ໃນສະຕະວັດທີ 19, ເຊິ່ງເປັນຍຸກສະໄໝທີ່ລັດທິທຶນນິຍົມຂະຫຍາຍຕົວໄປສູ່ຕ່າງປະເທດຢ່າງປ່ວງບ້າ. ອາເມຣິກາເຊິ່ງເປັນປະເທດທຶນນິຍົມທີ່ສ້າງຕັ້ງຂຶ້ນບໍ່ພໍເທົ່າໃດປີກໍໄດ້ຂະຫຍາຍຕົວອອກໄປສູ່ຕ່າງປະເທດເຊັ່ນກັນ, ແລະໄດ້ເລີ່ມເປີດເສັ້ນທາງຂະຫຍາຍອານາຈັກຂອງຕົນ.
ເມື່ອເບິ່ງຄືວ່າ: ເສັ້ນທາງສູ່ອານາຈັກຂອງອາເມຣິກາບໍ່ຄືກັນກັບອານາຈັກຂອງພວກລ່າເມືອງຂຶ້ນແບບເກົ່າທີ່ເຕັມໄປດ້ວຍການນອງເລືອດ, ຜົນສຳເລັດຂອງການຂະຫຍາຍຕົວອອກໄປສູ່ຕ່າງປະເທດຂອງອາເມຣິກາສ່ວນຫຼາຍແມ່ນຜ່ານຮູບແບບການຈັດຊື້, ການບຽດຍຶດຫຼືການໂອນປ່ຽນມືໂດຍຜ່ານສັນຍາ. ນີ້ກໍຍ້ອນວ່າ: ໃນຖານະເປັນ “ປະເທດສາທາລະນະລັດ” ທີ່ເກີດຂຶ້ນຈາກການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນ, ອາເມຣິກາໄດ້ບໍ່ຍອມຮັບປະຫວັດສາດ “ລັດທິລ່າເມືອງຂຶ້ນ” ຂອງຕົນ. ສະນັ້ນ, ໃນເວລາເວົ້າເຖິງອານາເຂດຢູ່ຕ່າງປະເທດ, ນັກປະຫວັດສາດອາເມຣິກາສ່ວນຫຼາຍພຽງແຕ່ໄດ້ເວົ້າເຖິງຮູບແບບການຈັດຊື້ຢ່າງເປັນທາງການ, ເພື່ອຫຼີກເວັ້ນໃນສົ່ງທີ່ສະແດງໃຫ້ເຫັນເຖິງທາດແທ້ຂອງລັດທິຂະຫຍາຍອານາເຂດໃນປະຫວັດສາດຂອງອາເມຣິກາ. ແຕ່ທີ່ຈິງແລ້ວ, ໃນເສັ້ນທາງສູ່ການຂະຫຍາຍອານາຈັກຂອງອາເມຣິກາແມ່ນເຕັມໄປດ້ວຍເລ່ຫຼ່ຽມຫຼອກລວງ, ການທໍລະຍົດຫັກຫຼັງ, ນ້ຳຕາແລະການນອງເລືອດ.
ພາຍຫຼັງສົງຄາມອາເມຣິກາແອັສປາຍສິ້ນສຸດລົງແລ້ວ, ອາເມຣິກາໄດ້ເຂົ້າແທນແອັສປາຍແລະກາຍເປັນ “ຜູ້ປົກປ້ອງ” ຜົນປະໂຫຍດຂອງກູບາ, ແຕ່ປີ 1899 ຫາປີ 1902, ອາເມຣິກາໄດ້ໃຊ້ກຳລັງທະຫານຍຶດຄອງກູບາ. ຫຼັງຈາກນັ້ນ, ໂດຍຜ່ານການຈຳກັດການຄ້າຂອງກູບາ, ຫ້າມບໍ່ໃຫ້ກູບາຜະລິດຜະລິດຕະພັນຫຼາຍຢ່າງ, ບັງຄັບໃຫ້ກູບານຳເຂົ້າສິນຄ້າຈາກອາເມຣິກາ, ເຮັດໃຫ້ກູບາກາຍເປັນສະຖານທີ່ຂາຍເລສິນຄ້າຂອງອາເມຣິກາ.
