陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEPຈະເປີດປະຫວັດສາດໜ້າໃໝ່ແຫ່ງການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນແລະສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ

2021-12-31 19:57:55 cri

ຫວ່າງມໆນີ້,ທ່ານເຕິ້ງສີ່ຈຸ່ນ ເອກອັກຄະລັດຖະທູດຈີນປະຈຳອາຊຽນໄດ້ໃຫ້ ສຳພາດຕໍ່ນັກຂ່າວສະຖານີວິທະຍຸໂທລະພາບສູນກາງຈີນຫຼືCMG,ໂດຍທ່ານໄດ້ ກ່າວວ່າ:RCEPຈະມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 1 ມັງກອນປີ 2022ນີ້ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ,ສັນຍາການຄ້າເສລີທີ່ໃຫຍ່ກວ່າໝູ່ ໃນໂລກໄດ້ເລີ່ມປະຕິບັດເຊິ່ງຈະເປັນການເປີດປະຫວັດສາດໜ້າໃໝ່ຂອງການ ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ.

 

ການທີ່RCEPມີຜົນບັງຄັບໃຊ້ຈະຊຸກຍູ້ການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນດ້ານເສດຖະກິດຂອງພາກພື້ນອາຊີ-ປາຊິຟິກຢ່າງແຂງແຮງ,ຊຸກຍູ້ໃຫ້ເສດຖະກິດ ຟື້ນຟູແລະເຕີບໂຕຫຼັງພະຍາດໂຄວິດ-19,ກາຍເປັນແຮງຂັບເຄື່ອນອັນໃໝ່ຂອງ ການເຕີບໂຕດ້ານເສດຖະກິດຂອງພາກພື້ນກໍ່ຄືຂອງໂລກ.ທ່ານໃຫ້ເຫດຜົນດັ່ງນີ້:ໜຶ່ງ:ແມ່ນເພີ່ມຄວາມໝັ້ນໃຈຢ່າງແຂງແຮງໃຫ້ກັບບັນດາປະເທດໃນພາກພື້ນທີ່ມີຕໍ່ການເຕີບໂຕດ້ານເສດຖະກິດຫຼັງພະຍາດໂຄວິດ-19.ສອງ:ແມ່ນຊຸກຍູ້ການຄ້າ ການລົງທຶນຂອງພາກພື້ນໃຫ້ເພີ່ມຂຶ້ນຢ່າງຂະໜາດໃຫຍ່.ສາມ:ແມ່ນຮັດແໜ້ນ ແລະຊຸກຍູ້ການເຊື່ອມໂຍງເຂົ້າກັນລະຫວ່າງຕ່ອງໂສ້ອຸດສາຫະກຳ ຕ່ອງໂສ້ການ ສະໜອງແລະຕ່ອງໂສ້ມູນຄ່າຂອງພາກພື້ນ.

 

ໃນເວລາກ່າວເຖິງການທີ່RCEPມີຜົນບັງຄັບໃຊ້ຈະມີບົດບາດຫຍັງເດ່ຕໍ່ກັບການ ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນນັ້ນ,ທ່ານເຕິ້ງສີ່ ຈຸ່ນກ່າວວ່າ,RCEPຈະຜ່ານຈາກການເພີ່ມການຊ່ວຍເຫຼືອດ້ານເສດຖະກິດແລະ ເຕັກນິກໃຫ້ກັບອົງກອນເສດຖະກິດທີ່ກຳລັງພັດທະນາແລະອົງການເສດຖະກິດທີ່ດ້ອຍພັດທະນາທີ່ສຸດພາຍໃນອາຊຽນ,ເພື່ອຫຼຸດຄວາມຫແຕກໂຕນກັນດ້ານການພັດທະນາລະ ຫວ່າງປະເທດສະມາຊິກ,ຊຸກຍູ້ໃຫ້ພາກພື້ນພັດທະນາແບບປະສົມປະສານກັນແລະດຸນດ່ຽງກັນຢ່າງແຂງແຮງ,ຊຸກຍູ້ການສ້າງສະພາບການໃໝ່ແຫ່ງການພັດທະນາ ທີ່ເຊື່ອມໂຍງເສດຖະກິດພາກພື້ນແບບເປີດປະຕູ.

ຄຳ​ເຫັນ

0