何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEP ເກີດມີ​ຜົນ​ບັງ​ຄັບ​ໃ​ຊ້​ຢ່າງ​ເປັນ​ທາງ​ການ ຈີນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ແລະ ພັນ​ທະ​ຢ່າງ​ຮອບ​ດ້ານ

2022-01-01 13:15:11 CRI

ວັນ​ທີ 1 ມັງ​ກອນ​ປີ 2022, ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ. 6 ປະ​ເທດ​ອາ​ຊຽນ ຄື ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ, ໄທ, ສິງ​ກະ​ໂປ, ​ແລະບ​ຣູ​ໄນ, ກໍ​ຄື 4 ປະ​ເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ອາ​ຊຽນ ຄື ຈີນ, ຍີ່​ປຸ່ນ, ນູ​ແວນ​ເຊ​ລັງ ແລະ ອົ​ສ​ຕ​ຣາ​ລີ​ໄດ້​ເລີ່ມ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ.

 

ການ​ມີ​ຜົນ​ບັງ​ຄັບ​ໃຊ້​ຂອງ RCEP, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ, ມີ​ຂະ​ໜາດ​ເສດ​ຖະ​ກິດ​ການ​ຄ້າ​ໃຫຍ່​ທີ່​ສຸດ, ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາຫຼາຍ​ທີ່​ສຸດ​ໃນ​ໂລກ​ໄດ້​ສ້າ​ງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ຝ່າຍ​ຕ່າງໆ​ທີ່​ຢາກ​ຮ່ວມ​ກັນ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ ກໍ​ຄື​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ, ຈະ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ ແລະ​ການ​ລົງ​ທຶນ, ຟື້ນ​ຟູ​ເສດ​ຖະ​ກິດ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ.

 

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ວ່າ, ຄຽງ​ຄູ່​ກັບ​ການເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​​ຢ່າງ​ເປັນ​ທາງ​ການຂອງ RCEP, ຄື ນັບ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2022 ເປັນ​ຕົ້ນ​ໄປ, ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ແລະ​ພັນ​ທະ​ທັງ​ໝົດ​ທີ່​ລະ​ບຸ​ໄວ້​ໃນ​ສັນ​ຍາ RCEP ຢ່າງ​ຮອບ​ດ້ານ, ເຊິ່ງລວມ​ທັງ​ການ​ໃຊ້​ມາດ​ຕະ​ການ​ປອດ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ຈຳ​ນວນຫຼວງຫຼາຍ​ໃນ​ທັນ​ທີ.

ຄຳ​ເຫັນ

0