ບັນ​ຫາ​ສະ​ບຽງ​ອາ​ຫານ​ບໍ່​ຄວນ​ເບິ່ງ​ແຕ່​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຍັງ​ຕ້ອງ​ສັງ​ເກດ​ເບິ່ງ​ຈາກ​ດ້ານ​ການ​ເມືອງ​ຕື່ມ​ອີກ, ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​​ຂອງ​ຊາດ​ແມ່ນ​ພື້ນ​ຖານ​ອັນ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັກ​ສາ​​ຄວາມສະ​ຫງົບ​​ທາງ​ສັງ​ຄົມ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​​ຂອງຊາດ.

ເຖິງວ່າ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ຂອງ​ຈີນ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ທີ່​ອຸ​ດົມ​ສົມ​ບູນຫຼາຍ​ປີ​ລຽນ​ຕິດ, ແຕ່​ຍັງ​ບໍ່​ສາ​ມາດ​​ທ່ວງທັນ​ກັບ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຂອງ​ຄວາມ​ຕ້ອງ​ການ ແລະ ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ໂຄງ​ປະ​ກອບ, ຍັງ​ຄົງ​ມີ​ຄວາມ​ກົດ​ດັນ​ສູງ​ສົມ​ຄວນ​ໃນ​ຄວາມ​ຕ້ອງ​ການ​ດ້ານ​ສະ​ບຽງ​ອາ​ຫານ. ການ​ແກ້​ໄຂ​ບັນ​ຫາ​ດ້ານ​ສະ​ບຽງ​ອາ​ຫານ​ໃຫ້​ດີ, ​ນັ້ນ​ກໍ​ຄື​ບໍ່​ໃຫ້​​ເກີດມີ​​ຄວາມ​ຄິດ​​ແບບສ່ຽງ​ໂຊກ, ​ແລະກໍ​ບໍ່​ໃຫ້​ມີ​ການ​ຫວັ່ນ​ໄຫວ​ຄອນ​ແຄນ​ເຊັ່ນ​ກັນ, ເມື່ອ​ໃດຖ້າ​ເກີດ​ມີ​ບັນ​ຫາ​ໜັກ​ໜ່ວງ​ແລ້ວ, ກໍ​ຈະ​ຕົກຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​​ເປັນ​ເວ​ລາຫຼາຍ​ປີ; ການ​ທີ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ດ້ານ​ສະ​ບຽງ​ອາ​ຫານ​ດ້ວຍ​ຕົນ​ເອງ, ​ແມ່ນ​ຕ້ອງ​ຢືນ​ຢູ່​ບົນ​ພື້ນ​ຖານ​ທີ່​ສາ​ມາດ​ເພິ່ງ​ຕົນ​ເອງ ແລະ ກຸ້ມ​ຕົນ​ເອງ​ໄດ້​ໃນ​ດ້ານ​ສະ​ບຽງ​ອາ​ຫານ, ຖ້າ​ອາ​ໄສ​ຜູ້​ອື່ນໃນ​ການ​ແກ້​ໄຂ​ບັນ​ຫາ​ອາ​ຫານ​ການ​ກິນ​ກໍ​ຕ້ອງ​ຖືກ​​ຈຳ​ກັດ ແລະ ຄວບ​ຄຸມ​ໂດຍ​ຜູ້​ອື່ນ.

​ບໍ່​ວ່າ​ປະ​ເທດ​ໃດ​ກໍ​ຕາມ, ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ຊາດ​ແມ່ນ​ເປັນວຽກ​ງານ​ສຳ​ຄັນ​ທີ່​ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ຖາ​ວອນ, ບໍ່​ວ່າ​ຍາມ​ໃດ​ກໍ​ບໍ່​ຄວນ​ປ່ອຍ​ປະ​ລະ​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ.

ຄຳ​ເຫັນ

0