何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEP ຈະ​ເລັ່ງ​ສ້າງ​ສູນ​ການ​ຄ້າ​ໃໝ່​ຂອງ​ໂລກ

2022-01-01 15:07:23 CRI

RCEP ຈະ​ເລັ່ງ​ສ້າງ​ສູນ​ການ​ຄ້າ​ໃໝ່​ຂອງ​ໂລກ_fororder_RCEP

ມື້​ທຳ​ອິດ​ຂອງ​ປີ 2022, ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ, ເຊິ່ງເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ, ມີ​ຂະ​ໜາດ​ເສດ​ຖະ​ກິດ​ການ​ຄ້າ​ໃຫຍ່​ທີ່​ສຸດ, ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາຫຼາຍ​ທີ່​ສຸດ​ໃນ​ໂລກ​ໄດ້​ສ້າ​ງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ສັນ​ຍາ RCEP ໄດ້​ກວມ​ເອົາ​ປະ​ຊາ​ກອນ 2,2 ຕື້ກວ່າ​ຄົນ, ກວມ​ປະ​ມານ 30% ໃນGDPຂອງ​ທົ່ວ​ໂລກ. 6 ປະ​ເທດ​ອາ​ຊຽນ ຄື ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ, ໄທ, ສິງ​ກະ​ໂປ, ​ແລະບ​ຣູ​ໄນ, ກໍ​ຄື 4 ປະ​ເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ອາ​ຊຽນ ຄື ຈີນ, ຍີ່​ປຸ່ນ, ນູ​ແວນ​ເຊ​ລັງ ແລະ ອົ​ສ​ຕ​ຣາ​ລີ​ໄດ້ເປັນ​ປະ​ເທດງວກ​ທຳ​ອິດ​ທີີ່​ເລີ່ມ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ. ສ.ເກົາຫຼີ​ຈະ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ໃນ​ວັນ​ທີ 1 ກຸມ​ພາ​ປີ 2022. ປະ​ຈຸ​ບັນ, ວິ​ສາ​ຫະ​ກິດ​ພາຍ​ໃນ​ພາກ​ພື້ນ​ນີ້​ໄດ້​ມີ​ຄວາມ​ປາ​ຖະ​ໜາຮ່ວມ​ຢ່າງ​ສູງ​ຕໍ່​ກັບ​​ອະ​ນາ​ຄົດ​ຂອງ​ສັນ​ຍາ​ດັ່ງ​ກ່າວ.

ຫຼັງ​ຈາກ RCEP ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, ສິນ​ຄ້າ 90% ຂຶ້ນ​ໄປ​ໃນ​ພາກ​ພື້ນ​ນີ້​ຈະ​ບັນ​ລຸ ການ​ປອດ​ພາ​ສີ​ເທື່ອ​ລະ​ກ້າວ. ນອກ​ນີ້, RCEP ຍັງ​ໄດ້​ວາງ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນດ້ານ​ການ​ຄ້າ​ການ​ບໍ​ລິ​ການ, ການ​ລົງ​ທຶນ, ສິດຊັບ​ສິນ​ທາງ​ປັນ​ຍາ, ການ​ຄ້າ​ເອເລັກ​ໂຕຼນິກ ແລະ​ອື່ນໆ, ​ເຊິ່ງລ້ວນ​ແຕ່​ຢູ່​​ລະ​ດັບ​ນຳ​ໜ້າ​​ໂລກໃນ​ຕົວ​ຊີ້​ວັດ​ຕ່າງໆ, ຖື​ວ່າ​ເປັນ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ແບບ​ຮອບ​ດ້ານ ທັນ​ສະ​ໄໝ ແລະ ມີ​ຄຸນ​ນະ​ພາບ​ສູງ​ທີ່​ສ່​ອງ​ແສງ​ເຖິງຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ເຕັມ​ສ່ວນ. ສື່ມວນ​ຊົນ​ອາ​ຊຽນ​ຕີ​ລາ​ຄາ​ວ່າ, RCEP ຈະ​ເປັນ “ຫົວ​ຈັກ​ທີ່​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ”. ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຫັນ​ວ່າ, RCEP ຈະ​ເລັ່ງ​ສ້າງ ສູນ​ການ​ຄ້າ​ໃໝ່​ຂອງ​ໂລກ. ສຳ​ລັບ​ເສດ​ຖະ​ກິດ​ໂລກ​ທີ່​ພວມ​ຟື້ນ​ຟູ​ຢ່າງ​ລຳ​ບາກ​ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ພ​ະ​ຍາດ​ໂຄວິດ-19ນັ້ນ,  RCEP ຈະ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ໝັ້ນ​ໃຈ​ທີ່​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນຟູ​ຄືນ​ໃໝ່.

ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄາດ​ຄະ​ເນ​ວ່າ, ​ນະ​ໂຍ​ບາຍພາ​ສີ​ຕ່ຳ​ຈະ​​ກະ​ຕຸກ​ການ​ຄ້າ​ທີ່​ມີ​ມູນ​ຄ່າ​ເກືອບ 17 ຕື້​ໂດ​ລາ​ສະ​ຫະ​ລັດລະ​ຫວ່າງ​ປະ​ເທດ​ພາ​ຄີ​ໃນ​ສັນ​ຍາ RCEP, ທັງ​ດຶງ​ດູດການ​ຄ້າ​​ທີ່ບໍ່​ແມ່ນ​ລະ​ຫວ່າງ​ປະ​ເທດ​ພາ​ຄີ ຫັນ​ມາ​ສູ່ ​ປະ​ເທດ​ພາ​ຄີ, ​ເຊິ່ງຈະ​ເພີ່ມ​ການ​ຄ້າ​ສົ່ງ​ອອກ ເກືອບ 2% ລະ​ຫວ່າງ​ປະ​ເທດ​ພາ​ຄີ, ​ໂດຍ​ມີ​ຍອດ​ມູນ​ຄ່າ​ປະ​ມານ 42 ຕື້​ໂດ​ລາ. ນີ້​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ຄ້າ​ຂອງ​ປະ​ເທດ​ພາ​ຄີ, ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ທີ່​ການ​ຄ້າ​ທົ່ວ​ໂລກ​ຊຸດ​ໂຊມ​ລົງ​​ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ສິ່ງ​ສຳ​ຄັນ​ອີກ​ຢ່າງ​ໜຶ່ງ​ຄື, ການ​ມີ​ຜົນ​ບັງ​ຄັບ​ໃຊ້​ຂອງ RCEP , ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ສະ​ໜັບ​ສະ​ໜູນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ການ​ຮ່ວມ​ມື ແລະ ການ​ຄ້າ​ເສ​ລີ. ທັງ​ສະ​ແດ​ງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ລັດ​ທິ​ຝ່າຍ​ດຽວ ແລະ ກະ​ແສ​ຜິດ​ກັບ​ຍຸກ​ສະ​ໄໝ​ອື່ນໆ​ບໍ່​ໄດ້​ໃຈ​ຄົນ, ລັດ​ທິຫຼາຍ​ຝ່າຍ ແລະ ການ​ຄ້າ​ເສ​ລີ​ຈຶ່ງ​ແມ່ນ​ກະ​ແສ​ລວມ.

ຄຳ​ເຫັນ

0