徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸບັດຕິເຫດ “7 ວັນອັນຕະລາຍ” ໃນວັນພັກບຸນປີໃໝ່ສາກົນຢູ່ໄທມີຜູ້ເສຍຊີວິດ 330 ກວ່າຄົນ

2022-01-06 15:55:25 cri

 

ຕາມຂ່າວCRI: ວັນທີ 5 ມັງກອນນີ້, ກະຊວງປ້ອງກັນຄວາມສະຫງົບຂອງໄທເປີດເຜີຍໃຫ້ຮູ້ວ່າ:  ໃນ “7 ວັນອັນຕະລາຍ” ກ່ອນແລະຫຼັງວັນພັກບຸນປີໃໝ່ສາກົນຢູ່ໄທຄືແຕ່ວັນທີ 29 ທັນວາປີ 2021 ນີ້ຫາວັນທີ 4 ມັງກອນປີ 2022 ນີ້, ຢູ່ປະເທດໄທໄດ້ເກີດອຸບັດຕິເຫດຄົມມະນາຄົມ 2707 ເທື່ອ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 333 ຄົນ, ມີຜູ້ບາດເຈັບ 2672 ຄົນ.

ກົມປ້ອງກັນແລະບັນເທົາໄພພິບັດກະຊວງປ້ອງກັນຄວາມສະຫງົບໄທກ່າວວ່າ: ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ຈຳນວນອຸບັດຕິເຫດທາງຄົມມະນາຄົມແລະຈຳນວນຄົນເສຍຊີວິດແລະບາດເຈັບຍ້ອນອຸບັດຕິເຫດທາງຄົມມະນາຄົມໃນ“7 ວັນອັນຕະລາຍ” ໃນວັນພັກບຸນປີໃໝ່ສາກົນນີ້ລ້ວນແຕ່ຫຼຸດລົງ. ໃນນັ້ນ, ຢູ່ແຂວງຊຽງໃໝ່ທີ່ພາກເໜືອໄທໄດ້ເກີດອຸບັດຕິເຫດທາງຄົມມະນາຄົມຫຼາຍກວ່າໝູ່, ສ່ວນຢູ່ນະຄອນຫຼວງບາງກອກມີຜູ້ເສຍຊີວິດຍ້ອນອຸບັດຕິເຫດທາງຄົມມະນາຄົມຫຼາຍກວ່າໝູ່.

ຕາມການວິເຄາະໃຫ້ຮູ້ວ່າ: ການຂັບລົດດ້ວຍຄວາມໄວສູງເກີນໄປແລະການຂັບລົດພາຍຫຼັງດື່ມເຫຼົ້າແລ້ວຍັງແມ່ນສາເຫດຕົ້ນຕໍຂອງອຸບັດຕິເຫດຄົມມະນາຄົມໃນວັນພັກບຸນປີໃໝ່ສາກົນ, ລົດທີ່ເກີດອຸບັດຕິເຫດສ່ວນຫຼາຍແມ່ນລົດຈັກ.

ຄຳ​ເຫັນ

0