何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEPຈະ​ເຮັດ​ໃຫ້​ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ

2021-12-31 15:37:30 CRI

 

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ບຸ​ນ​ເລີດ ຫຼວງ​ປະ​ເສີດ ຮອງ​ປະ​ທານ​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ, ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEPທີ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ມັງ​ກອນປີ 2022 ມີ​ຄວ​າມ​ໝາຍ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ການ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ໃນ​ພາກ​ພື້ນ, ​ທັງກໍ​ຈະ​ເຮັດ​ໃຫ້​ເສັ້ນ​ທາ​ງ​ລົດ​ໄຟ​ລາວ-ຈີນ​ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ.

ທ່ານ​ບຸນ​ເລີດ ຫຼວງ​ປະ​ເສີດ​ກ່າວ​ວ່າ, ເມື່ອ​ເບິ່ງ​ຈາກ​ຂອບ​ເຂດ​ພາກ​ພື້ນ​ນີ້​ແລ້ວ, RCEP ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ຄ້າ​ດ້ານ​ສິ​ນ​ຄ້າ ແລະ ການ​ບໍ​ລິ​ການ​ມີ​ຄວາມ​ສະ​ດວກກວ່າ​ເກົ່າ​ເທົ່າ​ນັ້ນ, ຍັງ​ຈະ​ຊຸກ​ຍູ້​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ປະ​ເທດ​ອາ​ຊຽນ; ເມື່ອ​ເບິ່ງ​ຈາກ​ປະ​ເທດ​ລາວ​ເອງ​ແລ້ວ, RCEP ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ຍິ່ງຫຼາຍ, ຄື ຈະ​​ສ້າງ​ເງື່ອນ​ໄຂ​ທີ່​ດີກວ່າ​ເກົ່າໃຫ້​ກັບ​ການ​ຄ້າ, ການ​ລົງ​ທຶນ​​ກໍ​ຈະ​ມີ​ຄວາ​ມ​ສະ​ດວກຫຼາຍກວ່າ​ເກົ່າ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ກໍ​ຈະຫຼາຍ​ຂຶ້ນກວ່າ​ເກົ່າ. RCEP ຈະ​ເປີດ​​ປະ​ຫວັດ​ສາດໜ້າ​ໃໝ່​ໃຫ້​ກັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ແລະ ການ​ຄ້າ​ໃນ​ພາກ​ພື້ນ, ທັງ​ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​​ກາຍ​ເປັນ​ຈຸດ​ສຸມ​ສາຍ​ຕາ​ຂອງ​ໂລກ.

ວັນ​ທີ 3 ທັນ​ວາ​ປີ 2021, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ. ທ່ານ​ບຸນ​ເລີດ ຫຼວງ​ປະ​ເສີດ​ກ່າວ​ເນັ້ນ​ວ່າ, ພາຍ​ໃຕ້​ຂອບ RCEP, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ສ້າງ​ຜົນ​ດີ​ອັນໃຫຍ່ຫຼວງ, “ເສັ້ນ​ທາງ​ລົດ​ໄຟ​ລາວ​ຈີນ​ສາຍ​ນີ້​ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​ກາຍ​ເປັນ​ສູນ​ກາງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ທາງ​ຄົມ​ມະ​ນາ​ຄົມ​ຂອງ​ພາກ​ພື້ນ, ທັງກາຍ​ເປັນ​ພື້ນ​ຖານ​ໂຄ​ງ​ລ່າງ​ທີ່​ສຳ​ຄັນ​ໃນ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດລະ​ຫວ່າງ​ປະ​ເທດ​ລາວ​ກັບ​ພາກ​ພື້ນ. ນອກ​ຈາກ​ຈະ​ໄດ້​ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ​ເປັນ​ພັນ​ເປັນ​ໝື່ນ​ແລ້ວ, ພາຍ​ໃຕ້​ຂອບRCEP, ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​​ໃຫ້​ກັບ​ປະ​ເທດ​ລາວ, ແລະ​ຊຸກ​ຍູ້​ພຶດ​ຕິ​ກຳ​ໃນ​ການ​ຮ່ວມ​ມື​ຕົວ​ຈິງ​ຂອງຫຼາຍ​ຝ່າຍ.”

ຄຳ​ເຫັນ

0