蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານດ້ານ​ການ​ທະ​ຫານຂອງ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ

2022-01-06 11:23:59 CRI

ກຳ​ປູ​ເຈຍມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານດ້ານ​ການ​ທະ​ຫານຂອງ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_3

ກຳ​ປູ​ເຈຍມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານດ້ານ​ການ​ທະ​ຫານຂອງ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_4

     ວັນ​ທີ 5 ມັງ​ກອນນີ້, ຢູ່​ນະ​ຄອນ​ຫຼວງພະ​ນົມ​ເປັນ, ກອງ​ທະ​ຫານ​ຮັກ​ສາ​ພະ​ອົງຂອງ​ກຳ​ປູ​ເຈຍ​ໄດ້​ຈັດ​ພິ​ທີ​ມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານຈາກ​ໂຮງ​ຮຽນກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍງວດ​ທີ 12, ເພື່ອ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ການ​ປະ​ກອບ​ສ່ວນ​ຂອງ​ໜ່ວຍງານ​ຜູ້​ຊ່ຽວ​ຊານ​ດັ່ງ​ກ່າວ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ໂຮງ​ຮຽນ​ທະ​ຫານ​ບົກ​ຂອງກອງ​ທະ​ຫານ​ຮັກ​ສາ​ພະ​ອົງຂອງ​ກຳ​ປູ​ເຈຍ.

 

     ທ່ານ​ວົງ​ປີ​ໄຊ ຜູ້​ບັນ​ຊາ​ການ​ສູງ​ສຸດ ທ່ານ​ໂມ​ຢຸນ ຮອງຫົວ​ໜ້າເສ​ນາ​ທິ​ການປະ​ສົມ​ທັງ​ເປັນ​ຫົວ​ໜ້າ​ໂຮງ​ຮຽນ​ທະ​ຫານ​ບົກຂອງກອງ​ທະ​ຫານ​ຮັກ​ສາ​ພະ​ອົງຂອງ​ກຳ​ປູ​ເຈຍ ທ່ານ​ຈູ່​ຊ້ວຍ​ເຟີ່ຍ ຮອງ​ທີ່​ປຶກ​ສາ​ການ​ທະ​ຫານ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ກຳ​ປູ​ເຈຍມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານດ້ານ​ການ​ທະ​ຫານຂອງ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_5

     ໃນ​ພິ​ທີ​ມອບ​ຫຼຽນ​ໄຊ, ທ່ານ​ວົງ​ປີ​ໄຊ​ກ່າວ​ວ່າ: ໃນ​ຫຼາຍ​ປີ​ມານີ້, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​ກຳ​ປູ​ເຈຍ​ແລະ​ຈີນໄດ້​ດຳ​ເນີນ​ໄປຢ່າງ​ສະ​ດວກ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ, ກອງ​ທັບ​ຈີນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ປັບ​ປຸງແລ​ະ​ຝຶກອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້ກອງ​ທັບກຳ​ປູ​ເຈຍ, ກຳ​ປູ​ເຈຍ​ຂໍ​ສະ​ແດງ​ຄວາມຂອບ​ໃຈຢ່າງ​ຈິງ​ໃຈ​ຕໍ່​ກັບເລື່ອງນີ້, ແລະ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງລະ​ຫວ່າງສອງ​ກອງ​ທັບ​ກຳ​ປູ​ເຈຍ​ແລະ​ຈີນໃຫ້ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວໃຫຍ່​ຫຼວງກວ່າ​ເກົ່າ.

     ທ່ານ​ຈູ່​ຊ້ວຍ​ເຟີ່ຍ ຮອງ​ທີ່​ປຶກ​ສາ​ການ​ທະ​ຫານ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ: ລັດ​ຖະ​ບານ​ແລະ​ກອງ​ທັບ​ຈີນ​ຈະເຮັດ​ຄື​ທີ່​ໄດ້​ເຮັດ​ຜ່ານ​ມາ​ເພື່ອ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​ການ​ສະ​ໜັບ​ສະ​ໜູນແກ່ລັດ​ຖະ​ບານ​ແລະ​ກອງ​ທັບ​ກຳ​ປູ​ເຈຍ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຈະ​ເປັນ​ເພື່ອນ​ມິດ​ທີ່​ຮ່ວມ​ແຮງ​ຮ່ວມ​ໃຈກັບ​ປະ​ຊາ​ຊົນ​ແລະ​ກອງ​ທະ​ຫານ​ຮັກ​ສາ​ພະ​ອົງຂອງ​ກຳ​ປູ​ເຈຍຕະ​ຫຼອດ​ໄປ.

ກຳ​ປູ​ເຈຍມອບ​ຫຼຽນ​ໄຊ​ໃຫ້​ໜ່ວຍງານ​ຜູ້​ຊ່ຽວ​ຊານດ້ານ​ການ​ທະ​ຫານຂອງ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ_fororder_6

ຄຳ​ເຫັນ

0