刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານລາ​ຄາ​ນ້ຳ​ມັນ​ສາ​ກົນ​ປີ 2021 ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ​ 12 ປີຜ່ານ​ມາ

2022-01-02 16:41:01 cri

 

ເຖິງວ່າ​ພະ​ຍາດ​ໂຄວິດ-19​ ພວມ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງ​ຕໍ່​ເນື່ອງ, ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກຫຼາຍ​ປັດ​ໃຕ ເປັນ​ຕົ້ນ​ແມ່ນ​ການ​ຟື້ນ​ຟູ​ດ້ານ​ເສດ​ຖະ​ກິດ​ຂອງຫຼາຍ​ປະ​ເທດ ແລະ​ການ​ສະ​ໜອງ​ນ້ຳ​ມັນ​ດິບບໍ່​ພຽງ​ພໍ, ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໃນ​ປີ 2021 ຈິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 12 ປີ​ຜ່ານ​ມາ.

ນັບ​ມາ​ຮອດ​ວັນ​ທີ 31 ທັນ​ວາ​ປີ 2021 ແລ້ວ​ນີ້, ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໃນ​ມື້​ດຽວ​ກັນ​ໄດ້​ຕົກ​ຕ່ຳ​ລົງ​ຢ່າງ​ເດັ່ນ​ຊັດ, ລາ​ຄາ​ນ້ຳ​ມັນ​ທາດ​ເບົາ​ທີ່​ຈອງ​ຊື້​ລ່ວງ​ໜ້າຢູ່​ຕະຫຼາດຫຼັກ​ຊັບ​ນິວຢອກ​ທີ່​ຈະສົ່ງ​ມອບ​ໃນ​​ເດືອນ​ກຸມ​ພາໜ້າ​ນີ້​ແມ່ນ 75,21 ໂດ​ລາ​ສະ​ຫະ​ລັດ​ຕໍ່ບາ​ເຣວ, ລາ​ຄານຳ​ມັນ​​ດິ​ບະ​ເຣັນ (Brent) ລອນດອນ​ທີ່​ຈອງ​ຊື້​ລ່ວງ​ໜ້າ ເຊິ່ງ​ຈະ​ມອບ​ຮັບ​ໃນ​​ເດືອນ​ມີ​ນາ​​ປີ 2022 ແມ່ນ 77,78 ຕໍ່​ບາ​ເຣວ. ແຕ່​ວ່າ ເມື່ອ​ສັງ​ເກດ​​ເບິ່ງຕະຫຼອດ​ປີ 2021 ແລ້ວ​ເຫັນ​ວ່າ: ຈັງ​ຫວະ​ການ​ເຕີບ​ໂຕ​ຕໍ່​ປີດ້ານ​ລາ​ຄາ​ນ້ຳ​ມັນ​ນິວຢອກ​ມີຫຼາຍກວ່າ 55% ​ເຊິ່ງເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ​ 12 ປີ​ຜ່ານ​ມາ ແລະ​ລາ​ຄາ​ນ້ຳ​ມັນ​ບ​ເຣັນ​ກໍ​ເພີ່ມ​ຂຶ້ນຫຼາຍກວ່າ 50% ​ເຊິ່ງເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 5 ປີ​ຜ່ານ​ມາ.

ມີຜູ້​ຊ່ຽວ​ຊານ​ເຫັນ​ວ່າ: ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ສາ​ກົນ​ເພີ່ມ​ຂຶ້ນ​ຢ່າງ ຫຼວງຫຼາຍ ແມ່ນ​ຄວາມ​ຕ້ອງ​ການ​​ນ້ຳ​ມັນ​ໄດ້​ເພີ່ມ​ຂຶ້ນ ແຕ່​ການສະ​ໜອງບໍ່​ພຽງ​ພໍ ແລະ​ການ​ຜ່ອນ​ຍານ​ໃນ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ພາບ​ພະ​ຍາດ​ໂຄວິດ-19 ກໍ​ເຮັດ​ໃຫ້​ຕະຫຼາດ​ມີ​ອາ​ລົມ​ທີ່​ເບິ່ງ​ໃນ​ແງ່​ດີ​ຕໍ່​ລາ​ຄາ​ນ້ຳ​ມັນ.

ຄຳ​ເຫັນ

0