秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິກິດການເຊື່ອງຊ້ອນທີ່ເກີດຈາກ “ສົງຄາມປະສົມ” ແລະຄວາມເປັນເຈົ້າອຳນາດຂອງອາເມຣິກາ

2021-12-31 11:00:46 cri

ວິກິດການເຊື່ອງຊ້ອນທີ່ເກີດຈາກ “ສົງຄາມປະສົມ” ແລະຄວາມເປັນເຈົ້າອຳນາດຂອງອາເມຣິກາ_fororder_001

ປັດ​ຈຸ​ບັນ, ​ຄົນ​ນັບ​ມື້​ນັບຫຼາຍກວ່າ​ເກົ່າ​ໄດ້ເບິ່ງ​ທະ​ລຸ​ປຸ​ໂປ່ງຈຸດ​ປະ​ສົງ ແລະ​ວິ​ທີ​ການ​ການ​ເຮັດ​ການ​ປະ​ຕິ​ວັດ​ສີ. ແຕ່​ເນື່ອງ​ຈາກວ່າ ການ​ປະ​ຕິ​ວັດ​ສີບໍ່​ກ່ຽວ​ພັນ​ເຖິງ​ການ​ປະ​ທະ​ກັນ​ທາງການ​ທະ​ຫານ, ​ສະ​ນັ້ນ, ຄົນ​ສ່ວນຫຼາຍ​ມັກ​ຖື​ເບົາ​ຜົນ​ກະ​ທົບ​ຂອງ​ມັນ ເພາະ​ບໍ່​ໄດ້​ຮັບ​ຮູ້​ວ່າ ການ​ປະ​ຕິ​ວັດ​ສີເປັນ​ຮູບ​ແບບ ສົງ​ຄາມ​ໃນຄວາມ​ໝາຍ​ດ້ານ​ໃດ​ໜຶ່ງ ແລະ​ເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ຍຸດ​ທະ​ສາດ “ສົງ​ຄາມ​ປະ​ສົມ” ຫຼື Hybrid Warfare ຂອງ​ອາ​ເມ​ຣິ​ກາ. ​ສ່ວນ​ສົງ​ຄາມ​ປະ​ສົ​ມ ໄດ້​ກາຍ​ເປັນ​ວິ​ທີ​ການ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຮັກ​ສາ​ຖາ​ນະ​ມະ​ຫາ​ອຳ​ນາດ​ຂອງ​ຕົນ ແລະ​ກ​ານ​ປົກ​ຄອງ​ທົ່ວ​ໂລກ​ໃນ​ສະ​ໄໝຫຼັງ​ສົງ​ຄາມ​ເຢັນ.

ວິກິດການເຊື່ອງຊ້ອນທີ່ເກີດຈາກ “ສົງຄາມປະສົມ” ແລະຄວາມເປັນເຈົ້າອຳນາດຂອງອາເມຣິກາ_fororder_002

​ການຫຼິ້ນ​ເກມ​ການ​ໃຊ້​ກຳ​ລັງ​ອາ​ວຸດ​ຂອງ​ອາ​ເມ​ຣິ​ກາ ບໍ່​ໄດ້​ຈຳ​ກັດ​ໃຫ້​ຢູ່​ໃນ​ການ​ປະ​ທະ​ກັນ​ທີ່​ຖື​ເອົາ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ເປັນຫຼັກມາ​ແຕ່​ດົນ​ແລ້ວ. ພາຍຫຼັງ​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ຍິ່ງ​​ໄດ້​ບັງ​ອາດ​ຈອງ​ຫອງ​ເຂົ້າ​ແຊກ​ແຊງວຽກ​ງານ​ຕ່າງ​ປະ​ເທດ ແລະ​ໄດ້​ສ້າງ​ຍຸດ​ທະ​ສາດ “ສົງ​ຄາມ​ປະ​ສົມ” ​ທີ່​ເປັນຮູບ​ແບບສົງ​ຄາມ​ຄົບ​ວົງ​ຈອນ ແລະຫຼາຍ​ຂົງ​ເຂດ ​ດ້ວຍ​ວິ​ທີ​ທີ່​ປິດ​ລັບກວ່າ​ເກົ່າ ຄື: ຜ່ານ​ການ​ນໍ​າ​ໃຊ້​ສົງ​ຄາມ​ຂ່າວ​ລັບ, ສົງ​ຄາມ​ການ​ເມືອງ, ສົງ​ຄາມ​ການ​ທູດ, ສົງ​ຄາມ​ເສດ​ຖະ​ກິດ​ການ​ຄ້າ, ສົງ​ຄາມ​ການ​ທະ​ນາ​ຄານ, ສົງ​ຄາມ​ເຕັກ​ນິກວິ​ທະ​ຍາ​ສາດ, ສົງ​ຄາມ​ອິນ​ເຕີ​ເນັດ, ສົງ​ຄາມ​ກົດ​ໝາຍ, ສົງ​ຄາມ​ຈິດ​ຕະ​ສາດ ແລະ​ສົງ​ຄາມ​ອື່ນໆ​ທີ່​ມີ​ຄວາມປົກ​ປິດ, ຄວາມຫຼອກ​ລວງ ແລະ​ອັນ​ຕະ​ລາຍຫຼາຍກວ່າ​ເກົ່າ ເພື່ອ​ບັນ​​ລຸ​ຈຸດ​ປະ​ສົງໂຈມ​ຕີ​ຄູ່​ແຂ່ງຕ່າງ​ປະ​ເທດ, ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ກັບ​ສັງ​ຄົມ​ປະ​ເທດ​ອື່ນ, ໂຄ່ນ​ລົ້ມ​ອຳ​ນ​າດ​ການ​ປົກ​ຄອງ​ປະ​ເທດ​ອື່ນ ແລະ​ສະ​ແຫ​ວງ​ຫາ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ ແລະ​ເສດ​ຖະ​ກິດ.

