秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເສກສັນປັ້ນແຕ່ງ“ສັດຕູ” ຈະສາມາດຊ່ວຍກອບກູ້ສັງຄົມອາເມຣິກາໄດ້ແທ້ບໍ?

2021-12-29 10:47:55 cri

ການເສກສັນປັ້ນແຕ່ງ“ສັດຕູ” ຈະສາມາດຊ່ວຍກອບກູ້ສັງຄົມອາເມຣິກາໄດ້ແທ້ບໍ?_fororder_​001

ໃນຫຼາຍ​ປີ​ມາ​ນີ້, ລັດ​ຖະ​ບານ​ສອງ​ຊຸດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ນະ​ໂຍ​ບາຍ​ທ້າ​ທາຍ​ເກາະ​ຜິດ​ກັບປະ​ເທດ​ຈີ​ນ​ເລື້ອຍໆ ເຊິ່ງ​ໄດ້​ເຮັດ​ໃຫ້​ສອງ​ປະ​ເທດ​ເກີດ​ມີ​ຄວາມຂັດ​ແຍ້ງ​ກັນ​ໃນ​ດ້ານ​ການ​ຄ້າ, ເຕັກ​ນິກວິ​ທະ​ຍາ​ສາດ, ການ​ທະ​ນາ​ຄານ, ຂໍ້​ມູນ​ຂ່າວ​ສານ, ສິ​ດ​ທິ​ມະ​ນຸດ ແລະ​ຂົງ​ເຂດ​ອື່ນໆ. ປະ​ເທດ​ຈີນ ທີ່​ເປັນ​ປະ​ເທດ​ພົ້ນ​ເດັ່ນ​ຂຶ້ນໂດຍ​ສັນ​ຕິ, ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງ​ຕັ້ງ​ໜ້າ ແລະ​ປະ​ກອບ​ສ່ວນ​ແບບ​ມີລັກ​ລະ​ນະ​ສ້າງ​ສັນ​ໃຫ້ກັບໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ ເປັນ​ຫຍັງ​ຈຶ່ງ​ໄດ້​ກາຍ​ເປັນສ້ຽນ​ໜາມ​ແທງ​ຕາຂອງ​ອາ​ເມ​ຣິ​ກາ? ຄຳ​ຕອບ​ນີ້​ບໍ່​​ຂຶ້ນຢູ່​ກັບ​ປະ​ເທດ​ຈີນ, ແຕ່​ພັດ​ຂຶ້ນ​ຢູ່​ກັບ​ອາ​ເມ​ຣິ​ກາ​ເອງ.

ຊຸມ​ປີ​​ມໍ່ໆມາ​ນີ້, ​ພາຍ​ໃຕ້​ພາບ​ພົດ​​ພາຍນອກ​ທີ່​ສະ​ຫງ່າ​ງາມ​ໃນ​ຖາ​ນະທີ່​ເປັນປະ​ເທດ​​ມະ​ຫາ​ອຳ​ນາດ​ຊາດໃຫຍ່, ​ບັນ​ຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສັງ​ຄົມ​ອາ​ເມ​ຣິກາ​ ເຊັ່ນ: ​ການ​ແບ່ງ​ແຍກ​ກັນ​ທາງ​ສັງ​ຄົມ, ​ການ​ເປັນປໍ​ລະ​ປັກ​ກັນ​ທາງດ້​ານ​ການ​ເມືອງ, ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ປະ​ກອບ​ອາ​ຊີບ ແລະ​ອື່ນໆ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ຊ່ອງ​ທາງ​ເລື່ອນ​ຊັ້ນ​ຂອງ​ປະ​ຊາ​ຊົນ​ຊັ້ນ​ຕ່ຳ​ເກືອບ​ປິດ​​ໂອ​ກາດ​ທັງໝົດ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມຫວັງ​ຕໍ່​ກັບຊີ​ວິດ​​ຂອງ​ຕົນໃນ​ອະ​ນາ​ຄົດ​.

ການເສກສັນປັ້ນແຕ່ງ“ສັດຕູ” ຈະສາມາດຊ່ວຍກອບກູ້ສັງຄົມອາເມຣິກາໄດ້ແທ້ບໍ?_fororder_003

ໃນ​ຖາ​ນະ​ທີ່​ເປັນ​ຕົວ​ແທນ​ຂອງ​ທຶນນີ​ຍົມ​ຜູກ​ຂາດ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ອາດ​ສາ​ມາດ​ທີ່​ຈະ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໄດ້ ທັງ​ບໍ່​ມີ​ຄ​ວາມ​ສາ​ມາດ​ທີ່​ຈະ​ຫັນ​ປ່ຽນ​ທ່ວງ​ທ່າ​ການ​ຫັນ​​ບັນ​ຫາ​ການເປັນ​ປໍ​ລະ​ປັກ​ກັນ​ທາງການ​ເມືອງ ແລະ​ຍິ່ງ​​ຍາກ​ທີ່​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ເມືອງ​ສ່ວນ​ຕົວ ຫຼື identity politics ​ໄດ້ພາຍ​ໃນ​ໄລ​ຍະ​ສັ້ນ. ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ, ວົງ​ການ​ການ​ເມືອງ ແລະ​ການ​ທະ​ຫານ​ຂອງ​ອາ​ເມ​ຣິ​ກາ​ ໄດ້​ຄິດ​ຫາ “ນະ​ໂຍ​ບາຍ​ທີ່​ດີ” ​ສອງ​ຢ່າງ, ແຕ່​ມັນ​ກໍ​ຊ່ຳ​ກັບການ​ກິນ​ຢາ​ພິ​ດ​ເພື່ອ​ແກ້​ການ​ຫິວ​ນ້ຳ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອຫຼົບຫຼີກການ​ຕຳ​ໜິວິ​ຈານ​ຈາກ​ປະ​ຊາ​ຊົນ.