ຖ້າວ່າອາເມຣິກາ “ຍຶດຄອງ” ກູບາດ້ວຍເລ່ຫຼ່ຽມຫຼອກລວງ, ຄັນຊັ້ນການລ່າເມືອງຂຶ້ນຂອງອາເມຣິກາຢູ່ຟີລິບປີນກໍ່ເປັນເລື່ອງທີ່ເຕັມໄປດ້ວຍການທໍລະຍົດຫຼັກຫຼັງ, ນ້ຳຕາແລະການນອງເລືອດ. ໃນໄລຍະຕົ້ນທີ່ຫາກໍ່ເກີດສົງຄາມກັບແອັສປາຍ, ລັດຖະບານອາເມຣິກາໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບຟີລິບປີນຕໍ່ຕ້ານແອັສປາຍ, ແລະຮັບປະກັນວ່າຖ້າວ່າສົງຄາມສິ້ນສຸດລົງເມື່ອໃດ, ຟີລີບປີນຈະສາມາດໄດ້ຮັບເທດເອກະລາດ. ແຕ່ວ່າ, ພາຍຫຼັງແອັສປາຍຍອມຈຳນົນຕໍ່ອາເມຣິກາເມື່ອເດືອນສິງຫາປີ 1898, ອາເມຣິກາກໍ່ໄດ້ທໍລະຍົດ “ເພື່ອນຮ່ວມຮົບ” ຂອງຕົນ, ແລະບັງຄັບບໍ່ໃຫ້ທະຫານຟີລິບປີນເຂົ້າມານະຄອນຫຼວງມານີລາ.
ໂດຍຖືກູບາເປັນແປ້ນຢັນ, ອາເມຣິກາໄດ້ກ້າວເຂົ້າສູ່ອາເມຣິກາໃຕ້ແລະໄດ້ຄວບຄອງເຂດທະກາຣາອິບ; ໂດຍຖືຟີລິບປີນເປັນສະຖານີເຊື່ອມຕໍ່, ອາເມຣິກາໄດ້ເປີດເສັ້ນທາງຂະຫຍາຍອານາເຂດສູ່ອາຊີຕາເວັນອອກ, ແລະໄດ້ພັດທະນາອານາເຂດຂຶ້ນໃນໂລກ. ຫຼັງຈາກນັ້ນ, ອາເມຣິກາໄດ້ຍຶດເອົາເຂດເກາະກວມ, ຊາມົວແລະເຂດອື່ນໆ, ນອກນີ້ອາເມຣິກາຍັງສືບຕໍ່ພັດທະນາເຕີບໃຫຍ່ຂຶ້ນໂດຍຜ່ານການເຂົ້າຮ່ວມສົງຄາມໂລກສອງຄັ້ງແລະຂະຫຍາຍອານາເຂດຢູ່ຕ່າງປະເທດ.
ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, ຟີລິບປີນໄດ້ປະກາດເອກະລາດ, ສ່ວນຮາວາຍ ແລະອາລາສກາຕ່າງກໍໄດ້ກາຍເປັນລັດໜຶ່ງຂອງອາເມຣິກາ. ໃນດ້ານໜຶ່ງ, ນີ້ແມ່ນຜົນເກີດຈາກຫົວເມືອງຂຶ້ນລຸກຂຶນສູ້ເພື່ອຕໍ່ຕ້ານລັດທິລ່າເມືອງຂຶ້ນ, ອີກດ້ານໜຶ່ງ, ຍ້ອນໄດ້ຮັບຜົນດີຈາກການພັດທະນາເສດຖະກິດແລະເຕັກນິກທີ່ກ້າວໜ້າ, ອາເມຣິກາໄດ້ເລີ່ມເຂົ້າມາແທນລັດທິລ່າເມືອງຂຶ້ນດ້ວຍຮູບແບບໂລກາພິວັດ, ໃຊ້ວິທີທີ່ເລິກແລບແນບບຽນປິດລັບກວ່າເກົ່າເຊັ່ນ: ນຳພາອອກກົດລະບຽບທາງດ້ານເສດຖະກິດການເມືອງສາກົນ, ໃຊ້ເຄື່ອງມືຕ່າງໆລວມທັງການປະຕິວັດສີ, ສົງຄາມປະສົມແລະວິທີອື່ນໆເພື່ອສືບຕໍ່ຄຸ້ມຄອງແລະແຊກແຊງປະເທດອື່ນໆໃນໂລກ, ແລະໃຊ້ຄຳຂວັນ “ເສລີພາບ, ປະຊາທິປະໄຕ, ສິດທິມະນຸດ” ແລະໃຊ້ເລ່ຫຼ່ຽມຫຼອກລວງຕ່າງໆທີ່ສວຍງາມມາສ້າງເສັ້ນທາງຂະຫຍາຍອານາຈັກຂອງຕົນໄປເລື້ອຍໆ.
ຄຳເຫັນ
0