ເມື່ອ​ເບິ່ງ​​ໃນ​ແງ່​ສົງ​ຄາມ​ປະ​ສົມ​ແລ້ວ, ໃນ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ, ສາ​ມາດ​ເວົ້າ​ໄດ້​ວ່າ: ອາ​ເມ​ຣິ​ກາ​ໄດ້​​ອອກ​ໂຈມ​ຕີ​ໃນ​ທຸກ​ດ້ານ, ​ນັບ​ແຕ່ເຫດການ​ປະ​ທະ​ກັນ, ຄວາມ​ວຸ້ນ​ວາຍ, ​ຄວາມ​​ຫວາດ​ຫວັ່ນ ແລະ​ວິ​ກິດ​ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ ຕ່າງ​ກໍ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ອາ​ເມ​ຣິ​ກາ. ຕາມ​​ຂໍ້​ມູນຈາກ​​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສິດ​ທິ​ມະ​ນຸດ​ຈີນ: ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສິ້​ນ​ສຸດ​ລົງ​ຈົນ​ມາ​ຮອດ​ປີ 2001, ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງປະ​ກອບອ​າ​ວຸດ 248 ຄັ້ງ​ທີ່​ເກີດ​ຂຶ້ນ​ຢູ່ 153 ​ປະ​ເທດ​ແລະເຂດ​ແຄວ້ນ​ຂອງ​ໂລກ, ການ​ປະ​ທະ​ກັນ​ທີ່​ກໍ່​ຂຶ້ນ​ໂດຍ​ອາ​ເມ​ຣິ​ກາ​ນັ້ນ​ມີ​ເຖິງ 201 ຄັ້ງ ເຊິ່ງກວມ​ເອົາ​ປະ​ມານ 81%.

ວິກິດການເຊື່ອງຊ້ອນທີ່ເກີດຈາກ “ສົງຄາມປະສົມ” ແລະຄວາມເປັນເຈົ້າອຳນາດຂອງອາເມຣິກາ_fororder_003

​​​ເຮັດ​ດີ​ໄດ້​ດີ, ​ເຮັດ​ຊົ່​ວ​ໄດ້​ຊົ່ວ. ໄປ​ຄຽງ​ຄູ່​ກັບ​​ສົງ​ຄາມ​ປະ​ສົມ​ທີ່​ຊ່ວຍ​ໃຫ້​ອາ​ເມ​ຣິ​ກາ​ສາ​ມາດ​ໂຈມ​ຕີ​ຄູ່​ແຂ່ງ​ໄດ້, ​ມັນ​ກໍ​ໄດ້​ທຳ​ລາຍ​ພື້ນ​ຖານ​ຄວາມ​ເປັນມ​ະ​ຫາ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ເອງ​ໄດ້​ເຊັ່ນ​ກັນ. ມັນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໄລ​ຍະ​ສັ້ນ​ໃຫ້ກັບ​ອາ​ເມ​ຣິ​ກາຫຼາຍ​ເທົ່າ​ໃດ, ​​ມັນກໍ​ໄດ້​ສ້າງ​ຜົນ​ກະ​ທົບ​ໄລ​ຍະ​ຍາວ​ໃຫ້​ກັບ​ອາ​ເມ​ຣິ​ກາຫຼາຍ​ເທົ່າ​ນັ້ນ. ຜົນ​ກະ​ທົບ​ທີ່​ເກີດ​ຈາ​ກ​ສົງ​ຄາມ​ປະ​ສົມ​ມີ​ດັ່ງ​ລຸ່ມ​ນີ້:

