蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ກ່າວ​ວ່າ: ອາ​ເຊັບ​ໄດ້​ສະ​ໜອງ​ໂອ​ກາດ​ທີ່​ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດສະ​ມາ​ຊິກທັງ​ໝົດ

2022-01-07 11:57:30 CRI

ໂຄ​ສົກ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ກ່າວ​ວ່າ: ອາ​ເຊັບ​ໄດ້​ສະ​ໜອງ​ໂອ​ກາດ​ທີ່​ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດສະ​ມາ​ຊິກທັງ​ໝົດ_fororder_paxipan
(ທ່ານ​ໄພ ສີ​ພັນ)

     ຫວ່າງ​ກ່ອນນີ້ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ໄພ ສີ​ພັນ ໂຄ​ສົກ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​ກ່າວ​ວ່າ: ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ​ຫຼື​ອາ​ເຊັບ​ທີ່​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 1 ມັງ​ກອນ​ປີນີ້ໄດ້​ສະ​ໜອງ​ໂອ​ກາດ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ, ທຸກ​ປະ​ເທດ​ສະ​ມາ​ຊິກ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສັນ​ຍາ​ດັ່ງ​ກ່າວ.

     ທ່ານ​ໄພ ສີ​ພັນຍັງ​ກ່າວຕື່ມ​ວ່າ: ອາ​ເຊັບ​ຈະ​ຊຸກ​ຍູ້​ການ​ຄ້າ​ສາ​ກົນ​ແລະ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກຳ​ປູ​ເຈຍ​ໂດຍ​ສະ​ເພາະ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳຫຼາຍ​ຊະ​ນິດສາ​ມາດສົ່ງ​ອອກໄປ​ຂາຍ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ເຊັບ​ເຊິ່ງ​ລວມ​ທັງ​ປະ​ເທດ​ຈີນ, ເວົ້າ​ສຳ​ລັບ​ກຳ​ປູ​ເຈຍ​ແລ້ວອາ​ເຊັບ​ເປັນ​ໂອ​ກາດ​ທາງ​ດ້ານຕະ​ຫຼາດອັນໃຫຍ່​ຫຼວງ. ພ້ອມ​ກັນ​ນັ້ນ, ອາ​ເຊັບ​ຍັງ​ຈະ​ຊ່ວຍ​ດຶງ​ດູດນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ທຶນ​ແລະ​ເຕັກ​ນິກ​ສູງ​ຫຼາຍກວ່າ​ເກົ່າ​ມາ​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ.

     ທ່ານ​ໄພ ສີ​ພັນ​ຍັງ​ເຫັນ​ວ່າ: ອາ​ເຊັບ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ກັບເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​, ທັງຈະ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃນ​ພາກ​ພື້ນ ແລະ​ສ້າງ​ໂອ​ກາດການ​ປະ​ກອບ​ອາ​ຊີບ​ແລະ​ຕະ​ຫຼາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ແລະ​ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ​ຕົນ.

ຄຳ​ເຫັນ

0