ໃນສົງຄາມຂ້າລ້າງເຜົ່າພັນທີ່ອາເມຣິກາກໍ່ຂຶ້ນຢູ່ຖິ່ນອາໄສເດີມຂອງຊາວອິນເດຍແດງຢູ່ອາເມຣິກາເໜືອ, ໃນວັນທີ 29 ພະຈິກປີ 1864, ທ່ານພັນເອກ ຈອນ ຊີວິງຕັນ ໄດ້ບັນຊາກອງນັກຮົບທະຫານມ້າທີສາມຂອງລັດໂຄໂລຣາໂດທັງໝົດ 700 ຄົນໄປຫຼອນໂຈມຕີເຂດສະຫງວນຂອງຊາວອິນເດຍແດງແຫ່ງໜຶ່ງຢ່າງກະທັນຫັນ,ໄດ້ສັງຫານໝູ່ຢ່າງໂຫດຮ້າຍທີ່ແຊນຄຣິກທີ່ໜ້າສັງເວດ. ຊາວອິນເດຍແດງ 1 ຮ້ອຍກວ່າຄົນເສຍຊີວິດ,ໃນນັ້ນມີ 2 ສ່ວນ 3 ແມ່ນແມ່ຍິງແລະເດັກນ້ອຍທີ່ບໍ່ມີອາວຸດປ້ອງກັນໂຕ.
ການສັງຫານໝູ່ທີ່ໂຫດຮ້າຍແຊນຄຣິກເປັນພຽງພາກສ່ວນໜຶ່ງໃນຂະບວນການດັບສູນເຊື້ອຊາດຊາວອິນເດຍແດງຂອງອາເມຣິກາໃນຮ້ອຍປີຜ່ານມາເທົ່ານັ້ນ. ໃນນັ້ນລວມທັງການລົບລ້າງປະຊາກອນ,ການທຳລາຍວັດທະນະທຳ,ການທຳລາຍສະພາບແວດລ້ອມໃນການດຳລົງຊີວິດແລະການກະທຳແບບໂຈນລະຫຼັດແລະອື່ນໆ.ສາເຫດແບບຜີວເຜີນແມ່ນຍ້ອນນະໂຍບາຍທີ່ດິນຂອງລັດຖະບານອາເມຣິກາເພື່ອເລັ່ງການພັດທະນາພາກຕາເວັນຕົກໃຫ້ໄວຂຶ້ນ,ເຊິ່ງໄດ້ສ້າງພື້ນຖານທີ່ສຳຄັນໃຫ້ແກ່ການເພີ່ມຂະໜາດກຳລັງແຫ່ງຊາດແລະສ້າງຄວາມເຂັ້ມແຂງໃຫ້ກັບອາເມຣິກາ. ສາເຫດເລິກໆກໍ່ແມ່ນເສັ້ນທາງທີ່ອາເມຣິກາຕ້ອງຜ່ານນັ້ນກໍ່ແມ່ນລັດທິທຶນນິຍົມຂອງອາເມຣິກາທີ່ຕ້ອງສະສົມທຶນໃນໄລຍະຕົ້ນແລະການແກ່ງແຍ່ງແບບເສລີສູ່ການຜູກຂາດ.
ອາເມຣິກາໄດ້ນຳໃຊ້ນະໂຍບາຍລ້າງຜານຊາວອິນເດຍແດງຕາມສູດ: “ການສັງຫານ+ການເຊັນສັນຍາທີ່ມີລັກສະນະຫຼອກລວງ+ເງິນກູ້+ຫຼຸດຄວາມແຕກຕ່າງກັນແບບບັງຄັບ” ,ເຂົາໄດ້ຍຶດສິດຄຸ້ມຄອງທີ່ດິນເດີມຂອງຊາວອິນເດຍແດງຢ່າງປ່າເຖື່ອນ. ອີກດ້ານໜຶ່ງໄດ້ໃຊ້ທີ່ດິນທີ່ໄດ້ຈາກ “ໝາກຜົນແຫ່ງໄຊຊະນະ”ຈາກສົງຄາມມາແລກເອົາເງິນທຶນທີ່ຫາຍາກ,ໃຊ້ນາຍທຶນມືໃຫຍ່ແລະນັກລົງທຶນດ້ານອະສັງຫາລິມະຊັບຂາຍທີ່ດິນໃຫ້ຊາວຍົກຍ້າຍຖິ່ນຖານຄົນທຳມະດາສາມັນດ້ວຍລາຄາສູງໂດຍຜ່ານວິທີການປ່ອຍເງິນກູ້ດອກເບັ້ຍສູງ,ເຮັດໃຫ້ຊາວອິນເດຍແດງລົ້ມລະລາຍ,ດ້ວຍວິທີການແບບນີ້ໄດ້ຊຸກຍູ້ການພັດທະນາຟາມຂອງລັດທິທຶນນິຍົມແລະລະບົບເຊົ່າເນື້ອທີ່ດິນປູກຝັງ. ຂະນະດຽວກັນ,ພວກເຂົາເຈົ້າກໍ່ໄດ້ນຳເອົາກຳໄລຈາກການລົງທຶນທີ່ດິນໄປລົງທຶນໃນການຄ້າໜັງແລະຂົນສັດແລະຂະແໜງການຄົມມະນາຄົມຂົນສົ່ງທີ່ໃຫ້ຜົນກຳໄລສູງຢ່າງຫຼວງຫຼາຍ.
ໃນສົງຄາມຂ້າລ້າງເຜົ່າພັນຊາວອິນເດຍແດງຢູ່ອາເມຣິກາເໜືອ, ຊາວອິນເດຍແດງແມ່ນຜູ້ເສຍສະຫຼະທີ່ຫຼາຍທີ່ສຸດ,ຖັດມາແມ່ນປະຊາຊົນທຳມະດາສາມັນ, ນັກລົງທຶນທີ່ປະກອບດ້ວຍນັກທຸລະກິດ,ນັກທະນາຄານ,ນັກການເງິນແລະເຈົ້າຂອງໂຮງງານກໍຄືຜູ້ມີຊື່ສຽງໃນສັງຄົມແລະບຸກຄົນທີ່ສຳຄັນໃນວົງການການເມືອງກໍ່ແມ່ນຜູ້ໄດ້ຮັບໄຊຊະນະໃນທີ່ສຸດຈາກການຍຶດຄອງດ້ວຍທຶນຮອບນີ້. ໃນເວລາທີ່ປະຊາຊົນຍ້ອງຍໍສັນລະເສີນການບຸກເບີກ,ການກ້າວເດີນໄປໜ້າ,ການປ່ຽນແປງໃໝ່ແລະຈິດໃຈແບບສະຫະລັດອາເມຣິກາອື່ນໆທີ່ໄດ້ສ້າງຂຶ້ນໃນການເຄື່ອນໄຫວພັດທະນາພາກຕາເວັນຕົກຂອງອາເມຣິການັ້ນ, ພັດບໍ່ໄດ້ເອົາຫົວຊານຳເລືອດເນື້ອຂອງຊາວອິນເດຍແດງຜູ້ທີ່ບໍ່ມີໂທດກຳຫຍັງແຕ່ໄດ້ສັງເວີຍຊີວິດຍ້ອນຄວາມໂລບມາກໂລພາຂອງທຶນນິຍົມ.
ຄຳເຫັນ
0