ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ, ອາເມຣິກາກໍ່ໄດ້ເປັນແກນນຳເຮັດສົງຄາມແລະປະທະກັນຂະໜາດໃຫຍ່ແລະຂະໜາດນ້ອຍຫຼາຍສິບຮອບ,ແຕ່ພັດບໍ່ໄດ້ຮັບໄຊຊະນະຢ່າງແທ້ຈິງ; ແຕ່ວ່າສິ່ງເຫຼົ່ານີ້ກໍ່ບໍ່ໄດ້ເປັນສິ່ງກີດຂວາງຕໍ່ອາເມຣິກາໃນການກໍ່ສົງຄາມໃໝ່ຢ່າງບໍ່ຢຸດຢັ້ງ. ເປັນຫຍັງອາເມຣິກາມັກກໍ່ສົງຄາມເລື້ອຍໆເຖິງເຂົາກໍ່ຮູ້ຢູ່ວ່າການກໍ່ສົງຄາມຄືກັບດັກສຳລັບໂຕເອງກໍຕາມ.
ຄຳຕອບອັນໜຶ່ງກ່ຽວກັບບັນຫາດັ່ງກ່າວກໍ່ແມ່ນ:ອາເມຣິກາເປັນປະເທດທີ່ສະຖາປະນາຂຶ້ນຈາກສົງຄາມ,ພັດທະນາເຕີບໃຫຍ່ຂຶ້ນຈາກສົງຄາມແລະມັກກໍ່ສົງຄາມປະເທດໜຶ່ງນັບແຕ່ອະດີດເປັນຕົ້ນມາ. ໃນຖານະເປັນປະເທດທຶນນິຍົມທີ່ພັດທະນາເຕີບໃຫຍ່ຂຶ້ນມາໃໝ່ໃນປະຫວັດສາດຂອງລັດທິທຶນນິຍົມຕາເວັນຕົກຕະຫຼອດ 500 ປີຜ່ານມາ, ເຖິງວ່າອາເມຣິກາໄດ້ເສຍໂອກາດເຂົ້າຮ່ວມການລ່າຫົວເມືອງຂຶ້ນແລະຍາດແຍ່ງແຂ່ງຂັນກັບປະເທດເຂັ້ມແຂງຂອງເອີຣົບເພື່ອຍາດຊີງອຳນາດຄວາມເປັນໃຫຍ່ແລະສ້າງປະເທດຕົນໃຫ້ເປັນປະເທດຊົນຊາດດັ້ງເດີມກໍ່ຕາມ,ແຕ່ພັດ້ໄດ້ເພີ່ມຂະໜາດແລະລະບົບຂອງໂຄງປະກອບຂອງກຳລັງປະກອບອາວຸດຢ່າງບໍ່ຢຸດຢັ້ງ,ຂະຫຍາຍອົງປະກອບແລະຂະໜາດຂອງກົງຈັກຂອງອຳນາດຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍຂອບເຂດແລະອານາເຂດຂອງການປົກຄອງປະເທດຢ່າງບໍ່ຢຸດຢັ້ງໂດຍຜ່ານສົງຄາມໃນຮູບແບບຕ່າງໆໃນ 200 ກວ່າປີຜ່ານມາຫຼັງການສະຖາປະນາປະເທດຂອງຕົນ,ໃນທີ່ສຸດກໍ່ສາມາດສ້າງສາປະເທດຂອງຕົນບົນຄວາມທຸກຂອງປະເທດອື່ນ. ສົງຄາມຄືຄົມມີດຂອງປະເທດທີ່ເຂັ້ມແຂງແລະມານດາແຫ່ງມະຫາອຳນາດຂອງອາເມຣິກາ,ຖ້າບໍ່ມີການສະສົມທຶນຂັ້ນຕົ້ນກ່ອນເກີດມີການຜະລິດແບບທຶນນິຍົມແລະມີຈຸດປະສົງອັນແຮງກ້າໃນການຂະຫຍາຍອານາເຂດດ້ວຍການກໍ່ສົງຄາມ,ອາເມຣິກາກໍ່ບໍ່ສາມາດສ້າງສາປະເທດຂອງຕົນໃຫ້ສຳເລັດໄດ້.
ຄຳຕອບອັນທີສອງກໍ່ແມ່ນ: ການເມືອງອາເມຣິກາໄດ້ກາຍເປັນກຸ່ມການເມືອງແລະການທະຫານຜູ້ຊຸກຍູ້ສົງຄາມກຸ່ມໜຶ່ງ. ການດຳເນີນງານຂອງກຸ່ມອຳນາດການເມືອງຕົວຈິງຂອງອາເມຣິກາແມ່ນອາໄສການສ້າງພາວະສົງຄາມຫຼືພາວະສຸກເສີນໃນລະດັບໃດໜຶ່ງຢ່າງຕໍ່ເນື່ອງ. ຂໍແຕ່ມີສົງຄາມແລະມີພາວະສຸກເສີນເກີດຂຶ້ນເລື້ອຍໆ,ລັດຖະບານກໍ່ສາມາດໃຊ້ມາດຕະການບີບບັງຄັບຢ່າງມີເຫດຜົນ,ປະທານາທິບໍດີກໍ່ສາມາດຍາດໄດ້ອຳນາດໃຫຍ່ຂຶ້ນກວ່າເກົ່າໂດຍປາສະຈາກການຄວບຄຸມຈາກລັດຖະສະພາອາເມຣິກາແລະສານສູງສຸດອາເມຣິກາໂດຍບໍ່ມີສິ່ງສະກັດກັ້ນໄດ້.