​ໜຶ່ງ, ​ສົງ​ຄາມ​ປະ​ສົມ​ໄດ້​ເຮັດ​ໃຫ້​ອິດ​ທິ​ພົນ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ຕໍ່​ສາ​ກົນ​ຕົກ​​ຕ່ຳລົງ ແລະ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຍິ່ງ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ. ສົງ​ຄາມ​ປະ​ສົມ​ໄດ້​ຍົກ​ເອົາປະ​ຊາ​ທິ​ປະ​ໄຕ, ສິດ​ທິ​ມະ​ນຸດ ແລະ​ຄວາມ​ກ້າວ​ໜ້າ​ມາ​ບັງ​ໜ້າຕະຫຼອດ, ແຕ່​ໃນ​ທີ່​ສຸດ​​ກໍໄດ້​ພາ​ໃຫ້​ເກີດ​ມີ​ຄວາມ​ເສື່ອມ​ໂຊມ​ທາງ​ດ້ານ​ການ​ເມືອງ, ເກີດໄພ​ພິ​ບັດ​ດ້ານ​ມະ​ນຸດ​ສະ​ທຳ ແລ​ະ​ເຮັດ​ໃຫ້ສັງ​ຄົມ​ຖອຍຫຼັງ. ນີ້​ໄດ້​ເຮັດ​ໃຫ້​ພື້ນ​ຖານ​ຂອງ​ຄ່າ​ນິ​ຍົມ​ແບບ​ອາ​ເມ​ຣິ​ກາ​ພັງ​ທະ​ລາຍ, ຄົນ​ທັງ​ຫຼາຍ​ຈະ​ບໍ່​ເຊື່ອ​ຟັງ​ຄຳ​ໝັ້ນ​ສັນ​ຍາ​ທີ່​​ໄຮ້​ເຫດ​ຜົນ​ຂອງ​ອາ​ເມ​ຣິ​ກາ​ອີກ​ແລ້ວ​ ແລະ​ຍິ່ງ​ມີ​ຄວາມ​ສົງ​ໄສຫຼາຍ​ກວ່າ​ເກົ່າ​ຕໍ່​ກັບ​ຄຳ​ເວົ້າ​ຂອງ​ອາ​ເມ​ຣິ​ກາ.

ສອງ, ສົງ​ຄາມ​ປະ​ສົມ​ໄດ້​ເຮັດ​ໃຫ້ອາ​ເມ​ຣິ​ກາ​ສ້າງ​ສັດ​ຕູ​ຢູ່​ທົ່ວ​ໂລກ ທັງ​ໄດ້​ເຮັດ​ໃຫ້​ພັນ​ທະ​ມິດ​ຂອງ​ຕົນ​ບໍ່​ມີ​ຄວາມ​ສາ​ມັກ​ຄີ​ກັນ. ເມື່ອ​ເບິ່ງ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ, ປະ​ເທດ​ທີ່​ຖືກ​ອາ​ເມ​ຣິ​ກາ​ແຊກ​ແຊງ​ຢ່າງ​ເປີດ​ແປນ ແລະ​ບັງ​ຄັບ​ຢ່າງ​ປິດ​ລັບ​ນັ້ນ​​ມີ​ຈຳ​ນວນ​ບໍ່​ໜ້ອຍ. ສົງ​ຄາມ​ປະ​ສົມຂອງ​ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ເກີດ​ມີ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ ແລະ​ຈະ​ສະ​ສົມ​ຄວາມ​ຄຽດ​ຊັງ​ອາ​ເມ​ຣິ​ກາຫຼາຍກວ່າ​ເກົ່າ​ຢ່າງ​ແນ່ນອນ.

​ສາມ, ສົງ​ຄາມ​ປະ​ສົມ​ໄດ້ກະ​ຕຸ້ນໃຫ້​ເກີດ​ມີລັດ​ທິ​ກໍ່​ກາ​ນ​ຮ້າຍ​ທົ່ວ​ໂລກ ແລະ​ເຮັດ​ໃຫ້​ການ​ປະ​ທະ​ກັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ເຊິ່ງ​ກໍ​ຈະ​ສ້າງ​ຜົນ​ກະ​ທົບ​ໃຫ້​ກັບ​ອາ​ເມ​ຣິ​ກາ​ເອງ​ຢ່າງ​ແນ່ນອນ. ຜູ້​ທີ່ຫຼິ້ນ​ກັບ​ໄຟ​ມັກ​ເກີດ​ອຸ​ບັດ​ເຫດ​​ໄຟ​ໄໝ້​ຕົນ​ເອງ. ລັດ​ທິ​ກໍ່​ກາ​ນ​ຮ້າຍ​ທີ່​ນັບ​ມື້​ນັບ​​ເຕີບໃຫຍ່​ຂຶ້ນ ​​ຈະ​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ກັບ​ອ​າ​ເມ​ຣິ​ກາ​ຕະຫຼອດ​ໄປ; ພາຍ​ໃຕ້​ສະ​ພາບ​ການ​ທີ່​ອະ​ລິ​ຍະ​ທຳ​ຕ່າງໆ​ເກີດ​ມີ​ການປໍ​ລະ​ປັກກັນ, ຊາ​ຕາ​ກຳ​ຂອງ​ອາ​ເມ​ຣິ​ກາ​ກໍ​ຍິ່ງ​ມີ​ຄວາມ​ບໍ່​ແນ່ນອນ.

ຄຳ​ເຫັນ

0