徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາເລເຊຍໄດ້ອະນຸມັດໃຫ້ວັກຊີນໂຄວິດ-19 ທີີ່ຜະລິດໂດຍບໍລິສັດຄັນຊີໂນຂອງຈີນເປັນເຂັມກະຕຸ້ນຕື່ມ

2022-01-07 14:59:02 cri

ມາເລເຊຍໄດ້ອະນຸມັດໃຫ້ວັກຊີນໂຄວິດ-19 ທີີ່ຜະລິດໂດຍບໍລິສັດຄັນຊີໂນຂອງຈີນເປັນເຂັມກະຕຸ້ນຕື່ມ_fororder_35a85edf8db1cb1330e9910284b6634693584b0d

 

ຕາມຂ່າວCRI: ວັນທີ 6 ມັງກອນນີ້, ທ່ານນໍ ຮີຊາມ,​ ລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍໄດ້ປະກາດວ່າ: ຈະອະນຸມັດໃຫ້ວັກຊີນຕໍ່ຕ້ານພະຍາດໂຄວິດ-19 ທີ່ຜະລິດໂດຍບໍລິສັດຄັນຊີໂນຂອງຈີນສັກເປັນເຂັມກະຕຸ້ນຕື່ມເພື່ອສັກວັກຊີນໃຫ້ມວນຊົນທີ່ມີອາຍຸຕັ້ງແຕ່ 18 ຂຶ້ນໄປແບບມີເງື່ອນໄຂ.

 

ທ່ານນໍ ຮີຊາມກ່າວວ່າ: ວັກຊີນຂອງບໍລິສັດຄັນຊີໂນໃນຖານະເປັນເຂັມກະຕຸ້ນຕື່ມຈະສັກໃຫ້ມວນຊົນທີ່ໄດ້ສັກວັກຊີນຂອງບໍລິສັດຄັນຊີໂນເຂັມທຳອິດແລ້ວເປັນເວລາ 3 ຫາ 6 ເດືອນ.​ ກ່ອນໜ້ານີ້ກະຊວງສາທາລະນະສຸກມາເລເຊຍໄດ້ອະນຸມັດໃຫ້ວັກຊີນຂອງບໍລິສັດຊິນໂນແວກເປັນເຂັມກະຕຸ້ນຕື່ມໂດຍມີເງື່ອນໄຂແລ້ວ.

 

ມາເລເຊຍແມ່ນໄດ້ອະນຸມັດໃຫ້ວັກຊີນຂອງບໍລິສັດຄັນຊີໂນຈົດທະບຽນໂດຍມີເງື່ອນໄຂແຕ່ເດືອນມິຖຸນາປີ 2021 ແລະນັບແຕ່ເດືອນສິງຫາປີ 2021, ວັກຊີນຂອງບໍລິສັດຄັນຊີໂນໄດ້ເລີ່ມຂົນສົ່ງໄປຮອດມາເລເຊຍ, ແລະຖືກນຳໃຊ້ຢູ່ ທ້ອງຖິ່ນຂອງມາເລເຊຍຢ່າງກວ້າງຂວາງ.

ຄຳ​ເຫັນ

0