何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ທິດ​ສະ​ດີ​ລະ​ຫວ່າງ​ສອງ​ພັກ​ຈີນ-ລາວ​ຄັ້ງ​ທີ 9

2021-12-29 19:28:22 CRI

 

ຕອນ​ເຊົ້າ​ວັນ​ທີ 29 ທັນ​ວາ​ນີ້, ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ທິດ​ສະ​ດີ​ລະ​ຫວ່າງ​ສອງ​ພັກ​ຈີນ-ລາວ​ຄັ້ງ​ທີ 9​ ພາຍ​ໃຕ້​ຫົວ​ຂໍ້​ວ “ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ແລະ ບົດ​ຮຽນ​ທາງ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໃນ​ການ​ນຳ​ພາ​ປະ​ເທດ​ຕົນ​ຄົ້ນ​ຄວ້າ ແລະ ສ້າງ​ສາ​ສັງ​ຄົມ​ນິ​ຍົມ” ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວີ​ດີ​ໂອ​ທາງ​ໄກ. ທ່ານ​ຫວງ​ຄຸນ​ໝິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ທ່ານ​ຄຳ​ພັນ ​ພົມ​ມະ​ທັດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ  ແລະ ອົງ​ການກວດ​ກາ​ແຫ່ງ​ລັດ ​ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ.

ທ່ານ​ຫວງ​ຄຸນ​ໝິງ​ກ່າວວ່າ, ປີ​ນີ້​ແມ່ນ​ປີ​ທີ່​ຈີນ​-ລາວ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ ທັງ​ເປັນ​ປີ​ມິດ​ຕະ​ພາບ​ຈີນ-ລາວ, ການ​ເພີ່ມ​ທະ​ວີກ​ານ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ ແລະ ບໍ​ລິ​ຫານ​ລັດ​ມີ​ຄວາມ​ໝາຍ​ສຳ​ຄັນທີ່​ສຸດ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້​ນຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ທອງ​ລຸນ ສີ​ສຸ​ລິດ​ໄດ້​ພົບ​ປະ​ກັນ​ຜ່ານ​ທາງວີ​ດີ​ໂອ, ແລະ​​ໄດ້ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ການ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ, ​ໄດ້ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​​ຂຽນ​ປະ​ຫວັດ​ສາດ​​ໜ້າ​ໃໝ່​ຂອງ​ສາຍ​ພົວ​ພັນແຫ່ງ​ມິດ​ຕະ​ພາບ​ຈີນ-ລາວ. ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ສະຫຼຸບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ ແລະ ບົດ​ຮຽນ​ ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ບຸກ​ບືນ​ສູ້​ຊົນ​ໃນ​ຮອບ​ຮ້ອຍ​ປີ​ທີ່​ຜ່ານ​ມາ​ຢ່າງ​ຮອບ​ດ້ານ, ​ໄດ້ສຸມ​ໃສ່​ການ​ບັນ​ຍາຍ​ຜົນ​ສຳ​ເລັດ​ຄັ້ງ​ປະ​ຫວັດ​ສາດ ແລະ ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດໃນຍຸກ​ໃໝ່, ເຊິ່ງ​ເປັນ​ທິດ​ຊີ້​ນຳ​ໃຫ້​ແກ່​ການ​ລົງ​ເລິກ​ຄວາມ​ຮັບ​ຮູ້ ​ກົດ​ເກນ​ໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ, ການ​ຍຶດ​ໝັ້ນ ແລະ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກໃໝ່. ໃນ​ຂະ​ບວນ​ການ​ສູ້​ຊົນ​ອັນ​ໃໝ່, ພັກ ແລະ ລັດ​ຖະ​ບານ​ຈີນ​ຈະ​ຍຶດ​ໝັ້ນ​ການ​ຖື​ເອົາແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ທິດ​ຊີ້​ນຳ, ມີ​ສະ​ຕິຕື່ນ​ຕົວຫຼາຍກວ່າ​ເກົ່າ​ໃນ​ການ​ຮຽນ​ນຳ​ປະ​ຫວັດ​ສາດ​ເພື່ອ​ໃຫ້​ໄດ້ສະ​ຕິ​ປັນ​ຍາ ແລະ​ກຳ​ລັງ​ແຮງ​, ​ສ້າງ​ສະ​ພາບ​ການ​ໃໝ່​​ໃຫ້​ກັບ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຄຳ​ພັນ ພົມ​ມະ​ທັດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຮອບ​ຮ້ອຍ​ປີ​ທີ່​ຜ່ານ​ມາ ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ຝ່າຍ​ລາວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນກັບ​ຝ່າຍ​ຈີນ, ຮ່ວມ​ກັນ​ຊຸກ​ຍູ້​ ​ພາ​ລະ​ກິດ​ສ້າງ​ສັງ​ຄົມ​ນິ​ຍົມ​​ໃຫ້ພັດ​ທະ​ນາ ​ຈະ​ເລີນ​ຮຸ່ງ​ເຮືອງກວ່​າ​ເກົ່າ.

ຄຳ​ເຫັນ

0