ລັດຖະທຳມະນູນອາເມຣິກາໄດ້ລະບຸໄວ້ວ່າປະທານາທິບໍດີມີສິດອອກຄຳສັ່ງປະຕິບັດໄປກ່ອນໂດຍບໍ່ຜ່ານລັດຖະສະພາໃນຂົງເຂດວຽກງານການຕ່າງປະເທດແລະການທະຫານ,ທັງມີສິດພິເສດເໜືອກົດໝາຍຫາກເກີດມີສະພາບສຸກເສີນ. ໃນຮ້ອຍປີຜ່ານມາ, ລັດຖະບານອາເມຣິກາໄດ້ສວຍໃຊ້ວິກິດການ,ສົງຄາມແລະພາວະສຸກເສີນຕ່າງໆເພື່ອຂະຫຍາຍອຳນາດຂອງຕົນ,ຜູ້ໂຮມສູນອຳນາດສູງສຸດກໍ່ແມ່ນປະທານາທິບໍດີອາເມຣິກາເປັນຕົວແທນກຸ່ມການເມືອງແລະການທະຫານຂອງເຂົານັ້ນເອງ.
ຄຳຕອບທີສາມແມ່ນ:ເສດຖະກິດອາເມຣິກາແມ່ນຂຶ້ນຢູ່ກັບ “ລົດຮົບຊຸບເປີ”ຂອງວິສາຫະກິດອຸດສາຫະກຳການທະຫານຕ່າງໆຂອງອາເມຣິກາ. ນັບແຕ່ສະຕະວັດທີ 20 ເປັນຕົ້ນມາ, ສົງຄາມຮຸກຮານປະເທດອື່ນທີ່ເກີດຂຶ້ນຢ່າງຕໍ່ເນື່ອງໄດ້ເປັນການຊຸກຍູ້ການພັດທະນາອຸດສາຫະກຳການທະຫານຂອງອາເມຣິກາໃຫ້ຂະຫຍາຍຕົວຢ່າງວ່ອງໄວ,ເຮັດໃຫ້ອາເມຣິກາກາຍເປັນປະເທດໃຫຍ່ດ້ານອຸດສາຫະກຳການທະຫານທີ່ມີອາວຸດຍຸດໂທປະກອນການທະຫານຂະໜາດໃຫຍ່ທີ່ສຸດ,ມີເຕັກໂນໂລຊີດ້ານອຸດສາຫະກຳການທະຫານທີ່ລ້ຳໜ້າທີ່ສຸດແລະມີວິສາຫະກິດອຸດສາຫະກຳການທະຫານທີ່ກ້າວໜ້າທີ່ສຸດໃນໂລກ. ຂະແໜງການອຸດສາຫະກຳການທະຫານທີ່ມີຂະນາດໃຫຍ່ບໍ່ພຽງແຕ່ໄດ້ກາຍເປັນພະລັງຊຸກດັນອັນສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດອາເມຣິກາເທົ່ານັ້ນ,ເຊິ່ງໃນນັ້ນຂະແໜງການອຸດສາຫະກຳການທະຫານເກືອບວ່າໄດ້ກວມເອົາ 40% ຂອງ GDP ຂອງອາເມຣິກາ,ພ້ອມດຽວກັນນີ້ຍັງໄດ້ສ້າງ “ກຸ່ມອຸດສາຫະກຳ-ການທະຫານທີ່ສະຫຼັບຊັບຊ້ອນ”ທີ່ປະກອບດ້ວຍວົງການການທະຫານ,ການເມືອງ,ນາຍທຶນແລະນັກວິຊາການກຸ່ມໜຶ່ງ ເຊິ່ງເປັນກຸ່ມຜົນປະໂຫຍດມະຫາສານທີ່ສາມາດຄວບຄຸມວຽກງານການຕ່າງປະເທດແລະວຽກງານພາຍໃນຂອງອາເມຣິກາໄດ້. ຜົນປະໂຫຍດຕົ້ນຕໍທີ່ໄດ້ຈາກສົງຄາມກໍໄດ້ຖືກກຸ່ມນາຍຕົ້ນທຶນໃຫຍ່ສ່ວນໜຶ່ງທີ່ແມ່ນກຸ່ມອຸດສາຫະກຳ-ການທະຫານເປັນຜູ້ຄຸ້ມຄອງ.
ຈົນມາຮອດປັດຈຸບັນນີ້,ອາເມຣິກາທີ່ກະຫາຍສົງຄາມເຖິງຈະສາມາດຍາດແຍ່ງຄວາມເປັນມະຫາອຳນາດໄດ້ແລ້ວກໍຕາມ,ແຕ່ພັດໄດ້ສ້າງຜົນເສຍຫາຍໃຫ້ກັບຕົນເອງ,ເຖິງວ່າໄດ້ເລົ່າເທບນິຍາຍນິທານເດັກໃຫ້ກັບຊາວໂລກ,ແຕ່ພັດເປັນການລະເມີດກົດແຫ່ງສິນທຳຂອງຕົນ. ການກະທຳທີ່ປະສົບຜົນສຳເລັດຈາກການເຮັດສົງຄາມ,ແຕ່ກໍ່ເປັນກັບດັກສຳລັບໂຕເອງເຊັ່ນກັນ,ນີ້ກໍ່ແມ່ນສິ່ງຕອບແທນຈາກການຫຼິ້ນເກມກຳລັງປະກອບອາວຸດທີ່ອາເມຣິກາເອງກໍ່ຄາດຄິດບໍ່ເຖິງ.
ຄຳເຫັນ
0