何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັບ​ແຕ່​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ການ​ນຳ​ໃຊ້​ຄົບ​ຮອບ​ 1 ເດືອນ​ໄດ້​ຮັບ​ຜົນ​ງານ​ທີ່​ໜ້າ​ຊົມ​ເຊີຍ ໄດ້ເລັ່ງ​ສ້າງ​ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ອັນ​ໃໝ່​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ

2022-01-03 11:24:58 CRI

 

ກຸ່ມ​ບໍ​ລິ​ສັດ​ເສັ້ນ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ, ວັນ​ທີ 3 ມັງ​ກອນ​ນີ້​ຄື ວັນ​ຄົບ​ຮອບ 1 ເດືອນ​ທີ່​ເປີດ​ການ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ໃນ 1 ເດືອນ​ທີ່​ຜ່ານ​ມາ, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທັງ​ໝົດ 670.000 ​ເທື່ອ​ຄົນ, ຂົນ​ສົ່ງ​ສິນ​ຄ້າ​ໄດ້ 170.000​ໂຕ​ນ, ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ ການ​ຂົນ​ສົ່ງ​ສິນ​ຄ້າ​ລ້ວນ​ແຕ່​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ, ເຊິ່ງ​ຖື​ວ່າ​ເປັນ​ຜົນ​ງານ​ທີ່​ໜ້າ​ຊົມ​ເຊີຍ, ໄດ້​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ​ ແລະ ການ​ທ່ອງ​ທ່ຽວ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟຢ່າງ​ແຂງ​ແຮງ​, ໄດ້ເລັ່ງ​ສ້າງ ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ອັນ​ໃໝ່​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ, ທັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ປັບ​ປຸງ​ເງື່ອນ​ໄຂ​ການ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ລາວ, ຊຸກ​ຍູ້​ຮອບ​ໝູນ​ວຽນ​ດ້ານ​ເສດ​ຖະ​ກິດ​ພາບ​ໃນ​ປະ​ເທດ ແລະ​ສາ​ກົນ​ໃຫ້​ໂລ່ງ​ລ່ຽນ, ແລະ​ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ລາວ.

ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ມີ​ຄວາມ​ປອດ​ໄພ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ມີ​ປະ​ສິດ​ທິ​ພາບ​ສູງ, ແລະ​ມີ​ຄວາມ​ສະ​ດວກວ່ອງ​ໄວ, ຈຶ່ງ​ໄດ້ກາຍ​ເປັນ​ທາງ​ເລືອກ​ອັນ​ດັບ​ໜຶ່ງ​ສຳ​ລັບ​ການ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້, ​ຈຳ​ນວນຜູ້​ໂດຍ​ສານ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ. ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ເປັນ​ເວ​ລາ 1 ເດືອນ​ເປັນ​ຕົ້ນ​ມາ, ຢູ່​ຕາມເສັ້ນ​ທາງ​ລົດ​ໄຟ​ຈີນ​-ລາວ​ຕອນ​ປະ​ເທດ​ຈີນ, ​ຈຳ​ນວນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ມື້​ດຽວ​ໄດ້​ເພີ່ມ​ຂຶ້ນ​ຈາກ 19000ເທື່ອ​ຄົນ​ໃນ​ຕອນ​ຫາ​ກໍ່​ເປີດ​ການ​ນຳ​ໃຊ້ ເພີ່ມ​ຂຶ້ນ​ເປັນ 33000ເທື່ອ​ຄົນໃນ​ມື້​ທີ່​ມີ​ຈຳ​ນວນ​ຜູ້​ໂດຍ​ສານຫຼາຍ​ທີ່​ສຸດ, ລວມ​ທັງ​ໝົດ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 620.000 ເທື່ອ​ຄົນ. ຢູ່​ຕອນ​ປະ​ເທດ​ລາວ, ຈຳ​ນວນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ມື້​ດຽວ​ຂອງຂະ​ບວນ “ລ້ານ​ຊ້າງ” ໄດ້​ເພີ່ມ​ຈາກ 1000 ຄົນ​ໃນ​ຕອນ​ຫາ​ກໍ​ເປີດ​ການ​ນຳ​ໃຊ້ ເພີ່ມ​ຂຶ້ນ​ເປັນ 2600 ກວ່າ​ເທື່ອ​ຄົນ ໃນ​ມື້​ທີ່​ມີ​ຈຳ​ນວນ​ຜູ້​ໂດຍ​ສານຫຼາຍ​ທີ່​ສຸດ, ລວມ​ທັງ​ໝົດ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 5 ໝື່ນ​ເທື່ອ​ຄົນ, ເຊິ່ງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ເສດ​ຖະ​ກິດ​ ແລະ ການ​ທ່ອງ​ທ່ຽວ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້ຢ່າງ​ແຂງ​ແຮງ, ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈຳ​ນວນຫຼວງຫຼາຍ​ມາ​ຂີ່​ລົດ​ໄຟ​ໄປທ່ຽວ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ.

​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ໄດ້​ສ້າງ​ເສັ້ນ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ທີ່​ສະ​ດວກວ່ອງ​ໄວ​ຢູ່​ລ​ະ​ຫວ່າງ​ຈີນ ແລະ​ອາ​ຊຽນ, ເພີ່ມ​ກຳ​ລັງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ ແລະ​ອາ​ຊຽນ, ເຮັດ​ໃຫ້​ວິ​ສາ​ຫະ​ກິດຫຼາຍກວ່າ​ເກົ່າ​ສາ​ມາດ​ຊົມ​ໃຊ້​ໂອ​ກາດ ແລະ ຜົນ​ປະ​ໂຫຍດ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ. ນັບ​ແຕ່​​ເປີດ​ການ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການ​ເປັນ​ເວ​ລາ 1 ເດືອນ​ຜ່ານ​ມາ, ໄດ້​ມີ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ 380 ຖ້ຽວ, ໂດຍ​ຂົນ​ສົ່ງ​ສິນ​ຄ້າ 170.000 ໂຕນ. 10ກວ່າ ແຂວງ ແລະ​ກຳ​ແພງ​ນະ​ຄອນ​ຂອງ​ປະ​ເທດ​ຈີນ​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ ແລະ ຕົວ​ເມືອງ​ອື່ນໆ​ຂອງ​ປະ​ເທດ​ລາວ, ປະ​ເພດ​ສິນ​ຄ້າ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຄຽງ​ຄູ່​ກັບ​ການ​ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ຂອງ​ສັນ​ຍາ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP, ປະ​ລິ​ມານ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0