刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ກຳ​ປູ​ເຈຍ​ໄ​ດ້​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ

2022-01-02 16:39:56 cri

 

ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ກຳ​ປູ​ເຈຍ​ໄດ້​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ. ສັນ​ຍາ​ສະ​ບັບ​ນີ້​ໄດ້​ເຊັນ​ກັນ​ໃນວັນ​ທີ 12 ຕຸ​ລາ​ປີ 2020, ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ສະ​ບັບ​ທຳ​ອິດ​ທີ່​ຈີນ​ເຊັນ​ກັບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ.

ອີງ​ຕາມ​ສັນ​ຍາ​ດັ່ງ​ກ່າວ, ອັດ​ຕາ​ລາຍ​ການ​ພາ​ສີພະ​ລິດ​ຕະ​ພັນ​ທີ່​ປອດ​ພາ​ສີ​ໃນ​ການ​ຄ້າ​ສິນ​ຄ້າ​ທີ່​ຈີນ​ແລະ​ກຳ​ປູ​ເຈຍ​ຕ່າງໃຫ້​ແກ່​ກັນ​ນັ້ນ​ມີ​ເຖິງ 97,5% ແລະ 90%,​ ມາ​ຮອດ​ປັດ​ຈຸ​ບັນ​, ນີ້​ແມ່ນ​ລະ​ດັບ​ສູງ​ສຸດ​ໃນ​ການ​ເຈ​ລາ​ຈາ​ການ​ຄ້າ​ເສ​​ລີ​ທັງ​ໝົດ​ລະ​ຫວ່າງ​ຈີນ-ກຳ​ຜູ້​ເຈຍ.

ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ປີ 2021, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ​-ກຳ​ປູ​ເຈຍ​ໄດ້​ມີ​ເຖິງ 10.98 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 45,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ເຊິ່ງ​ໄດ້​ບັນ​ລຸ​ເປົ້າ​ໝາຍທີ່​ເຮັດ​ໃຫ້​ມູນ​ຄ່າການ​ຄ້າ​ມີ 10 ຕື້​ໂດ​ລາ​ສະ​ຫະ​ລັດເມື່ອ​ຮອດ​ປີ 2023 ທີ່​ຜູ້​ນຳ​ສອງ​ປະ​ເທດ​​ກຳ​ນົດ​ໄວ້​ນັ້ນ​ກ່ອນ​ເວ​ລາ​ກຳ​ນົດ.

ຄຳ​ເຫັນ

0