何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮ່ວມ​ກັນ​ລາດ​ຕະ​ເວນ​​ເພື່ອປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລຳ​ແມ່​ນ້ຳ​ຂອງ​ໃນ​ປີ 2021 ໄດ້​ແກ້ໄຂ 8325 ​ຍຶດ​ໄດ້​ຢາ​ເສບ​ຕິດຫຼາຍກວ່າ 34 ​ໂຕນ

2022-01-01 16:47:20 CRI

ການຮ່ວມ​ກັນ​ລາດ​ຕະ​ເວນ​​ເພື່ອປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລຳ​ແມ່​ນ້ຳ​ຂອງ​ໃນ​ປີ 2021 ໄດ້​ແກ້ໄຂ 8325 ​ຍຶດ​ໄດ້​ຢາ​ເສບ​ຕິດຫຼາຍກວ່າ 34 ​ໂຕນ_fororder_微信图片_20220101144416

ປີ 2021, ກອງ​ລາດ​ຕະ​ເວນ​ເທິງ​ນ້ຳ​ຂອງ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ຈີນ ​ໄດ້​ຮ່ວມ​ກັບ ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ລາວ ມຽນ​ມາ ແລະ ໄທ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ, ເພື່ອ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຕ່າງ​ໆ, ເຊັ່ນ, ການ​ຄ້າ​ຂາຍ​ຢາ​ເສບ​ຕິດ, ລັກ​ຂ້າມ​ຊາຍ​ແດນ, ການ​ຄ້າ​ເຖື່ອນ, ການ​ສໍ້​ໂກງ​ທາງ​ໂທ​ລະ​ຄົມ, ການ​ພະ​ນັນ​ທາງ​ອິນ​ເຕີ​ເນັດ ແລະ​ອື່ນໆ,ການ​ຮ່ວມ​ກັນ​ລາດ​ຕະ​ເວນ​ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ​ໄດ້​ມີ​ກຳ​ລັງ​ນາບ​ຂູ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

 

ແຕ່​ຕົ້ນ​ປີ 2021 ເປັນ​ຕົ້ນ​ມາ, ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ ລາວ ມຽນ​ມາ ແລະ ໄທ​ໄດ້​ແກ້ໄຂ​ຄະ​ດີ​ຊະ​ນິດ​ຕ່າງໆ​ລວມ​ທັງ​ໝົດ 8325ຄະ​ດີ, ຈັບ​ໄດ້​ຜູ້​ຕ້ອງ​ຫາ 8043 ຄົນ, ​ຍຶດ​ໄດ້​ຢາ​ເສບ​ຕິດ​ຊະ​ນິດ​ຕ່າງໆ 34,43 ໂຕນ, ແລະ​ປືນ 11 ກະ​ປອກ.

ຄຳ​ເຫັນ

0