刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ການກວດ​ພົບເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຜົນບວກ​ຂອງ​ນັກ​ທ່ອ​ງ​ທ່ຽວ​ທີ່​ໄປ​ທ່ຽວ​ໄທ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່

2022-01-03 11:40:24 cri

ອັດ​ຕາ​ການກວດ​ພົບເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຜົນບວກ​ຂອງ​ນັກ​ທ່ອ​ງ​ທ່ຽວ​ທີ່​ໄປ​ທ່ຽວ​ໄທ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່

ວັນ​ທີ 2 ມັງ​ກອນ​ນີ້​, ສູນ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ໄທ​ແຈ້ງ​ໃຫ້​ຊາບ​ວ່າ: ວັນ​ທີ 1 ມອງ​ກັນ​ນີ້, ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ 7585 ຄົນ​ໄດ້​ເຂົ້າ​ສູ່​ປະ​ເທດ​ໄທ ເຊິ່ງ ໃນ​ກຸ່ມ​ຄົນ​ນີ້​ ໄດ້​ກວດ​ພົບມີ 148 ຄົນ​ໄດ້​ຕິດເຊື້ອ​ພະ​ຍາດ​ໂຄວິດ-19, ກວມ​ເອົາ 1,95%. ນີ້​ແມ່ນ​ມື້​ທີ່​ມີ​ອັດ​ຕາ​ສູງ​ສຸດ​ໃນ​ການກວດ​​ພົບ​ຜູ້​ເປັນ​ພະ​ຍາດ​ໃນ​ກຸ່ມ​ຄົນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ສູ່​ປະ​ເທດ​ໄທ ນັບ​ແຕ່​ວັນ​ທີ 1 ພະ​ຈິກ​ປີ 2021 ທີ່​ໄທ​ເປີດ​ປະ​ເທດ​ແລະ​ຟື້ນ​ຟູ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເປັນ​ຕົ້ນ​ມາ.

ອັດ​ຕາ​ຜົນ​ກວດ​ເປັນ​ບວກ​ໃນ​ວັນ​ທີ 1 ມັງ​ກອນ​ນີ້, ເມື່ອ​ທຽບ​ກັບ​ອັດ​ຕາ​ຜົນ​​ກວດ​ເປັນບວກ​ສະ​ເລ່ຍ​ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ ຄື​ເປັນ 0,13% ແລ້ວ, ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 10 ເທົ່າ, ສ່ວນ​ອັດ​ຕາ​ຜົນ​​ກວດ​ເປັນບວກ​ສະ​ເລ່ຍ​ໃນ​ເດືອນ​ທັນ​ຍາ​ປີ​ຜ່ານ​ມາ​ແມ່ນ 0,45%.

ຄຳ​ເຫັນ

0