覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນທາງລົດໄຟຈີນ-ລາວຕອນຢູ່ປະເທດລາວເພີ່ມຖ້ຽວລົດໄຟໃນໄລຍະປີໃໝ່ສາກົນ

2021-12-30 12:18:31 cri

ເສັ້ນທາງລົດໄຟຈີນ-ລາວຕອນຢູ່ປະເທດລາວເພີ່ມຖ້ຽວລົດໄຟໃນໄລຍະປີໃໝ່ສາກົນ_fororder_20211015C99004C8CA7000016BE812371209FB90_1127965185_1634388584606
 

ວັນທີ 28 ທັນວານີ້, ນັກຂ່າວໄດ້ຊາບຈາກບໍລິສັດທາງລົດໄຟລາວ-ຈີນ ຈຳກັດວ່າ: ເພື່ອໃຫ້ບໍລິການການຂົນສົ່ງຜູ້ໂດຍສານໃນໄລຍະພັກປີໃໝ່ ສາກົນໃຫ້ດີ, ທາງບໍລິສັດ ຈະປັບປຸງແຜນການຂົນສົ່ງຜູ້ໂດຍສານ ໂດຍຈະເພີ່ມ ຖ້ຽວລົດໄຟລະຫວ່າງ ນະຄອນຫຼວງ ວຽງຈັນຫາບໍ່ເຕັນ 2 ຖ້ຽວ, ເພື່ອຕອບ ສະໜອງກັບຄວາມຕ້ອງການໃນການຂົນສົ່ງຜູ້ໂດຍສານ.
 

ຕາມພະນັກງານພະແນກທຸລະກິດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດໃຫ້ຮູ້ວ່າ: ໃນໄລຍະປີໃໝ່ສາກົນເລີ່ມແຕ່ວັນທີ 30 ທັນວາ 2021-ວັນທີ 3 ມັງ ກອນ 2022, ບໍລິສັດຈະເພີ່ມ ຖ້ຽວລົດໄຟ C88/C87 ລະຫວ່າງນະຄອນຫຼວງ ວຽງຈັນຫາບໍ່ເຕັນ 2 ຂະບວນ, ພາຍຫຼັງປັບປຸງແລ້ວ, ຂະບວນລົດໄຟແຕ່ລະຖ້ຽວ ແມ່ນກຳນົດໃຫ້ຮັບຮອງຜູ້ໂດຍສານໄດ້ 640 ຄົນ, ຫຼັງຈາກໄລຍະພັກປີໃໝ່ສາ ກົນສິ້ນສຸດລົງແລ້ວ, ຈະປະຕິບັດຕາມຕາຕະລາງການຂົນສົ່ງປົກກະຕິ ຕາມທີ່ໄດ້ປະກາດໃນວັນທີ 20 ທັນວາປີ 2021. 
 

ຂະບວນລົດໄຟທີ່ເພີ່ມໃໝ່ໃນຄັ້ງນີ້ິຈະຈອດໃນ4 ສະຖານີ ຄື: ສະຖານີໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ. ໃນນັ້ນ, ຂະບວນ ລົດໄຟ C88 ຈາກນະຄອນ ຫຼວງວຽງຈັນຫາບໍ່ເຕັນ ແຕ່ລະມື້ ຈະອອກຈາກ ສະຖານີນະຄອນຫລວງວຽງຈັນ ເວລາ 09:00 ໂມງ ແລະໄປຮອດສະຖານີ ບໍ່ເຕັນໃນເວລາ 12:35. ຂະບວນລົດໄຟ C87 ຈາກບໍ່ເຕັນຫານະຄອນຫຼວງ ວຽງຈັນ ແຕ່ລະມື້ຈະອອກຈາກສະຖານີບໍ່ເຕັນໃນເວລາ 13:05, ແລະໄປຮອດ ສະຖານີນະຄອນຫຼວງວຽງຈັນໃນເວລາ 16:35.

ຄຳ​ເຫັນ

0