何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

RCEP ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ ວິ​ສາ​ຫະ​ກິດ ແລະ ຜູ້​ບໍ​ລິ​ໂພກ​ຈະ​ໄດ້​ຮັບ​ຄວາມ​ສະ​ດວກ ແລະ ຜົນ​ປະ​ໂຫຍດຫຼາຍ​ດ້ານ

2022-01-02 17:05:19 CRI

RCEP ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ ວິ​ສາ​ຫະ​ກິດ ແລະ ຜູ້​ບໍ​ລິ​ໂພກ​ຈະ​ໄດ້​ຮັບ​ຄວາມ​ສະ​ດວກ ແລະ ຜົນ​ປະ​ໂຫຍດຫຼາຍ​ດ້ານ_fororder_20210102-1

ວັນ​ທີ 1 ມັງ​ກອນ​ປີ 2022 ນີ້, ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໄດ້​ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ. ນີ້​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ, ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ, ມີ​ຂະ​ໜາດ​ເສດ​ຖະ​ກິດ​ການ​ຄ້າ​ໃຫຍ່​ທີ່​ສຸດ ແລະ​ ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ຫຼັງ​ຈາກ RCEP ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ຮອບ​ດ້ານ​ແລ້ວ, ຈະ​ກາຍ​ເປັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ ແລະ ມີ​ອິດ​ທິ​ພົນຫຼາຍ​ທີ່​ສຸດ​ໃນ​ໂລກ, ຈະ​ສ້າງ​ໂອ​ກາດ​ດ້ານ​ການ​ຄ້າຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ຄ້າ ແລະ ກາ​ນລົງ​ທຶນ​ພາຍ​ໃນ​ພາກ​ພື້ນ, ເຊິ່ງ​ຈະ​ເພີ່ມ​ແຮງ​ຊຸກ​ດັນ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ກໍ​ຄື​ທົ່ວ​ໂລກ.

ຫຼັງ​ຈາກ​ການ​ປະ​ຕິ​ບັດ​ມາດ​ຕະ​ການຫຼຸດ​ພາ​ສີ​ພາຍ​ໃຕ້​ຂອບ RCEPແລ້ວ, ອັດ​ຕາ​ສິນ​ຄ້າ​ທີ່​ຈະ​ປອດ​ພາ​ສີ​ໃນ​ທັນ​ທີ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ອົ​ສ​ຕ​ຣາ​ລີ, ແລະ​ນູ​ແວນ​ເຊ​ລັງ​ຈະມີຫຼາຍກວ່າ 65%. ນອກ​ນີ້, RCEP ຍັງ​ໄດ້​ສ້າງ​ມາດ​ຕະ​ຖານ​ທີ່​ເປັນ​ເອ​ກະ​ພາບກວ່າ​ເກົ່າ ແລະ ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຈໍ​ລະ​ຈອນ​ປັດ​ໄຈ​ກ​ານ​ຜະ​ລິດ​ທີ່​ສະ​ດວກກວ່າ​ເກົ່າ.

ທ່ານ​ທູ​ຊິ່ນ​ຊວນ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອົງ​ການ​ການ​ຄ້າ​ໂລກ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ກ່າວ​ວ່າ, ຈີນ ຍີ່​ປຸ່ນແລະ ປະ​ເທດ​ອາ​ຊຽນ ​ເປັນ​ຕົ້ນ​ກາຍ​ເປັນ​ປະ​ເທດ​ພາ​ຄີ​ໃນ​ສັນ​ຍາ​ດຽວ​ກັນ, ລະ​ບ​ຽບ​ການ​ດ້ານ​ປະ​ເທດ​ແຫຼ່ງ​ການ​ຜະ​ລິດ, ຂັ້ນ​ຕອນ​ຜ່ານ​ດ່ານ, ການກວດ​ກາ ແລະ​ປ້ອງ​ກັນ​ພະ​ຍາດ, ມາດ​ຕະ​ຖານ​ເຕັກ​ນິກ ແລະ​ອື່ນໆ​ຈະ​ເປັນ​ເອ​ກະ​ພາບ​ກັນ​, ​ນີ້ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ທຸ​ລະ​ກິດ​ທີ່​ມີ​ຄຸນ​ນະ​ພາບ​ທີ່ໝັ້ນ​ທ່ຽງ ເສ​ລີ ສະ​ດວກ​ ແລະ ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ໃຫ້​ກັບ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ຕ່າງໆ.

ຄຳ​ເຫັນ

0