秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາສ້າງກະແສ “ການລົງໂທດທາງການທູດ” ງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ປະສົບກັບຄວາມປະລາໄຊອີກເທື່ອໜຶ່ງ

2022-01-05 16:31:03 cri

ໃນຊຸມ​ປີ​ຜ່ານ​ມາ, ​ອາ​ເມ​ຣິ​ກາ ແລະ​ປະ​ເທດອື່ນໆ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​​ຕໍ່​ຕ້ານ​ຈີນ ໄດ້​ເຮັດ​ສຸດ​ຄວາມ​ສາ​ມາດຂອງ​ຕົນ ​ເພື່ອກົດ​ດັນ​ປະ​ເທດ​ຈີນ. ໃນ​ໄລ​ຍະ​ຕົ້ນ​​ຂອງການ​ກະ​ກຽ​ມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ນັກ​ການ​ເມືອງ​ຕໍ່​ຕ້ານ​ຈີນ​ແບບຫົວ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງ​ໄດ້​ສ້າງ​ກະ​ແສ “​ການ​ລົງ​ໂທດ​ທາງ​ການ​ທູດ” ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ. ເມື່ອ​ເຂົ້າ​ສູ່​ໄລ​ຍະ​ນັບ​ຖອຍຫຼັງການ​ເປີດ​ງານ​ກິ​ລາ​ດັ່ງ​ກ່າວ, ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ຖື​ອາ​ເມ​ຣິ​ກາ​ເປັນ​ຜູ້​ນຳ​ນັ້ນ ໄດ້ໂຄ​ສະ​ນາ​ຊວນ​ເຊື່ອ​ເພື່ອ​ສ້າງ​ກະ​ແສ “​ການ​ລົງ​ໂທດ​ທາງ​ການ​ທູດ” ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຢ່າງ​ຂະ​ໜາດ​ໃຫຍ່ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈັດ​ຂຶ້ນ​ໄດ້​ຢ່າງ​ສະ​ດວກ ແລະ​ເພື່ອ “ດູ​ຖູກ​”ປະ​ເທດ​ຈີນ ພ້ອມ​ທັງ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ເມືອງ.

ອາ​ເມ​ຣິ​ກາ​ມັກ​ກ່າວ​ອ້າງ​ມາ​ຕະຫຼອດ​ວ່າ: ການ​ລົງ​ໂທດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແມ່ນ​ເພື່ອ “ປົກ​ປ້ອງ​ສິດ​ທິ​ມະ​ນຸດ” , ແຕ່​ທີ່​ຈິງ​ແລ້ວ, ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ບໍ່​ໄດ້​​​ກ່ຽວພັນ​ກັບ “ສິດ​ທິ​ມະ​ນຸດ” ​ແຕ່​ຢ່າງ​ໃດ​ເລີຍ. ​ລັດ​ຖະ​ບານ​ອາ​ເມ​ຣິ​ກາໄດ້​ກະ​ທຳ​ເພື່ອ​ຢ​າກ “​ລົງ​ໂທດ​ທາງ​ການ​ທູດ” ​ ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ​ຈຸດ​ປະ​ສົງທີ່​ແທ້​ຈິງ​ກໍ​ເພື່ອ​ເອົາ​ໃຈ​ອິດ​ທິ​ກຳ​ລັງ​ຕໍ່​ຕ້ານ​ຈີນ​ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ, ເສກ​ສັນ​ປັ້ນ​ແຕ່ງ​ວ່າ​ ຈີນ​ເປັນ​ຄູ່​ແຂ່ງ​​ອາ​ເມ​ຣິ​ກາ ເພື່ອ​ຜ່ອນ​ຄາຍ​ແຮງ​ກົດ​ດັນ​ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ເກີດ​ຈາກ​ການ​​ຮັບ​ມື​ກັບ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ມີ​ປະ​ສິດ​ທິ​ຜົນ, ອັດ​ຕາ​ເງິນ​ເຟີ້​ຖີບ​ຕົ​ວ​ສູງ​ຂຶ້ນ, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ທີ່​ຂາດ​ແຮງ​ຂັບ​ເຄື່ອນ ແລະ​ອື່ນໆ ​ເພື່ອ​ຫັນ​ເຫຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ.

ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ທີ່​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ​ນັ້ນ ໄດ້​ລະ​ເມີ​ດ​ຫຼັການພື້ນ​ຖານ​ຂອງ​ກົດ​ບັດ​ໂອ​ລິມ​ປິກ​ຢ່າງ​ເປີດ​ແປນ ແລະ​ກໍ​ໄດ້​ຝືນ​​ກັບກະ​ແສ​ຂອງ​ຍຸກ​ສະ​ໄໝ​ປັດ​ຈຸ​ບັນ. ທີ່​ຈິງ​ແລ້ວ, ນອກ​ຈາກ​ປະ​ເທດ​ຈຳ​ນວນ​ໜ້ອຍ ເຊັ່ນ: ​ອົ​ສ​ຕ​ຣາ​ລີ, ກາ​ນາ​ດາ ເປັນ​ຕົ້ນ ທີ່​ເປັນ “ລູກ​ແຫຼ້ງ​ຕີນ​ມື” ຂອງ​ອາ​ເມ​ຣິ​ກາ​ແລ້ວ, ປະ​ເທດ​ທີ່​ຕອບ​ສະ​ໜອງ​ກະ​ແສ “​ການ​ລົງ​ໂທດ​ທາງ​ການ​ທູດ”​ ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຂອງ​ອາ​ເມ​ຣິ​ກາ​ນັ້ນ​ກໍບໍ່​ຄ່ອຍ​ມີ​ໃຜ​ອີກ​ແລ້ວ.

ໃນ​ງານ​ພົບ​ປະ​ນັກ​ຂ່າວ​ປະ​ຈຳ​ປີ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ ປີ 2021 ທີ່​ຜ່ານ​ມາ, ທ່ານ​ວາ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ກ່າວ​ວ່າ: ​ຕົນຈະ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ສຳ​ນັກ​ຂ່າ​​ວສານ​ຝ​ຣັ່ງ ຫຼື AFP ກໍ​ໄດ້​ລາຍ​ງານ​ຂ່າວ​ທີ່​ວ່າ: ຝ​ຣັ່ງ​​ກໍໄດ້​ເດັດ​ດ່ຽວ​ປະ​ຕິ​ເສດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອັນ​ທີ່​ເອີ້ນ​ວ່າ“​ການ​ລົງ​ໂທດ​ທາງ​ການ​ທູດ”​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ທີ່​ລິ​ເລີ່ມ​ໂດຍ​ອາ​ເມ​ຣິ​ກາ​, ສ່ວນ​ທ່ານ​ໂອ​ລາ​ຟ ໂຊນ​ສ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ເຢຍ​ລະ​ມັນກໍ​ໄດ້​ກ່າວ​ວ່າ: ການ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ຊະ​ນິດ​ໜຶ່ງ​ເພື່ອ​ສ້າງ​ຄວາມ​ສາ​ມັກ​ຄີ​ໃຫ້​ກັບ​ທົ່ວ​ໂລກ. ພ້ອມ​ດຽວ​ກັນ​ນັ້ນ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ແລະ​ປະ​ເທດ​ອື່ນໆຫຼາຍ​ປະ​ເທດ ກໍ​ໄດ້​ສະ​ແດງ​​ຄວາມ​ຊົ​ມ​ເຊີຍ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລ​ະ​ດູ​ໜາວ​ປັກ​ກິ່ງ. ນັກ​ກິ​ລາ​ຕ່າງ​ປະ​ເທດຫຼາຍ​ຄົນກໍ​ໄດ້​ກ່າວ​ວ່າ: ຫວັງ​ວ່າ​ຈະ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຕົນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໂດຍ​ຜ່ານ​ການ​ສູ້​ຊົນ ແລະ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ.

​ໃນ​ວັນ​ທີ 27 ທັນ​ວາ ປີ 2021 ທີ່​ຜ່ານ​ມາ, ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ໄດ້​ຮັບ​ຄຳ​ຮ້ອງ​ຂໍວີ​ຊາ​ເຂົ້າ​ປະ​ເທດ​ຈີນໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈາກ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ແລ້ວ. ນີ້​ເປັນ​ການ​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງວ່າ: ລະ​ຄອນ​ຕະຫຼົກ​ໃນ​ເລື່ອງ “ຈະ​ບໍ່​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ການ​ທູດ ແລະ​ຜູ້​ຕາງ​ໜ້າ​ທາງ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ” ທີ່​ກຳ​ກັບ ແລະ​ສະ​ແດງ​​ເອງໂດຍ​ອາ​ເມ​ຣິ​ກາ​​ນັ້ນ ໄດ້​ສິ້ນ​ສຸດລົງ​ດ້ວຍ​​ສາກປະ​ລາ​ໄຊ​ຂອງ​ອາ​ເມ​ຣິ​ກາ. ​ນີ້​ກໍ​ສົມ​ກັບ​ຄຳ​ເວົ້າ​ຂອງ​ທ່ານ​ຈ່າງ​ຈູ່ນ, ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ກ່າວ​ໃນ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ຊາ​ຊາດ​ຄັ້ງ​ທີ 76 ​ໃນ​ວັນ​ທີ 2 ທັນ​ວາ ປີ 2021 ທີ່​ຜ່ານ​ມາວ່າ: “ເຈົ້າ​ມາຫຼື​ບໍ່​ມາ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ​ຕ້ອງ​ຈັດ​ຂຶ້ນ​ຕາມ​ແຜນ​ການ ແລະ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ.”

ຄຳ​ເຫັນ

0