​ນະ​ໂຍ​ບາຍ​ອັນ​ທີໜຶ່ງ​ກໍ​ຄື​ “ນະ​ໂຍ​ບາຍ​ຄວາມ​ເບື່ອ​ເມົາ”. ເປີດ​ໄຟຂຽວ​ໃຫ້​ແກ່​ການ​ຫັນ​​ຢາ​ເສບ​ຕິດ​ເປັນ​ເລື່ອງ​ທີ່ຖືກ​ຕ້ອງຕາມ​ກົດ​ໝາຍ, ເບື່ອ​ເມົາ​ຊາວ​ໜຸມ​ດ້ວຍຢາ​ຊີ​ວະ​ພາບ; ​ໂຍນຄວາມ​ຮັບ​ຜິດ​ຊອບທີ່​ເກີດ​ຈາກ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ປະ​ກອບ​ອາ​ຊີບ ແລະ​ເສດ​ຖະ​ກິດ​ເສື່ອມ​​ຖອຍ​​ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ການັ້ນ ໃຫ້​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ຢູ່​ຕ່າງ​ປະ​ເທດ ເພື່ອ​ເບື່ອ​ເມົາທາງ​ຈິດ​ຕ​ະ​ສາດໃຫ້​ກັບ​ໄວ​ກາງ​ຄົນ; ​ໃຫ້ “ບໍ​ລິກ​ານການຫວນ​ຄື​ນ​ອະ​ດີດ”​ແກ່​ກຸ່ມ​ຄົນ​ທີ່​ມີ​ອາ​ການ “PTSD” ຫຼື​ໂລກ​ຈິດ​ທີ່​ຜ່ານ​ເຫດ​ການ​ຮຸນ​ແຮງ ໂດຍ​ນຳ​ໃຊ້​ນະ​ໂຍ​ບາຍ​ທີ່​ເໝືອນ​ດັ່ງ​ສົງ​ຄາມ​ເຢັນ ເພື່ອເບື່ອເມົາ​ທາງ​ດ້ານ​ແນວ​ຄິດໃຫ້​ກັບ​ຜູ້​ເຖົ້າ​.

ການເສກສັນປັ້ນແຕ່ງ“ສັດຕູ” ຈະສາມາດຊ່ວຍກອບກູ້ສັງຄົມອາເມຣິກາໄດ້ແທ້ບໍ?_fororder_002

ສອງ​ກໍ​ຄື“ນະ​ໂຍ​ບາຍ​ສ້າງ​ສະ​ພາບ​ຄວາມເຄັ່ງ​ຕຶງ”. ​​ໂດຍຖື​ເອົາ​ປະ​ເທດ​ຈີນ, ຣັດ​ເຊຍ ແລະ​ປະ​ເທດ​ໃຫຍ່​ອື່ນໆ​ທີ່​ມີ​ລະ​ບອບ​ການ​ເມືອງ, ຮູບ​ຖານ​ຈິດ​ສຳ​ນຶກ ແລະ​ຮູບ​ແບບ​ການ​ພັດ​ທະ​ນາ​ທີ່​ຕ່າງ​ກັນ​ກັບ​ອາ​ເມ​ຣິ​ກາ​ນັ້ນ ເປັນ​ຜູ້​ທີ່​ທຳ​ລາຍ​ລະ​ບຽບ​ການ​ສາ​ກົນ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຮູ້​ສຶກວ່າ​ຕົນ​ເອງ​ກຳ​ລັງ​​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ອັນ​ໃຫຍ່ຫຼວງ​ຈາກ​ຕ່າງ​ປະ​ເທດ.

ແຕ່​ວ່າ ການ​ກະ​ທຳ​ດັ່ງ​ກ່າວ​ມີ​ຜົ​ນ​ຮ້າຍ​ຫຼາກຫຼາຍ​ຢ່າງ​ ​ແຕ່ພັດ​ບໍ່​ມີ​ຜົນ​ດີ​​ຈັກ​ຢ່າງ​ໃຫ້ກັບ​ອາ​ເມ​ຣິ​ກາ​ເລີຍ ກໍ​ຍ້ອນ​ວ່າ: ດ້ານ​ໜຶ່ງ, ຈີນ​ບໍ່​ມີ​ພຶດ​ຕິ​ກຳທາງ​ການ​ທະ​ຫານ​ທີ່​ໂຈມ​ຕີ​ອາ​ເມ​ຣິ​ກາ ທັງ​ບໍ່​ມີ​ເຈດ​ຕະ​ນາ​ທາງ​ຍຸດ​ທະ​ສາດ​ທີ່​ຢາກ​ເຂົ້າ​ແທນອາ​ເມ​ຣິ​ກາ, ສະ​ນັ້ນ, ຄຳຫຼອກ​ລວງ​ຂອງ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​ປິດ​ບັງ​​ຜູ້​ໃດໄດ້​ອີກ; ອີກ​ດ້ານ​ໜຶ່ງ, ການ​ກະ​ທຳ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ພາດ​ໂອ​ກາດ​ທີ່​ແກ້​ໄຂ​ບັນ​ຫາ​ຂອງ​ຕົນ​ເອງ, ສ່ວນ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ກໍ​ຕ້ອງ​ເປັນ​ຜູ້​ແບກ​ຫາບ​ຜົນ​ກະ​ທົບ​ດັ່ງ​ກ່າວ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0