蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່ຟີ​ລິບ​ປິນມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 10.775 ກໍ​ລະ​ນີ​

2022-01-06 10:54:24 CRI

ຢູ່ຟີ​ລິບ​ປິນມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 10.775 ກໍ​ລະ​ນີ​_fororder_1

     ວັນ​ທີ 5 ມັງ​ກອນນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ໄດ້​ລາຍ​ງານວ່າ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 10.775 ກໍ​ລະ​ນີ, ອັດ​ຕາ​ສ່ວນການກວດ​ຫາ​ເຊື້ອ​ໂຄວິດ-19 ທີ່​ເປັນ​ຜົນ​ບວກໄດ້​ເພີ່ມ​ຂຶ້ນ​ຈາກ 2,6% ໃນ​ວັນ​ທີ 28 ທັນ​ວາ​ປີ 2021 ຜ່ານ​ມາ​ເປັນ 31,7%, ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ພາຍ​ຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.

ຢູ່ຟີ​ລິບ​ປິນມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 10.775 ກໍ​ລະ​ນີ​_fororder_2

     ມື້​ດຽວ​ກັນ, ຟີ​ລິບ​ປິນ​ໄດ້​ລາຍ​ງານວ່າ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 58 ກໍ​ລະ​ນີ. ມາ​ຮອດ​ວັນ​ທີ 5 ມັງ​ກອນນີ້, ຟີ​ລິບ​ປິນ​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ລວມທັງ​ໝົດຫຼາຍກວ່າ 2,87 ລ້ານ​ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດຍ້ອນ​ພະ​ຍາດ​ໂຄວິດ-19 ລວມ​ທັງ​ໝົດ 51.662 ກໍ​ລະ​ນີ.

     ໃນ​ໄລ​ຍະ​ມໍ່ໆ​ມານີ້, ສະ​ພາບ​ພະ​ຍາດ​ໂຄວິດ-19 ຢູ່​ຟີ​ລິບ​ປິນ​ໄດ້​ຮ້າຍ​ແຮງ​ຂຶ້ນ​ອີກ, ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ຕົ້ນ​ຕໍ​ແມ່ນຢູ່​ເຂດນະ​ຄອນ​ຫຼວງ​ມາ​ນີ​ລາ. ທ່ານ​ຝ​ຣັນ​ຊິສ​ໂກ ດູ​ໄຄ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປິນ​ກ່າວ​ວ່າ: ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ສອງ​ອາ​ທິດ​ທີ່​ຜ່ານ​ມາ​ຢູ່ເຂດ​ມາ​ນີ​ລາໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເມື່ອ​ທຽບ​ໃສ່​ສອງ​ອາ​ທິດ​ກ່ອນ ແລະ​ກຳ​ລັງ​ປະ​ເຊີນ​ກັບ“ຄວາມ​ສ່ຽງ​ທີ່​ໜັກ​ໜ່ວງ”ຍ້ອນສະ​ພາບພະ​ຍາດ​ໂຄວິດ-19 ຈະຮ້າຍ​ແຮງ​ຄືນ​ຕື່ມ.

ຄຳ​ເຫັນ

0